ຢາກ​ເປັນ​ເພື່ອນ​ມິດ​ຂອງ​ລີ​ບີ​ຫຼື​ວ່າ​ຢາກ​ໄດ້​ນ້ຳ​ມັນ​ເຊື້ອ​ໄຟ​ຂອງ​ລີ​ບີ?

(GMT+08:00) 2011-09-05 17:34:30     cri
ເຖິງ​ວ່າ​"ສົງຄາມ​ປ້ອງກັນ​ຕຼີ​ໂປ​ລີ"ສິ້ນສຸດ​ລົງ​ດ້ວຍ​ວິທີ​ທີ່​ນອກ​ເໜືອ​ຈາກ​ຄວາມ​ຄາດ​ຄະ​ເນ​ຂອງ​ບັນດາ​ນັກ​ວິ​ເຄາະ,​​ແລະ​ນະ​ຄອນ​ຫຼວງ​ຂອງ​ລີ​ບີ​ກໍ່​ໄດ້​ກາຍ​ເປັນ​ທີ່​ຕັ້ງ​ສຳ​ນັກ​ງານ​ໃຫຍ່​ຂອງ"​ຄະ​ນະ​ກຳ​ມະ​ການ​ຂ້າມ​ຜ່ານ​ແຫ່ງ​ຊາດ"​ຂອງ​ຝ່າຍ​ຕໍ່​ຕ້ານ​ລັດ​ຖະ​ບານ​ລີ​ບີ​ແລ້ວ​ກໍ່​ຕາມ.​ແຕ່​ວ່າ,​ເສິກ​ສົງ ຄາມ​ຢູ່​ລີ​ບີ,​ທີ່​ເປັນ​ປະ​ເທດ​ທະ​ເລ​ຊາຍ​ນີ້​ຍັງ​ບໍ່​ໄດ້​ສິ້ນ​ສຸດ​ລົງ​​ຢ່າງ​ແທ້​ຈິງ.​ໃນ​ຂະ​ນະ​ດຽວ​ກັນ​ນີ້,​ຢູ່​ປາ​ຣີ​ຂອງ​ຝະ​ຣັ່ງ,​ເສິກ​ສົງ​ຄາມ​ຄັ້ງ​ໃໝ່​ທີ່​ປິ່ນ​ອ້ອມ​ຜົນ​ປະ​ໂຫຍດ​ດ້ານ​ນ້ຳ​ມັນ​ເຊື້ອ​ໄຟ​ຂອງ​ລີ​ບີ​ກໍ່​ໄດ້​ເລີ່ມ​ຕົ້ນ​ຂຶ້ນ​ແລ້ວ.​ວັນ​ທີ​1​ກັນ​ຍາ​ນີ້,​ຝະ​ຣັ່ງ​ໄດ້​ເຊີນ​ຜູ່​ແທນ​ຈາກ​60​ກວ່າ​ປະ​ເທດ​ແລະ​ອົງ​ການ​ສາ ກົນ​ມາ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ສາ​ກົນ​ທີ່​ຊື່​ວ່າ​"​ເພື່ອນ​ມິດ​ຂອງ​ລີ​ບີ",​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ເຮັດ​ແນວ​ໃດ​ເພື່ອ​ຊ່ວຍ​ເຫືອ​ລີ​ບີ​ໃນ​ການ​ສ້າງ​ຕັ້ງ​ລັດ​ຖະ​ບານ​ປົກ​ຄອງ​ປະ​ເທດ​ແລະ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຄືນ​ໃໝ່​ຫຼັງ​ສົງ​ຄາມ.

ການ​ພັດທະນາຄືນ​ໃໝ່​ເຖິງ​ວ່າ​ແມ່ນ​ວຽກ​ທີ່​ລີ​ບີ​ຕ້ອງ​​ເຮັດກໍ່ຕາມ,​ແຕ່​ການ​ສ້າງ​ສາ​ລີ​ບີ​ຄືນ​ໃໝ່​ຫຼັງ ສົງ​ຄາມ​ພັດ​ພົວ​ພັນ​ເຖິງ​ຂໍ້​ຜູກ​ພັນ​ທີ່​ມີ​ມູນ​ຄ່າ​ອັນ​ມະ​ຫາ​ສານ​ທາງ​ດ້ານ​ການ​ຂຸດ​ຄົ້ນ​ນ້ຳ​ມັນ​ເຊື້ອ​ໄຟ​ແລະ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ,​ອາດ​ເວົ້າ​ໄດ້​ວ່າ​ມັນ​ມີ​ກຳ​ໄລ​ຢ່າງ​ຫຼວງ​ຫຼາຍ.

ໃນ​ສົງຄາມ​ລີ​ບີຄັ້ງນີ້,ປະ​ເທດ​ເອີ​ຣົບ​ເປັນ​ຕົວ​ລະຄອນ​ທີ່​ສຳຄັນ,​ແລະ​ກໍ່ກຽມ​"ຫາບ​ແບກ​ໜ້າ​ທີ່​ອັນ​ໜັກ​ໜາ"​ໃນ​ການ​ສ້າງ​ສາ​ລີ​ບີ​ຄືນ​ໃໝ່​ຫຼັງ​ສົງ​ຄາມ.​ໃນ​ກອງ​ປະ​ຊຸມ​ປາ​ຣີ,​ທ່ານ​ນິ​ໂຄ​ລັສ ຊາ​ໂຄ​ຊີ,​ປະ​ທາ​ນາ​ທິ​ບໍ​ດີ​ຝະ​ຣັ່ງ​ກ່າວ​ວ່າ: "ລີ​ບີ​ຕິດ​ກັບ​ທະ​ເລ​ເມ​ດີ​ເຕ​ຣາ​ເນ,​ວຽກ​ກ່ຽວ​ກັບ​ທະ​ເລ​ເມ​ດີ​ເຕຣາ​ເນ​ກ່ອນ​ອື່ນ​ແມ່ນ​ວຽກ​ຂອງ​ເອີ​ຣົບ,​ຖັດ​ມາ​ຈຶ່ງ​ແມ່ນ​ວຽກ​ຂອງ​ອາ​ເມ​ລິ​ກາ".​ເຖິງ​ຈະ​ເປັນ​ແນວ​ນີ້​ກໍ່ ຕາມ,​ອາ​ເມ​ລິ​ກາ​ທີ່​ເປັນ​ຫົວ​ໂປ່​ຂອງ​ອົງ​ການ​ນາ​ໂຕ​ນັ້ນ​ພັດ​ບໍ່​ຍອມ​ນັ່ງ​ຢູ່​ທາງ​ຫຼັງ​ໃນ​ການ​ສ້າງ​ສາ​ລີ​ບີ​ຄືນ​ໃໝ່,​ສະ​ນັ້ນ,​ຈຶ່ງ​ໄດ້​ສົ່ງ​ຄະ​ນະ​ຜູ່​ແທນ​ລະ​ດັບ​ສູງ​ທີ່​ມີ​ນາງ​ຮິວ​ລາ​ຣີ ຄຼິນ​ຕັນ,​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ເປັນ​ຫົວ​ໜ້າ​ຄະ​ນະ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ຄັ້ງ​ນີ້.

ຍ້ອນ​ມີຜົນ​ປະ​ໂຫຍ​ດຢ່າງ​ມະ​ຫາ​ສານ,​ບາງ​ປະ​ເທດ​ຊຶ່ງ​ເມື່ອ​ກ່ອນບໍ່​ເຫັນ​ດີ​ນຳ​ໃນ​ການ​ໃຊ້​ກຳລັງ​ອາວຸດ​ຕໍ່​ລີບີນັ້ນ,​ກໍ່​ເລີ່ມ​ຫັນ​ປ່ຽນ​ທ່າ​ທີ​ແລະ​ມີ​ຄວາມ​ສົນ​ໃຈ​ຕໍ່​ບັນ​ຫາ​ລີ​ບີ​ຫຼາຍ​ຂຶ້ນ.​ເຢຍ​ລະ​ມັນ​ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ​ຈະ​ສະ​ໜອງ​ເງິນ​ກູ້​ລັກ​ສະ​ນະ​ຂ້າມ​ຜ່ານ​100​ລ້ານ​​ເອີ​ໂຣ​ໃຫ້​ແກ່​ຄະ​ນະ​ກຳ​ມະ​ການ​ຂ້າມ​ຜ່ານ​ແຫ່ງ​ຊາດ​ລີ​ບີ.​ສ່ວນ​ຣັດ​ເຊຍ​ກໍ່​ໄດ້​ຮັບ​ຮອງ​"ຄະ​ນະ​ກຳ​ມະ​ການ​ຂ້າມ​ຜ່ານ​ແຫ່ງ​ຊາດ"ຂອງ​ລີ​ບີ​ໃນ​ວັນ​ທີ​1​ກັນ​ຍາ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ