ດາວ​ທຽມ​"ສາງ​ເອີ​ເລກ2"ທີ່​ເປັນ​ດາວ​ທຽມ​ສຳ​ຫຼວດດວງ​ຈັນ​ໜ່ວຍ​ທີ​ສອງ​ຂອງ​ຈີນ​ໄປ​ເຖິງ​ອະວະກາດ​ຊັ້ນ​ນອກ​ທີ່​​ໄກ​​ເຖິງ1​ລ້ານ5​ແສນ​ກິ​ໂລ​ແມັດ

(GMT+08:00) 2011-08-30 17:06:03     cri

ມາ​ຮອດ​ວັນ​ທີ30​ສິງຫາ​ນີ້,ດາວ​ທຽມ​"ສາງ​ເອີ​ເລກ2"ຊຶ່ງ​ເປັນ​ດາວ​ທຽມ​ສຳ​ຫຼວດດວງ​ຈັນ​ໜ່ວຍ​ທີ​ສອງ​ຂອງ​ຈີນ​​ໄດ້​ບິນ​ອ້ອມ​ຈຸດ​ລາ​​ເກຼນຈຽນL2ຢ່າງ​ໝັ້ນ​ທ່ຽງ​ເປັນ​ເວລາ​ເກືອບ5​ວັນ​ແລ້ວ,ຄາດ​ວ່າ​ໃນ​ວັນ​ທີ1​ກັນຍາ​ໜ້າ​ນີ້,ດາວ​ທຽມ​"ສາງ​ເອີ​ເລກ2"ພ້ອມ​ກັບ​ຕາ​ເວັນ,ໜ່ວຍ​ໂລກ​ແລະ ຈຸດ​ລາ​​ເກຼນຈຽນL2ຈະ​ຢູ່​ໃນ​ໜ້າ​ພຽງ​ອັນ​ດຽວ​ກັນ.ນີ້​ໝາຍ​ຄວາມ​ວ່າ,ຈີນ​ກາຍ​ເປັນ​ປະ​ເທດ​ທີ3​​ໃນ​ໂລກທີ່​ສົ່ງ​ດາວ​ທຽມ​ໄປ​ເຖິງ​ຈຸດ ລາ​​ເກຼນຈຽນL2​ເຊິ່ງຮອງ​ຈາກ​ກົມ​​ອະວະກາດ​ເອີ​ລົບ​ແລະ​ອາ​ເມ​ລິ​ກາ.

ຕາມ​ການ​ອອກ​ແບບ​ແລ້ວ , ດາວ​ທຽມ"ສາງ​ເອີ​ເລກ2" ​ໄດ້​ເຕັມອາຍຸ​ໃຊ້ການ​​ເປັນ​ເຄິ່ງປີ​​ໃນ​ວັນ​ທີ1​ເມສາ​ປີ​ນີ້,​ໂດຍ​ໄດ້​ປະຕິບັດ​​ເປົ້າ​ໝາຍ​ໂຄງການ​ແລະສຳ​ຫຼວດທາງ​ດ້ານ​ວິທະຍາສາດ​ທຸກ​ລາຍການ​ມີ​ຜົນ​ສຳ​ເລັດ​ຢ່າງ​ຈົບງາມ.​​ເນື່ອງ​ຈາກ​ວ່າ​ທາວ​ດຽມ"ສາງ​ເອີ​ເລກ2"ຍັງ​ມີ​ວັດຖຸ​ເຊື້ອ​ໄຟ​ຢ່າງ​ຫຼວງ​ຫຼາຍ,ບັນດານັກວິທະຍາສາດຈິ່ງ​ຕັດສິນ​ໃຈ​ໃຫ້​ດາວ​ທຽມໜ່ວຍ​ນີ້​ປະຕິບັດ​ໜ້າ​ທີ່​ການ​ທົດ​ລອງ​ແບບ​ບຸກ​​ເບີກ​ຫຼາຍ​ກວ່າ​ເກົ່າ.ວັນ​ທີ9​ມິຖຸນາ​ຜ່ານ​ມາ,ດາວ​ທຽມ"ສາງ​ເອີ​ເລກ2"​ໄດ້​ບິນ​ອອກ​ຈາກ​ດວງ​ຈັນ​ພາຍ​ໃຕ້​ການ​ບັນຊາ​ຄວບ​ຄຸມ,ພາຍຫຼັງ​ບິນ​ໄດ້77​ວັນ​ແລ້ວ,​ເວລາ23​ໂມງ27​ນາທີ​ຂອງ​ວັນ​ທີ25​ສິງຫາ​ນີ້,ດາວ​ທຽມ"​ສາງ​ເອີ​ເລກ2"​ໄດ້​ເຄື່ອນ​ຕົວ​ອອກ​ຈາກ​ວົງ​ໂຄຈອນ​ຂອງດວງ​ຈັນ​ຊຶ່ງ​ເປັນ​ເທື່ອ​ທຳ​ອິດ​ໃນ​ໂລກ,​ແລ້ວ​ເຂົ້າ​ສູ່​ວົງ​ໂຄ​ຈອນ​ຂອງ ຈຸດ​ລາ​​ເກຼນຈຽນL2ທີ່​ເປັນ​ຈຸດ​ດຸນ​ດ່ຽງ​ທາງ​ດ້ານ​ແຮງ​ດຶງ​ດູດ​ລະຫວ່າງ​ດວງ​ຕາ​ເວັນ​ແລະ​ໜ່ວຍ​ໂລ​ກຊຶ່ງ​ຈຸດ​ນີ້​ຫ່າງຈາກ​ໜ່ວຍ​ໂລກ​ປະມານ1​ລ້ານ5​ແສນ​ກິ​ໂລ​ແມັດ.

ຜົນ​ສຳ​ເລັດ​ ​ຂອງດາວ​ທຽມ"ສາງ​ເອີ​ເລກ2"​ໃນ​ການທົດ​ລອງ​ແບບ​ບຸກ​ເບີກ​ໄດ້​ເຮັດ​ໃຫ້​ໄລຍະ​ການບິນ​ອະວະກາດ​ຂອງ​ຈີນ​ຈາກ4​ແສນ​ກິ​ໂລ​ແມັດ​​ໃນ​ເມື່ອ​ກ່ອນ​ເພີ່ມ​ຂຶ້ນ​ເປັນ1​ລ້ານ5​ແສນ​ກິ​ໂລ​ແມັດ​ໃນ​ປະຈຸ​ບັນ​ຊຶ່ງ​ເປັນ​ການ​ພັດທະນາ​ແບບ​ກ້າວ​ກະ​ໂດດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ