ຍອດ​ປະລິມານ​ການ​ຜະລິດ​ເຂົ້າດໍ​ຂອງ​ຈີນ​ໃນ​ປີ​ນີ້​ບັນລຸ​ເຖິງ32ລ້ານ7​ແສນ6ໝື່ນ​ໂຕນ

(GMT+08:00) 2011-08-30 17:04:48     cri
ຕາມ​ປະກາດ​ແຈ້ງ​ການ​ຂອງ​ກົມ​ສະຖິຕິ​ແຫ່ງ​ຊາດ​ຈີນ​ເປີດ​ເຜີຍ​ໃນ​ວັນ​ທີ30​ສິງຫາ​ນີ້,ຍອດ​ປະລິມານ​ການ​ຜະລິດ​ເຂົ້າ​ດໍ​ຂອງ​ຈີນປີ​ນີ້​ແມ່ນ​ບັນ​ລຸ32ລ້ານ7​ແສນ6​ໝື່ນ​ໂຕນ​,​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ​ປີ​ກາຍ1​ລ້ານ4​ແສນ3ໝື່ນ​ໂຕນ,ຊຶ່ງ​ເພີ່ມ​ຂຶ້ນ4,5%.

ຕາມ​ປະກາດ​ແຈ້ງ​ການຂຽນ​ວ່າ,ປີ​ນີ້,​ເນື້ອ​ທີ່​ການ​ປູກ​ເຂົ້າດໍ​ໃນ​ທົ່ວ​ປະ​ເທດ​ຈີນ​ເມື່ອ​ທຽບ​ໃສ່​ປີ​ກາຍ​ແລ້ວ​ໄດ້​ຫຼຸດ​ລົງ​ໜ້ອຍ​ໜຶ່ງ,​ແຕ່​ສະ​ມັດ​ຕະ​ພາບ​ການ​ຜະລິດ​ໄດ້​ຍົກ​ສູງ​ຂຶ້ນ​ຫຼາຍ​ສົມຄວນ.​ເຊິ່ງ​ສະ​ມັດ​ຕະພາບ​ການ​ຜະລິດ​​ເຂົ້າ​ດໍ​ທົ່ວ​ປະ​ເທດ​ຈີນ​ແມ່ນຫຼາຍ​ກວ່າ5​ໂຕນ​ເຄິ່ງຕໍ່​ເຮັກຕາ,​ແຕ່ລະ​ເ​ຮັກ​ຕາໄດ້​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ​ປີກາຍ290​ກິ​ໂລ,ຊິ່ງ​ເພີ່ມ​ຂຶ້ນ5,4%.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ