ທ່ານ​ຫູ​ຈິນ​ທ່າວ​ພົບ​ກັບ​ທ່ານ​ອາ​ກີ​ໂນ

(GMT+08:00) 2011-08-31 19:55:10     cri
ວັນ​ທີ31​ສິງຫາ​ນີ້,ຢູ່​ທີ່​ປັກ​ກິ່ງ,​ໃນ​ເວລາ​ພົບ​ປະ​ກັບ​ທ່ານ​ເບ​ນິກ​ໂນ ອາ​ກີ​ໂນ,​ປະ​ທາ​ນາ​ທິ​ບໍ​ດີ​ຟິ​ລິບ​ປິນ​ທີ່​ມາ​ຢ້ຽມ​ຢາມ,​ທ່ານ​ຫູ​ຈິນ​ທ່າວ,​ປະ​ທານ​ປະ​ເທດ​ຈີນ​ກ່າວ​ວ່າ,​ຈີນ​ຍິນ​ດີ​ຮ່ວມ​ກັນ​ກັບ​ບັນດາປະ​ເທດ​ອາ​ຊຽນ ລວມ​ທັງ​ຟິ​ລິບ​ປິນ,​ຕັ້ງ​ໜ້າ​ປະ​ຕິ​ບັດ​"ຖະ​ແຫຼງ​ການ​ການ​ປະ​ພຶດ ຂອງ​ຝ່າຍ​ຕ່າງໆ​ຢູ່​ເຂດ​ທະ​ເລ​ຈີນ​ໃຕ້",​ຮ່ວມ​ກັນ​ສ້າງ​ສາ​ເຂດ​ທະ​ເລ​ຈີນ​ໃຕ້​ໃຫ້​ເປັນ​ປະ​ເທດ​ທີ່​ມີ​ສັນ​ຕິ​ພາບ,​ມິດ​ຕະ​ພາບ​ແລະ​ການ​ຮ່ວມ​ມື.​ກ່ອນ​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ກັນ,​ປະ​ເທດ​ທີ່​ກ່ຽວ​ຂ້ອງ​ຄວນ​ໂຈະ​ຄວາມ​ຂັດ​ແຍ່ງ​ໄວ້,​ຕັ້ງ​ໜ້າ​ປຶກ​ສາ​ຫາລື​ການ​ຮ່ວມ​ກັນ​ພັດ​ທະ​ນາ​ຢູ່​ເຂດ​ທະ​ເລ​ທີ່​ກ່ຽວ​ຂ້ອງ,​ນີ້​ສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍດ​ຮ່ວມ​ກັນ​ຂອງ​ປະ​ເທດ​ທີ່​ກ່ຽວ​ຂ້ອງ.

ທ່ານ​ອາ​ກີ​ໂນ​ກ່າວ​ວ່າ,ຟິລິບ​ປິນກ່າວ​ລື້​ມວ່າ​ຈະ​ສຸມ​ກຳລັງ​ເຂົ້າ​ໃນ​ການ​ປົກ​ປັກຣັກສາ​ສັນຕິ ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ພາກ​ພື້ນ,​ສຸມ​ກຳ​ລັງ​ເຂົ້າ​ໃ​ນການ​ປະ​ຕິ​ບັດ​"ຖະ​ແຫຼງ​ການ ການ​ປະ​ພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ເຂດ​ທະ​ເລ​ຈີນ​ໃຕ້".​ບັນ​ຫາ​ທະ​ເລ​ຈີນ​ໃຕ້​ບໍ່​ແມ່ນ​ເນື້ອ​ໃນ​ທັງ​ໝົດ​ຂອງ​ການ​ພົວ​ພັນ​ຟິ​ລິບ​ປິນ​ຈີນ,​ບໍ່​ຄວນ​ມີ​ຜົນ​ກະທົບ​ຕໍ່​ການ​ຮ່ວມ​ມື​ດ້ວຍ​ໄມ​ຕີ​ຈິດ​ໃນ​ທຸກ​ຂົງ​ເຂດ​ລະ​ຫວ່າງ​ສອງ​ປະ​ເທດ,​ຫວັງ​ວ່າ​ບັນ​ຫາ​ນີ້​ຈະ​ໄດ້​ຮັບ​ການ​ແກ້​ໄຂ​ໂດຍ​ໄວ,​ແລະ​ສ້າງ​ຜົນ​ປະ​ໂຫຍດ​ແກ່​ປະ​ຊາ​ຊົນ​ສອງ​ຊາດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ