ຈີນ​ກ່າວ​ວ່າ​ຍີ່​ປຸ່ນຄວນ​ອະທິບາຍ​ເຈດ​ຕະນາ​ໃນ​ການ​ເພີ່ມ​ກຳລັງ​ຮົບ​ຢູ່​​ເກາະ​ຕ່າງໆ​ທີ່​ຢູ່​ທາງ​ທິດຕາ​ເວັນ​ຕົກ​ສຽງ​ໃຕ້

(GMT+08:00) 2011-08-31 20:05:46     cri

ຕາມ​ຂ່າວ​ແຈ້ງວ່າ,ລັດຖະບານ​ຍີ່​ປຸ່ນມີ​ແຜນ​ຈະ​ຈັດ​ວາງ​ກອງທະຫານຕິດຕາມ​​ຝັ່ງ​ທະ​ເລ​ຢູ່​​ເກາະ​ໂຢນາ​ກູ​ນີຂອງແຂວງ​ໂອ​ຄີ​ນາ​ວະ,ກະຊວງ​ປ້ອງ​ກັນ​ຍີ່​ປຸ່ນກຳລັງ​ຄົ້ນຄວ້າ​ຈະ​ສົ່ງ​ກອງ​ປ້ອງ​ກັນ​ຕົວ​ກອງ​ໃໝ່​ໄປ​ເກາະ​ອິຊີ​ກາ​ຄີ​ແລະ​ເກາະ​ມີ​ຢາ​ໂຄ​ເພື່ອ​ ​ເພີ່ມ​ກຳລັງປ້ອງ​ກັນຕົວ​ຢູ່​ເກາະ​ເຫຼົ່າ​ນີ້.

ທ່ານ​ຢາງອີ​ຈຸ່ນ ​ໂຄສົກ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນ​ໄດ້​ຕອບ​ຄຳ​ຖາມຂອງ​ນັກ​ຂ່າວກ່ຽວ​ກັບ​ເລື່ອງ​ນີ້​ໃນ​ກອງ​ປະຊຸມ​ຂ່າວ​ຂອງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຈີນ​ໃນ​ວັນ​ທີ31​ສິງຫາ​ນີ້​ວ່າ,ຍ້ອນ​ສາ​ເຫດ​ທາງ​ປະຫວັດສາດ,ການ​ເຄື່ອນ​ໄຫວ​ທາງການ​ທະຫານ​ໃດໆ​ຂອງ​ຍີ່​ປຸ່ນລ້ວນ​ແຕ່​ຈະ​ພາ​ໃຫ້​ປະ​ເທດ​ຕ່າງໆ​ໃນ​ອາຊີ​ເປັນ​ຫ່ວງແລະ​​ເກີດ​ມີ​ຄວາມ​ສົງ​ໃສ,ຍີ່​ປຸ່ນຄວນ​ອະທິບາຍ​​ເຈດ​ຕະນາ​ອັນ​ແທ້​ຈິງ​ໃນ​ການ​ເພີ່ມ​ກຳລັງ​ຮົບ​ຢູ່​ເກາະ​ຕ່າງໆ​ທີ່​ຢູ່​ທາງ​ທິດຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ປະ​ເທດ.ພ້ອມ​ກັນ​ນັ້ນ,ທ່ານ​ຢາງອີ​ຈຸ່ນ​ຍັງ​ກ່າວ​ເນັ້ນ​ວ່າ, ​ຈີນ​ຍີ່​ປຸ່ນພວມ​ສຸມ​ກຳລັງເຂົ້າ​ໃນການ​ຊຸກ​ຍູ້​ການ​ພົວພັນ​ຍຸດ​ທະ​ສາດ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ,ຍີ່​ປຸ່ນຄວນ​ທຳ​ຄວາມ​ພະ​ຍາ​ຍາມ​ອັນ​ຕັ້ງໜ້າ​ເພື່ອ​ເລື່ອງ​ນີ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ