ຈີນ​ຄວນ​ຜະລິດ​ອອກ​ນ້ຳນົມ​ທີ່​ມີ​ຄຸນ​ນະພາ​ບສູງ

(GMT+08:00) 2011-08-29 16:57:13     cri
ຫວ່າງ​ມໍ່ໆ​ນີ້, ​ໃນ​ເວລາ​ຢ້ຽມຢາມ​ທັດ​ສະ​ນະສຶກສາ​ເບິ່ງກາ​ນຜະລິດ​ດ້ານ​ກະສິກຳ​ຢູ່​ແຂວງ​ເຮີ​ເປີຍ,ທາງ​ພາກ​ເໜືອ​ຂອງ​ຈີນ, ທ່ານ​ເວີ່ນ​ເຈ່ຍ​ປາວ, ນາ​ຍົກລັດ​ຖະມົນ​ຕີຈີນ​ຊີ້​ອອກ​ວ່າ, ຈີນ​ຄວນ​ບົ່ມ​ເພາະເຊື້ອ​ພັນ​ງົວ​ນົມ​ຂອງ​ຕົນ, ​ເພື່ອຜະລິດ​ອອກ​ນ້ຳນົມ​​ແລະ​ຜະລິດ​ຕະພັນ​ທີ່​ເຮັດ​ດ້ວຍ​ນ້ຳນົມງົວທີ່​ມີ​ຄຸນ​ນະພາ​ບສູງ,ຕັ້ງ​ຊື່ຍີ່​ຫໍ້​ຂອງ​ນ້ຳນົມ​ແລະ​ຜະລິດ​ຕະພັນ​ທີ່​ເຮັດ​ດ້ວຍ​ນ້ຳນົມ​ງົວຂອງ​ຕົນ, ​ໃຫ້ຢູ່​ໃນ​ແຖວ​ໜ້າ​ຂອງ​ໂລກ. ທ່ານ​ກ່າວ​ເນັ້ນ​ວ່າ, ຢາກ​ບັນລຸ​ເປົ້າ​ໝາຍ​ດັ່ງກ່າວ​ພວກ​ເຮົາຕ້ອງ​ຜ່ານ​ຂະ​ບວນການ​ທຳ​ຄວາມ​ພະຍາຍາມ​ທີ່ຫຍຸ້ງ​ຍາກແລະ​ຍາວ​ນານ​,ກໍ່​ຕ້ອງການ​ຄວາມ​ພະຍາຍາມ​ຮ່ວມ​ກັນ​ຈາກ​ວິ​ສາ​ຫະກິດ​ຜະລິດ​ຜະລິດ​ຕະພັນ​ທີ່​ເຮັດ​ດ້ວຍ​ນ້ຳນົມງົວ​ແລະ​ພາກສ່ວນ​ກະສິກຳ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ