ຈີນ​ກ່າວ​ເນັ້ນ​ວ່າ​ສະພາ​ຄວາມ​ໝັ້ນຄົງ​​ແຫ່ງ​ສະຫະ​ປະຊາ​ຊາດຄວນ​ເສີມ​ຂະຫຍາຍ​ບົດບາດນຳ​ພາ​ໃນ​ການ​ແກ້​ໄຂ​ບັນຫາ​ລີ​ບີ

(GMT+08:00) 2011-08-31 16:44:16     cri
ສະພາ​ຄວາມ​ໝັ້ນຄົງ​ແຫ່ງ​ສະຫະ​ປະຊາ​ຊາດ​ໄດ້​ໄຂ​ກອງ​ປະຊຸມ​ເປີດ​ເຜີຍ​ໃນ​ວັນ​ທີ30​ສິງຫາ​ນີ້​ໂດຍ​ໄດ້​ຮັບ​ຟັງ​ແລະ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ລາຍ​ງານ​ຂອງ​ທ່ານ​ບານ​ກີ​ມູນ ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ສະຖານະ​ການ​​ໃນລີ​ບີ​.ພາຍຫຼັງ​ກອງ​ປະຊຸມ,ທ່ານ​ລີ​ປາວ​ຕຸ່ງ ຜູ່​ຕາງໜ້າ​ຖາວອນ​ຂອງ​ຈີນ​ປະຈຳ​ສະຫະ​ປະຊາ​ຊາດ​ໄດ້​ຖະ​ແຫຼ​ງຕໍ່​ສື່​ມວນ​ຊົນ​ໂດຍ​ກ່າວ​ເນັ້ນ​ວ່າ,​​ເພື່ອ​ຮັບ​ມື​ກັບ​ບັນ​ຫາ​ລີ​ບີ​ໃນ​ຕໍ່​ໜ້າ,​ປະ​ຊາ​ຄົມ​ໂລກ​ຄວນ​ປະຕິບັດ​ຕາມ4​ຫຼັກການ​ຄື: ທຳ​ອິດ​ແມ່ນ​ຕ້ອງ​ຢຸດຕິ​ການ​ປະ​ທະ​ກັນ​ໂດຍ​ໄວ,ການ​ໃຊ້​ກຳລັງ​ທາງ​ທະ​ຫານ​ບໍ່​ສາມາດ​ແກ້​ໄຂ​ບັນຫາ​ລີ​ບີ​ໄດ້,ອັນ​ທີ​ສອງ​ແມ່ນ​​ຕ້ອງເລີ່​ມຕົ້ນປະຕິບັດການ​ທາງ​ການ​ເມືອງ​ທີ່​ເຮັດ​ໃຫ້​ຝ່າຍ​ຕ່າງໆ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຮ່ວມ​ກັນ,ອັນ​ທີ​ສາມ​ແມ່ນ​ເຄົາລົບ​ອະທິປະ​ໄຕ​ແລະ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ລີ​ບີ,​ເຄົາລົບ​ຄວາມ​ປາຖະໜາ​ແລະ​ທາງ​ເລືອກ​ຂອງ​ປະຊາຊົນ​ລີ​ບີ,ອັນ​ສຸດ​ທ້າຍ​ແມ່ນ​ເສີມ​ຂະຫຍາຍ​ບົດບາດນຳ​ພາ​ຂອງ​ສະພາ​ຄວາມ​ໝັ້ນຄົງ,ຄວາມ​ພະ​ຍາ​ຍາມ​ຂອງປະ​ເທດ,ກົນ​ໄກ​ສາກົນ​ແລະກອງ​ປະຊຸມ​ສາກົນ​ອື່ນໆລ້ວນ​ແຕ່​ຄວນ​ເສີມ​ຂະຫຍາຍບົດບາດ​ຊ່ວຍ​ເຫຼືອ​ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ກົດ​ບັດ​ສະຫະ​ປະຊາ​ຊາດ​ແລະ​ຫຼັກການ​ທີ່​ກຳນົດ​ໄວ້​ໃນການ​ແກ້​ໄຂ​ບັນຫາ​ລີ​ບີ.

ທ່ານ​ລີ​ປາວ​ຕຸ່ງຍັງ​ກ່າວ​ເນັ້ນ​ວ່າ,ຈີນ​ສະໜັບສະໜູນ​ສະຫະພາບ​ອາ​ຟຼິກກາ​ທີ່​ມີ​ຄວາມ​ພະຍາຍາມ​​ໃນ​ການ​ຊຸກ​ຍູ້​ການ​ແກ້​ໄຂ​ວິ​ກິດ​ການ​ຢູ່​ລີ​ບີ​ດ້ວຍ​ວິທີ​ທາງ​ການ​ເມືອງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ