ຈີນ​ສ້າງ​ການ​ພົວພັນ​ຮ່ວມມື​​ດ້ານ​ວິທະຍາສາດ​ເຕັກນິກ​ກັບ 152 ປະ​ເທດ​ແລະ​ເຂດ​ແຄວ້ນ​ແລ້ວ

(GMT+08:00) 2011-08-28 15:37:06     cri

​ໃນ​ຫລາຍ​ປີ​ມໍ່ໆ​ມາ​ນີ້, ການ​ຕ່າງປະ​ເທດ​ດ້ານ​ວິທະຍາສາດ​ເຕັກນິກ​ນັບ​ມື້​ນັບ​ມີ​ຖາ​ນະ​ສູງ​ຂຶ້ນ​ໃນ​ການ​ຕ່າງປະ​ເທດ​ຂອງ​ຈີນ. ມາ​ຮອດ​ປີ 2010, ຈີນ​ໄດ້​ສ້າງ​ການ​ພົວພັນ​ຮ່ວມ​ມື​ກັນ​ດ້ານ​ວິທະຍາສາດ​ເຕັກນິກ​ກັບ 152 ປະ​ເທດ​ແລະ​ເຂດ​ແຄວ້ນ​ແລ້ວ, ​ແລະ​ໄດ້​ເຂົ້າ​ຮ່ວມ​ອົງການ​ຈັດ​ຕັ້ງ​ການ​ຮ່ວມ​ມື​ດ້ານ​ວິທະຍາສາດ​ເຕັກນິກ​ສາກົນ​ລະຫວ່າງ​ລັດຖະບານ 200 ກວ່າ​ອົງການ.

​ໃນ​ກອງ​ປະຊຸມ​ວຽກ​ງານ​ການ​ຕ່າງປະ​ເທດ​ດ້ານ​ວິທະຍາສາດ​ເຕັກນິກ​ຂອງ​ຈີນ​ທີ່​ໄຂ​ຂຶ້ນ​ຢູ່​ນະຄອນຫລວງ​ປັກ​ກິ່ງ​ໃນ​ວັນ​ທີ 28 ສິງຫາ​ນີ້​ໄດ້​ເຜີຍ​ໃຫ້​ຮູ້​ວ່າ: ​ໃນ 5 ປີ​ທີ່​ຜ່ານ​ມາ, ການ​ປ່ຽນ​ແປງ​ດ້ານ​ດິນ​ຟ້າ​ອາກາດ, ພະລັງງານ​ກັບ​ການ​ອະນຸລັກ​ສິ່ງ​ແວດ​ລ້ອມ, ຄວາມ​ປອດ​ໄພ​ດ້ານ​ອາຫານ​ແລະ​ເນື້ອ​ໃນ​ດ້ານ​ວິທະຍາ ສາດ​ເຕັກນິກ​ອື່ນໆ​ໄດ້​ກາຍ​ເປັນ​ຫົວ​ຂໍ້​ສຳຄັນ​ໃນ​ຂົງ​ເຂດ​ການ​ຕ່າງປະ​ເທດ​ຂອງ​ຈີນ. ການ​ຕ່າງປະ​ເທດ​ດ້ານ​ວິທະຍາສາດ​ເຕັກນິກ​ໄດ້​ປະກອບສ່ວນ​ຢ່າງ​ພົ້ນ​ເດັ່ນ​​ໃນ​ການ​ຊຸກ​ຍູ້​ແລະ​ເຮັດ​ໃຫ້​ການ​ພົວ​ພັນ​ສອງ​ຝ່າຍ​ແລະ​ຫລາຍ​ຝ່າຍ​ຫມັ້ນທ່ຽງ​ແລະ​ຂະຫຍາຍຕົວ​ໄປ​ຫນ້າ.

ນອກ​ນີ້, ຈີນ​ໄດ້​ມີ​ຄວາມ​ສາມາດ​ໃນ​ການ​ເຂົ້າ​ຮ່ວມ​ການ​ຮ່ວມ​ມື​ໃນ​ໂຄງການ​ວິທະຍາສາດ​ເຕັກນິກ​ອັນ​ສຳຄັນ​ຂອງ​​ໂລກ.​​ໂດຍ​ໄດ້​ເຂົ້າ​ຮ່ວມ​ໂຄງການ​ວິທະ ຍາສາດ​ເຕັກນິກ​ຂະຫນາດ​ໃຫຍ່​ເຊັ່ນ: ​ແຜນການ​ຫນ່ວຍ​ເຢັນຂອງ​ພັນ​ຄົນ​ໃນ​ສາກົນ, ​ແຜນການ​ຂຸດ​ຄົ້ນ​ມະຫາ​ສະຫມຸດ​ສາກົນ​ແລະ​ອື່ນໆ, ຈີນ​​ໄດ້​ຮ່ວມ​ມືກັບ​ອາ​ເມ​ລິ​ກາ,ຣັດ​ເຊຍ,​ເອີ​ລົບ,ຍີ່​ປຸ່ນ​ແລະ​ປະ​ເທດ​ເຂັ້ມ​ແຂງ​ດ້ານ​ວິທະຍາສາດ​ເຕັກນິກ​ອື່ນໆ,​ໄດ້​ມີ​ສ່ວນ​ປະກອບ​ໃນ​ການວາງ​ມາດ​ຕະຖານ​ສາກົນ​ແລະ​ແກ້​ໄຂ​ບັນຫາ​ສຳຄັນ​ໃນ​ທົ່ວ​ໂລກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ