ຈີນສຳ​ເລັດ​ຍອດ​ປະລິມານ​ໃນ​ການຫຼຸດ​ການ​ລະບາຍ​ມົນ​ລະ​ພິດ​ຕົ້ນຕໍ​ຕາມ​ຄາດໝາຍ​ຂອງ​ແຜນ​ການ​ພັດທະນາ​ເສດຖະກິດ-ສັງຄົມ​5ປີ​ຄັ້ງ​ທີ11​ໃຫ້​ໄດ້​ຢ່າງ​ຮອບດ້ານ

(GMT+08:00) 2011-08-29 16:18:03     cri
ຕາມ​ຂ່າວCRI,ທ່ານ​ຖາວ​ເຕີ​ທຽນ ​ໂຄສົກ​ຖະ​ແຫຼ​ງຂ່າວ​ຂອງ​ກະຊວງ​ອະນຸລັກ​ສິ່ງ​ແວດ​ລ້ອມ​ຈີນ​ແຈ້ງ​ໃຫ້​ຮູ້​ໃນ​ວັນ​ທີ29​ສິງຫາ​ນີ້​ວ່າ,ຈີນ​ໄດ້ສຳ​ເລັດ​ຍອດ​ປະລິມານ​ໃນ​ການຫຼຸດ​ການ​ລະບາຍ​ມົນ​ລະ​ພິດ​ຕົ້ນຕໍ​ຕາມ​ຄາດໝາຍ​ຂອງ​ແຜນການ​ພັດທະນາ​ເສດຖະກິດ-ສັງຄົມ​5ປີ​ຄັ້ງ​ທີ11​ໃຫ້​ໄດ້​ຢ່າງຮອບດ້ານແລ້ວ​.

ມື້​ດຽວ​ກັນ,ກະຊວງ​ອະນຸລັກ​ສິ່ງ​ແວດ​ລ້ອມ​ຂອງ​ຈີນ​ໄດ້​ເປີ​ດ​ເຜີຍ​ຜົນ​ການ​ກວດກາ​ຍອດ​ປະລິມານ​ຫຼຸດການ​ລະບາຍ​ມົນ​ລະ​ພິດ​ຕົ້ນຕໍ​ຂອງ​​ແຫ່ງ​ຕ່າງໆ​ໃນ​ປີ2010​ແລະ​ໄລຍະ​ປະຕິບັດ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ​ແຫ່ງ​ຊາດ​5ປີ​ຄັ້ງ​ທີ11.​ຊຶ່ງ​ຜົນ​ການ​ກວດກາ​ສະ​ແດງ​ໃຫ້​ເຫັນ​ວ່າ,​ໃນ​ປີ2010,ຍອດ​ປະລິມານ​ລະບາຍ​ອົກ​ຊີ​ແຊນ​ທີ່​ຕ້ອງການທາງ​ດ້ານ​ເຄມີ​ໃນ​ທົ່ວ​ປະ​ເທດ​ມີ12​ລ້ານ3​ແສນ8ໝື່ນ1000​ໂຕນ,​ເມື່ອ​ທຽບ​ໃສ່​ປີ2005​ແລ້ວ​ໄດ້​ຫຼຸດ​ລົງ12,45%,ຍອດ​ປະລິມານ​ລະບາຍ​ຊຸນເຟີ​ດີ​ອົກ​ຊິດ​ມີ21​ລ້ານ8​ແສນ5​ໝື່ນ1000​ໂຕນ, ຫຼຸດ​ລົງ14,29%​ເມື່ອ​ທຽບ​ໃສ່​ປີ2005.ຊຶ່ງ​​ລ້ວນ​ແຕ່ໄດ້​ສຳ​ເລັດ​ໜ້າ​ທີ່ຫຼຸດ​ການ​ລະບາຍ​ມົນ​ລະ​ພິດ​​ແບບລື່ນ​ຄາດໝາຍ​ຄື​ຕາມ​ຄາດໝາຍໄວ້​ລ່ວງ​ໜ້າ​ແມ່ນ10%.

ທ່ານ​ຖາວ​ເຕີ​ທຽນ​ຍັງ​ກ່າວ​ວ່າ,ກະຊວງ​ອະນຸລັກ​ສິ່ງ​ແວດ​ລ້ອມ​ຂອງ​ຈີນ​ຈະ​ຊຸກ​ຍູ້​ແລະ​ຕິດຕາມ​ກວດກາ​ການປັບປຸງ​ດັດ​ແກ້​ຂອງ​ວິ​ສາ​ຫະກິດ​ທີ່​ສ້າງ​ມົນ​ລະ​ພິດ​ສູງ,ສຳລັບ​ວິ​ສາ​ຫະກິດ​ທີ່​ແກ້​ໄຂ​ບັນຫາ​ບໍ່​ເຖິງ​ຖອງຫຼື​ເຮັດ​ວຽກ​ຢ່າງ​ບໍ່​ມີ​ປະສິດທິ​ພາ​ບູຊຶ່ງ​ພາ​ໃຫ້​ສ້າງ​ຜົນ​ສະ​ທ້ອນ​ອັນ​ໜັກໜ່ວງ​ໃນ​ສັງຄົມ,ອົງການ​ຕິດຕາມ​ກວດກາ​ຈະ​ລົງ​ໂທດ​ຜູ່​ກ່ຽວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ