ທ່ານ​ໂຈ່ວ​ຢົງ​ຄ່າງ​ວາງ​ຂໍ້​ສະ​ເໜີ​4​ຂໍ້​ກ່ຽວ​ກັບ​ການ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ກັນ​​ລະ​ຫວ່າງ​ພັກ​ການ​ເມືອງ​ຕ່າງໆ​ຂອງ​ອາ​ຊີ

(GMT+08:00) 2011-09-05 17:05:25     cri
ວັນ​ທີ4​ກັນຍາ​ນີ້,ກອງ​ປະຊຸມ​ຫົວ​ຂໍ້​ສະ​ເພາະ​ຂອງ​ພັກ​ການ​ເມືອງ​ອາຊີ​ໄຂ​ຂຶ້ນຢູ່​ເມືອງ​ນານ​ນີງ,​ເທດສະບານ​ເຂດ​ເຜົ່າ​ຈ້ວາງ​ກວາງ​ຊີ​ຂອງ​ຈີນ.​ໃນ​ພິ​ທີ​ໄຂ​ກອງ​ປະ​ຊຸມ,​ທ່ານ​ໂຈ່ວ​ຢົງ​ຄ່າງ,​ກຳ​ມະ​ການ​ປະ​ຈຳ​ກົມ​ການ​ເມືອງ,​ເລ​ຂາ​ຄະ​ນະ​ກຳ​ມະ​ການ​ກົດ​ໝາຍ​ການ​ເມືອງ​ສູນ​ກາງ​ພັກ​ຄອມ​ມູ​ນິດ​ຈີນ​ວາງ​ຂໍ້​ສະ​ເໜີ​ສີ່​ຂໍ້​ກ່ຽວ​ກັບ​ການ​ລົງ​ເລິກ​ການ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ກັນ​ລະ​ຫວ່າງ​ພັກ​ການ​ເມືອງ​ຕ່າງໆ​ຂອງ​ອາ​ຊີ.

ຂໍ້ສະ​ເໜີ4​ຂໍ້​ຄື:ພັກ​ການ​ເມືອງ​ຕ່າງໆ​ຂອງ​ອາຊີ​ຄວນ​ຮັບ​ຮູ້​ທ່ວງທ່າ​ການ​ພັດ​ທະ​ນາ​ຂອງ​ຍຸກ​ສະ​ໄໝ,​ປົກ​ປັກ​ຮັກ​ສາ​ຜົນ​ປະ​ໂຫຍ​ດຮ່ວມ​ກັນ;​ຍຶດ​ໝັ້ນ​ການ​ປະ​ຕິ​ບັດ​ຕໍ່​ກັນ​ຢ່າງ​ສະ​ໝ່ຳ​ສະ​ເໝີ​ກັນ,​ຊຸກ​ຍູ້​ມິດ​ຕະ​ພາບ​ລະ​ຫວ່າງ​ພັກ​ການ​ເມືອງ​ຕ່າງໆ;​ແລກ​ປ່ຽນ​ບົດ​ຮຽນ​ດ້ານ​ການ​ພັດ​ທະ​ນາ,​ຊຸກ​ຍູ້​ການ​ພັດ​ທະ​ນາ​ຮ່ວມ​ກັນ;​ເປີດ​ກວ້າງ​ລະ​ດັບ​ການ​ແລກ​ປ່ຽນ,​ເຮັດ​ໃຫ້​ການ​ຮ່ວມ​ມື​ມີ​ເນື້ອ​ໃນ​ອຸ​ດົມ​ສົມ​ບູນ​ກວ່າ​ເກົ່າ.

ຜູ່​ແທນ​ຈາກ​ຫຼາຍພັກ​ການ​ເມືອງ​ທີ່​ມາ​ຈາກ26​ປະ​ເທດ​ແລະ​ອົງ​ການ​ພັກ​ການ​ເມືອງ​ສາ​ກົນ​ທີ່​ກ່ຽວ​ຂ້ອງ​ທັງ​ໝົດ​137​ຄົນ​ໄດ້​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ຄັ້ງ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ