ຝ່າຍ​ຕໍ່ຕ້ານ​ລັດຖະບານລີບີ​ຍັງ​ພວມ​ຊອກ​ຫາ​ທ່ານ​ກັດ​ດາ​ຟີ​ຢູ່

(GMT+08:00) 2011-08-28 15:21:30     cri

​ພາຍຫລັງ​ໄດ້​ບຸກ​ເຂົ້າ​ນະຄອນຫລວງ​ຕຼີ​ໂປລີໃນ​ຫລາຍ​ມື້​ແລ້ວ, ວັນ​ທີ 27 ສິງຫາ​ນີ້, ທົ່ວ​ນະຄອນຫລວງ​​​ແມ່ນ​ເກືອບ​ຖືກ​ຝ່າຍ​ຕໍ່ຕ້ານ​ລັດຖະບານລີບີ​ຄວບ​ຄຸມ​ຫມົດ​ແລ້ວ. ຜູ່​ປະກອບ​ອາວຸດ​ຂອງ​ຝ່າຍ​ຕໍ່ຕ້ານ​ລັດຖະບານ​ຍັງ​ພວມ​ຊອກ​ຫາ​ທ່ານ​ກັດ​ດາ​ຟີ ຜູ່​ນຳລີບີ​ແລະ​ຄອບຄົວ​ຂອງ​ທ່ານ​ຢູ່.

ພ້ອມ​ກັນ​ນັ້ນ, ສົງຄາມຢ່າງ​ຕໍ່​ເນຶ່ອງ​ໄດ້​ເຮັດ​ໃຫ້ນະຄອນຫລວງ​ຕຼີ​ໂປລີເກີດ​ສະພາບ​ທີ່​ຂາດ​ນ້ຳ,ຂາດ​ໄຟຟ້າ​,ລາຄາ​ອາຫານ​ແລະ​ນ້ຳມັນ​ເຊື້ອ​ໄຟ​ກໍ່​ສູງ​ຂຶ້ນ​ເລຶ້ອຍໆ, ສະພາບ​ສາທາລະນະ​ສຸກ​ຊຸດ​ຮ້າຍ​ລົງ,ຊີວິດ​ການ​ເປັນ​ຢູ່​ອັນ​ເປັນ​ປົກກະຕິ​ຂອງ​ປະຊາຊົນ​ຖືກ​ກະທົບ​ຢ່າງ​ຫນັກ​ຫນ່ວງ.ຂ່າວ​ແຈ້ງວ່າ, ຄະນະ​ກຳມະການ​ຂ້າມ​ຜ່ານ​ທົ່ວ​ປະ​ເທດ​​ເຊິ່ງ​ເປັນຝ່າຍ​ຕໍ່ຕ້ານ​ລັດຖະບານລີບີຈະ​ແຈກ​ຢາຍ​ນ້ຳມັນ​ເຊື້ອ​ໄຟ 3 ຫມື່ນ​ໂຕນ​ໃຫ້​ປະຊາຊົນ, ​ສະຫນອງ​ອາຍ​ແກ​ັສທຳ​ມະ​ຊາດ​ພາຍ​ໃນ 48 ຊົ່ວ​ໂມງ,​​ແລະ​ຈະ​ຟື້ນ​ຟູ​ການ​ສະຫນອງ​ນ້ຳ​ໂດຍ​ໄວ.

ມື້​ດຽວ​ກັນ, ທ່ານ​ອັບ​ດຸນ ຈາລີນ, ປະທານ​ຂອງ​ຄະນະ​ກຳມະການ​ຂ້າມ​ຜ່ານ​ທົ່ວ​ປະ​ເທດ​ໄດ້​ຮຽກຮ້ອງ​ໃຫ້​ປະຊາ​ຄົມ​ໂລກ​ໃຫ້ການ​ຊ່ວຍ​ເຫລືອ​ຫລາຍ​ກວ່າ​ເກົ່າ​ແກ່ລີບີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ