ຊາວ​ມຸສລິ​ມ​ແຫ່ງ​ຕ່າງໆ​ຂອງ​ຈີນ​ສະ​ເຫຼີ​ມສະ​ຫຼອງ​ບຸນ​ເລີກ​ຖື​ສິນ

(GMT+08:00) 2011-08-31 18:11:06     cri
ວັນ​ທີ31​ສິງຫາ​ແມ່ນ​ບຸນ​​ເລີກ​ຖື​ສິນ​ຊຶ່ງ​ເປັນ​ບຸນ​ສຳຄັນ​ຂອງ​ມຸສລິ​ມ.​ໃນ​ມື້ບຸນ​​ເລີກ​ຖື​ສິນແຕ່ລະ​ປີ,ຊາວ​ມຸສລິ​ມ​ແຫ່ງ​ຕ່າງໆ​ຂອງ​ຈີນ​ລ້ວນ​ແຕ່​ຈະມີ​ການ​ສະ​ເຫຼີ​ມສະຫຼອງມື້​ບຸນຢ່າງ​ໃຫຍ່​ໂຕ​ມະຫາ​ລານດ້ວຍຫຼາຍ​ຮູບ​ຫຼາຍ​​ແບບ.

ເວລາ10​ໂມງ​ວັນ​ທີ31​ສິງຫາ​ນີ້,ຊາວ​ມຸສລິ​ມຫຼາຍ​ພັນ​ຄົນ​ໄດ້​ເຕົ້າ​ໂຮມ​ກັນ​ຢູ່​ສຸ​ເຫຼົ່າ​ນີວ​ເຈ​ຊຶ່ງເປັນ​ສຸ​ເຫຼົ່າ​ທີ່​ໃຫຍ່​ກວ່າ​ໝູ່​ແລະ​ມີ​ປະ​ຫວັດ​ດົນ​ນານ​ກວ່າ​ໝູ່​ຢູ່​ປັກ​ກິ່ງ​ເພື່ອ​ເລີ່ມຕົ້ນພິທີ​ສະຫຼອງ​ມື້ບຸນຂອງ​ປີ​ນີ້.

ຢູ່ເຂດ​ປົກຄອງ​ຕົນ​ເອງ​ໜິງ​ເຊ້ຍ ​ເຊິ່ງ​ເປັນ​ເຂດ​ທີ່​ມີ​​ເຜົ່າ​ຮຸຍ​​ ​ດຳລົງ​ຊີວິດຫຼາຍ​ກວ່າ​ໝູ່​ຂອງ​ຈີນ,ຢູ່ໃນ​ແລະ​ນອກ​ສຸ​ເຫຼົ່າ​ນາ​ເຈ່ຍ​ຮູ້ທີ່​ມີ​ປະ​ຫວັດ​ເກືອບ500​ປີ​ຂອງ​ເມືອງ​ຢົງ​ໜິງນະຄອນ​​ອິນສວນ​ເຕັມ​​ໄປ​ດ້ວຍຊາວ​ມຸສລິ​ມທີ່​ໄປ​ເຂົ້າ​ຮ່ວມ​ພິທີ​ສະ​ຫຼອງ​ບຸນ​.​ເລີ່​ມ​ແຕ່​ປີ2010​ເປັນ​ຕົ້ນ​ມາ,​ເຂດ​ປົກຄອງ​ຕົນ​ເອງ​ໜິງ​ເຊ້ຍ​ໄດ້​ເພີ່ມ​ວັນພັກ​ບຸນ​​ເລີກ​ຖື​ສິນ​ແລະ​ບຸນອິດູ​ນ ອັດ​ຮາຈາກ1​ມື້​ເປັນ2​ມື້,ສ່ວນ​ໃນ​ບຸນ​​ເລີກ​ຖື​ສິນ​ປີ​ນີ້,ບວກ​ກັບ​ວັນ​ເສົາ​ວັນ​ທິດ​ແລ້ວ,ປະຊາຊົນ​ເຜົ່າຕ່າງໆ​ຂອງ​ເຂດ​ປົກຄອງ​ຕົນ​ເອງ​ໜິງ​ເຊ້ຍຈະ​ໄດ້​ພັກ4​ວັນ.

ວັນ​ທີ31ສິງຫາ​ນີ້,ຊາວ​ມຸສລິ​ມຂອງ​ແຫ່ງ​ຕ່າງໆ​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ອຸຍ​ເກີ​ຊິນ​​ເຈ່ຍຈຳນວນ11​ລ້ານ​ກວ່າ​ຄົນ​ໄດ້​ເລີ່​ມຊົມ​ໃຊ້​ຍາມ​ພັກ​ບຸນ​ເລີກ​ຖື​ສິນ​ເປັນ​ເວລາ2​ວັນ,ຢູ່​ຊຸບ​ເປີ​ມາ​ເກັດ​ອານ​ເມີ​ທີ່​ເອີ​ຕ້າວ​ສຽວ​ນະຄອນ​ອຸລຸ​ມ​ກີ​ເຂດ​ຊິນ​ຈ່ຽງ,ປະຊາຊົນ​ຈຳນວນ​ຫຼວງ​ຫຼາຍ​ພາກັນ​ໄປ​ຊື້​ເຄື່ອງ​ ​ສະຫຼອງ​ບຸນແຕ່​ເຊົ້າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ