ຝ່າຍ​ຕໍ່​ຕ້ານ​ລັດຖະບານ​ລີ​ບີ​ກ່າວ​ວ່າ​ທ່ານ​ກັດ​ດາ​ຟີ​ຍັງ​ເປັນ​ໄພ​ຂົ່ມຂູ່​ຢູ່ ຄອບ​ຄົວ​ຂອງ​ທ່ານ​ກັດ​ດາ​ຟີ​ພັດ​ຖິ່ນໄປ​ຮອດ​ອານ​ເຊຣີ

(GMT+08:00) 2011-08-30 16:57:32     cri
ວັນ​ທີ29​ສິງຫາ​ນີ້, ທ່ານ​ມຸສ​ຕາຟາ ອັບ​ດຸນ ​ເຈ​ລິນ, ປະ​ທານ​ຄະນະ​ກຳມະ​ການ​ຊົ່ວ​ຄາວ​ແຫ່ງ​ຊາດ​ຂອງ​ຝ່າຍ​ຕໍ່ຕ້ານ​ລັດ​ຖະ​ບານ​ລີ​ບີ​ກ່າວ​ວ່າ, ທ່ານ​ກັດ​ດາ​ຟີ​ຍັງ​​ເປັນ​ໄພ​ຂົ່ມຂູ່​ຕໍ່​ປະ​ເທດ​ລີ​ບີ​ຈົນ​ກະທັ້ງ​ທົ່ວ​ໂລກ, ​ແລະ​ຮຽກຮ້ອງ​ໃຫ້​ນາ​ໂຕ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ທາງ​ທະ​ຫານ​ຢູ່​ລີ​ບີອີກ​ຕໍ່​ໄປ.

ທ່ານ​ຈາ​ລິນ​​ໄດ້​ກ່າວ​ຄວາມ​ເວົ້າ​ດັ່ງກ່າວ​ຢູ່ໃນ​ກອງ​ປະຊຸມ​ລັດຖະ​ມົນຕີ​ປ້ອງ​ກັນ​ປະ​ເທດ​ຂອງ​ປະ​ເທດ​ຕ່າງໆ​ທີ່​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ທາງ​ທະ​ຫານ​ຢູ່​ລີ​ບີ, ​ເຊິ່ງ​ກອງ​ປະຊຸມ​ດັ່ງກ່າວ​ຈັດ​ຂຶ້ນ​ຢູ່​ນະຄອນ​ຫຼວງ​ໂດ​ຮາ​ຂອງ​ກາ​ຕາ​ໃນ​ວັນ​ທີ29ສິງ​ຫາ​ນີ້. ກ່ຽວ​ກັບ​ເລື່ອງ​ນີ້, ທ່ານ​ຊາ​ມຸ​ເອັນ ລອກ​ເລຍ, ພົນ​ເອກ​ທະຫານ​ເຮືອ​ອາ​ເມ​ລິ​ກາ​ທັງ​ເປັນຜູ້​ບັນຊາ​ການ​ກອງທະ​ຫານ​ນາ​ໂຕ​ໃນ​ລີ​ບີກ່າວ​ວ່າ, ການ​ເຄື່ອນ​ໄຫວ​ທາງ​ທະ​ຫານ​ຂອງ​ນາ​ໂຕ​ຢູ່​ລີ​ບີຢ່າງ​ໜ້ອຍ​ຈະ​ດຳ​ເນີນ​ໄປ​ຮອດ​ວັນ​ທີ27​ເດືອນ​ກັນ​ຍາ​ໜ້າ​ນີ້.

ພ້ອມ​ກັນ​ນັ້ນ, ວັນ​ທີ29​ສິງຫາ​ນີ້, ສະຫະ​ພາບ​ອາ​ຟຼິກາ​ຮຽກ​ຮ້ອງ​ໃຫ້​ລີ​ບີ​ຢຸດຕິ​ການ​ປະ​ທະ​ກັນ​ດ້ວຍ​ກຳລັງ​ອາວຸດ​ໂດຍ​ໄວ, ​ແລະ​ກ່າວ​ວ່າ​ສະຫະ​ພາບ​ອາ​ຟຼິກາ​ໄດ້​ກຽມ​ພ້ອມ​ແລ້ວທີ່​ຈະ​ຮັບ​ເອົາ​ລັດຖະ​ບານ​ຊົ່ວຄາວ​ລີ​ບີ​ເຂົ້າ​ແທນ​ບ່ອນ​ນັ່ງ​ຂອງ​ອຳ​ນາດ​ການ​ປົກຄອງ​ເກົ່າ​ໃນ​ສະຫະ​ພາບ​ອາ​ຟຼິກາ.

ມື້​ດຽວ​ກັນ, ກະ​ຊວງ​ການ​ຕ່າງປະ​ເທດ​ອານ​ເຊຣີອອກ​ປະກາດ​ແຈ້ງ​ການ​ວ່າ, ພັນ​ລະ​ຍາ, ພ້ອມ​ດ້ວຍລູກ​ສາວ​ແລະ​ລູກ​ຊາຍ​ສອງ​ຄົນ​ຂອງ​ທ່ານ​ກັດ​ດາ​ຟີ​ພ້ອມ​ດ້ວຍ​ລູກ​ຂອງ​ເຂົາ​ເຈົ້າ​ໄດ້​ຜ່ານ​ຊາຍ​ແດນ​ເຂົ້າ​ໃນ​ດິນ​​ແດນ​ອານ​ເຊ​ຣີ​ແລ້ວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ