ຈີນສະໜັບ​ສະ​ໜູນ​ສະຫະ​ປະຊາ​ຊາດ​ເສີມ​ຂະຫຍາຍ​ບົດບາດນຳ​ໜ້າ​ໃນດ້ານ​ບັນຫາ​ລີ​ບີ​ແລະ​ອື່ນໆ

(GMT+08:00) 2011-08-30 17:23:04     cri


ວັນ​ທີ29ສິງ​ຫາ​ນີ້, ຢູ່​ນະຄອນຫຼວງ​ປັກ​ກິ່ງ ​ໃນ​ເວລາ​ຕ້ອນຮັບ​​ທ່ານ​ນາ​ເຊີ​ທີ່​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະທານກອງ​ປະຊຸມ​ສະຫະ​ປະຊາ​ຊາດ​ຄັ້ງ​ທີ66,ທ່ານ​ຊີ​ຈິ້ນຜິ​ງ, ຮອງ​ປະທານ​ປະ​ເທດ​ຈີນກ່າວ​ເນັ້ນ​ວ່າ,ຈີນ​ເດັດ​ດ່ຽວ​ສະໜັບ​ສະໜູນ​ສະຫະ​ປະຊາ​ຊາດ​ໃຫ້ປະ​ກອບສ່ວນ​ເຂົ້າໃນ​ວຽກ​ງານ​ສາກົນ​ໃຫ້​ຫຼາຍ​ກວ່າ​ເກົ່າ,​ເພື່ອ​ເສີມ​ຂະຫຍາຍ​ບົດບາດ​ນຳ​ໜ້າ​ໃນ​​ບັນຫາ​ລີ​ບີ​ແລະ​ອື່ນໆ,ປະ​ກອບສ່ວນ​ອັນໃຫຍ່​ຫຼວງ​ກວ່າ​ເກົ່າ​ເຂົ້າ​ໃນ​ການ​ປົກ​ປັກ​ຮັກສາ​ສັນຕິພາບ​ແລະ​ຄວາມ​ໝັ້ນຄົງ​ຢູ່​ໃນ​​ໂລກ​ແລະ​ພາກ​ພື້ນ.


ທ່ານ​ຊີ​ຈິ້ນ​ຜິ​ງຊີ້​ອອກ​ວ່າ, ສະ​ຖານະ​ການ​ສາກົນ​ໃນ​ປະຈຸ​ບັນ​ມີ​ການ​ປ່ຽນ​ແປງ​​ໄປ​ຢ່າງ​ສັບ​ສົນ​ແລະ​ເລິກ​ເຊິ່ງ. ບັນຫາ​ທົ່ວ​ໂລກ​ນັບ​ມື້​ນັບ​ພົ້ນ​ເດັ່ນ​ຂຶ້ນ,ຕະຫຼາດ​ການ​ເງິນ​ທົ່ວໂລ​ກ​ເກີດ​ມີ​ຄວາມ​ປັນ​ປ່ວນອັນ​ໃໝ່. ຫວ່າງ​ມໍ່ໆ​ມາ​ນີ້, ສະຖານະ​ການ​ຢູ່​ເຂດ​ອາຊີ​ຕາ​ເວັນ​ຕົກ​ແລະ​ອາ​ຟຼກິກາ​ເໜືອ​ເຮັດ​ໃຫ້​ພວກ​ເຮົາມີ​ຄວາມ​ເປັນ​ຫ່ວງ​ຫຼາຍ, ສັນ​ຕິພາບ​ແລະ​ສະຖຽນ​ລະ​ພາບ​ຢູ່​ເຂດ​ຕາ​ເວັນ​ອອກ​ກາງ​ໄດ້​ປະ​ເຊີນ​ກັບ​ການ​ທົດ​ສອບ​ທີ່​ເຄັ່ງຂຶມ. ຈີນ​ຈະ​ຕັ້ງໜ້າ​ເຂົ້າ​ຮ່ວມ​ວຽກ​ງານ​ຂອງ​ສະຫະ​ປະຊາ​ຊາດ​ເໝືອນ​ດັ່ງ​ທີ່​ຜ່ານ​ມາ,ພ້ອມ​ທັງສືບ​ຕໍ່​ສະໜັບ​ສະໜູນ​ວຽກ​ງານ​ຂອງ​ສະຫະ​ປະຊາ​ຊາດ​ແລະ​ປະທານ​ສະມັດຊາໃຫຍ່​ສະຫະ​ປະຊາ​ຊາດ​ຢ່າງຕັ້ງໜ້າ.

ທ່ານ​ນາ​ເຊີ​ກ່າວ​ວ່າ, ທ່ານ​ຈະ​ພະຍາຍາ​ມຊຸກຍູ້​ການ​ແກ້​ໄຂ​ບັນຫາ​ຄວາມ​ປອດ​ໄພ​ດ້ານ​ສະບຽງ​ອາຫານ,ການ​ຫຼຸດຜ່ອນ​ຄວາມທຸກ​ຍາກ,ການ​ປະ​ທະ​ກັນ​ດ້ວຍ​ກຳ​ລັງ​ອາວຸດ,ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ແລະ​ບັນຫາ​ອື່ນໆ. ທ່ານຍັງ​ກ່າວ​ວ່າ,ຫວັງ​ໃຫ້​ຈີນ​ເດັດດ່ຽວ​ສືບ​ຕໍ່​ສະໜັບສະ​ໜູນ​ແນວ​ຄິດ​ແບບຫຼາຍ​ຝ່າຍ,​ແລະສະ​ຫະ​ປະຊາ​ຊາດ​ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ຈີນ​ໃຫ້​ຫຼາຍ​ຂຶ້ນ​ຕື່ມ​ອີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ