ນາຍົກ​ລັດຖະ​ມົນຕີ​ຄົນ​ໃໝ່​ຂອງ​ຍີ່ປຸ່ນ​ຈັດ​ຕັ້ງ​ລັດຖະ​ບານ​ຊຸດ​ໃໝ່

(GMT+08:00) 2011-09-02 19:54:30     cri
ວັນ​ທີ2ກັນຍາ​ນີ້, ທ່ານ​ໂນ​ດະ ໂຢຊີ​ຮີ​ໂກະ, ນາ​ຍົກ​ລັດຖະ​ມົນຕີ​ຍີ່ປຸ່ນ​ໄດ້ຈັດ​ຕັ້ງ​ຄະນະ​ລັດຖະ​ບານ​ຊຸດ​ໃໝ່,​ໂດຍ​ໄດ້​ແຕ່ງ​ຕັ້ງທ່ານ​ໂອະຊະມູ ຟູ​ຈີ​ມູຣະດຳລົງ​ຕຳ​ແໜ່​ງ​ເລຂາ​ທິການ​ຄະນະ​ລັດຖະ​ບານ​ຍີ່ປຸ່ນ,ທ່ານ​ກິມບະ​ໂກ​ອິຊິ​ໂຣະ​ດຳລົງ​ຕຳແໜ່ງ​ລັດຖະ​ມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​​ເທດ​,ທ່ານ​ຢາ​ຊຸ​ໂອະ ອິຊິ​ກາ​ວະ​ດຳລົງ​ຕຳ​ແໜ່ງລັດຖະ​ມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຍີ່ປຸ່ນ.

ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນຕອນ​ເຊົ້າ​ມື້​ດຽວ​ກັນ, ທ່ານ​ໂອະຊະ​ມຸ ຟູ​ຈີ​ມູຣະ​ໄດ້​ປະກາດ​ບັນຊີ​ລາຍ​ຊື່​ຂອງ​ຄະນະ​ລັດຖະ​ບານ​ຊຸດ​ໃໝ່. ສະມາຊິກ​ຄົນ​ອື່ນໆ​ຂອງ​ຄະນະ​ລັດຖະ​ບານ​ຊຸດ​ໃໝ່​​ຂອງຍີ່ປຸ່ນ​ລວມທັງ​ທ່ານ​ອາ​ຈຸ​ມີ ຈຸນ,ລັດ​ຖະມົນຕີ​ວ່າການ​ກະຊວງ​ການ​ເງິນ,ທ່ານ​ໂຢ​ໂກະ ​ໂຄ​ມີ​ຢະມະ, ລັດຖະ​ມົນຕີ​ວ່າການ​ກະຊວງ​ແຮງ​ງານ​​ແລະ​ອື່ນໆ.

ຕອນ​ບ່າຍ​ມື້​ດຽວ​ກັນ,ລັດ​ຖະບານ​ຊຸດ​ໃໝ່ຂອງ​ຍີ່ປຸ່ນທີ່​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ຫຼັງ​ຈາກຈັດ​ຟິທີ​ແຕ່ງ​ຕັ້ງ​ນາຍົກ​ລັດຖະ​ມົນຕີ​ແລະ​ລັດຖະ​ມົນຕີ​ກະຊວງ​ຕ່າງໆ​ຄະນະ​ລັດຖະບານ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ