ຈີນ​ຈະ​ຍຶດ​ໝັ້ນ​ແນວ​ຄິດ​ປົກ​ຄອງ​ປະ​ເທດ​ທີ່​ຖື​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ເປັນ​ສິ່ງ​ສຳ ຄັນ​ອັນ​ດັບ​ໜຶ່ງ

(GMT+08:00) 2011-09-05 18:43:37     cri
ວັນ​ທີ4​ກັນຍາ​ນີ້,ທ່ານ​ໂຈ່​ວຢົງ​ຄ່າງ,ກຳມະການ​ປະຈຳ​ກົມ​ການ​ເມືອ​ງສູນ​ກາງ​ພັກ​ຄອມ​ມູນິດ ຈີນ,​ເລຂາ​ຄະ​ນະ​ກຳ​ມະ​ການ​ກົດ​ໝາຍ​ການ​ເມືອງ​ສູນ​ກາງ​ພັກ​ຄອມ​ມູ​ນິດ​ຈີນ​ກ່າວ​ວ່າ,​ພັກ​ແລະ​ລັດ​ຈີນ​ຈະ​ຍຶດໝັ້ນ​ແນວ​ຄິດ​ປົກ​ຄອງ​ປະ​ເທດ​ທີ່​ຖື​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ເປັນ​ສິ່ງ​ສຳ​ຄັນ​ອັນ​ດັບ​ໜຶ່ງ,​ຖື​ການ​​ປົກ​ປັກ​ຮັກ​ສາ,​ພັດ​ທະ​ນາ​ຜົນ​ປະ​ໂຫຍດ​ພື້ນ​ຖານ​ຂອງ​ປະ​ຊາ​ຊົນ​ໃຫ້​ບັນ​ລຸ​ຜົນ​ເປັນ​ຈິງ​ເປັນ​ຈຸດ​​ເລີ່​ມຕົ້ນ​ແລະ​ຈຸດ​ໝາຍ​ປາຍ​ທາງ​ຂອງ​ວຽກ​ງານ​ທັງ​ໝົດ.

​ວັນ​ທີ4​ກັນຍາ​ນີ້,ໃນ​ເວລາ​ເຂົ້າ​ຮ່ວມ​ພິ​ທີ​ໄຂ​ກອງ​ປະຊຸມ​ຫົວ​ຂໍ້​ສະ​ເພາະ​ຂອງ​ພັກ​ການ​ເມືອງ​ອາ​ຊີ,​ທ່ານ​ໂຈ່ວ​ຢົງ​ຄ່າງ​ກ່າວ​ເນັ້ນ​ວ່າ,​ປະ​ຈຸ​ບັນ​ນີ້,​ບັນ​ຫາ​ການ​ພັດ​ທະ​ນາ​ຂອງ​ຈີນ​ທີ່​ຍັງ​ມີ​ຄວາມ​ບໍ່​ສະ​ໝ່ຳ​ສະ​ເໝີ​ກັນ,​ບໍ່​ດຸນ​ດ່ຽງ​ກັນ​ແລະບໍ່​ແມ່ນ​ແບບ​ຍືນ​ຍົງ​ນັ້ນ​ຍັງ​ຈະ​ແຈ້ງ​ທີ່​ສຸດ, ການ​ເຮັດ​ແນວ​ໃດ​ເພື່ອ​ແບ່ງ​ປັນ​ຄວາມ​ຮັ່ງມີ​ຂອງ​ສັງ​ຄົມ​ເປັນ​ຢ່າງ​ດີ,​ເຮັດ​ໃຫ້​ປະ​ຊາ​ຊົນ​ທຸກ​ຖ້ວນ​ໜ້າ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ການ​ປະ​ຕິ​ຮູບ​ແລະ​ການ​ພັດ​ທະ​ນາ​ຮ່ວມ​ກັນ​ນັ້ນ​ແມ່ນ​ໜ້າ​ທີ່​ສຳ​ຄັນ​ທີ່​ສຸດ​ຂອງ​ພັກ​ແລະ​ລັດ​ຖະ​ບານ​ຈີນ.​ເພື່ອ​ເຮັດ​ໃຫ້​ເລື່ອງ​ນີ້​ປະ​ສົບ​ຜົນສຳ​ເລັດ, ຈີນ​ໄດ້​ວາງ​ແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​5​ປີ​ຄັ້ງ​ທີ​12,​ໂດຍ​ຖື​ເອົາ​ການ​ພັດ​ທະ​ນາ​ແບບ​ວິ​ທະ​ຍາ​ສາດ​ເປັນ​ຫົວ​ຂໍ້​ຕົ້ນ​ຕໍ,​ຖື​ການ​ຫັນ​ປ່ຽນ​ຮູບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ເປັນ​ເສັ້ນ ທາງ​ຕົ້ນ​ຕໍ,​ເພີ່ມ​ທະ​ວີ​ການ​​ເຜີຍ​ແຜ່​ແນວ​ຄິດ​ທີ່​ຖື​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ເປັນ​ສິ່ງ​ສຳ ຄັນ​ອັນ​ດັບ​ໜຶ່ງ,​ໄດ້​ວາງ​10​ແຜນ​ການ​ດຳ​ເນີນ ງານ​ດ້ານ​ການ​ປົວ​ແປງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ໃຫ້​ດີ​ຂຶ້ນ,​ພະ​ຍາ​ຍາມ​ເຮັດ​ໃຫ້​ປະ​ຊາ​ຊົນ​ທຸກ​ຖ້ວນ​ໜ້າ​ສາ​ມາດ​ເຂົ້າ​ໂຮງ​ຮຽນ​ໄດ້​ໃນ​ຍາມ​ຮຽນ,​ອອກ​ແຮງ​ງານ​ແລ້ວ​ຈະ​ໄດ້​ຮັບ​ລາຍ​ໄດ້​ຢ່າງ​ສົມ​ເຫດ​ສົມ​ຜົນ,​ເປັນ​ພະ​ຍາດ​ແລ້ວ​ສາ​ມາດ​ໄດ້​ຮັບ​ການ​ປິ່ນ​ປົວ​ໃນ​ໂຮງ​ໝໍ,​ມີ​ເຮືອນ​ຢູ່​ແລະ​ມີ​ເງິນ​ສະ​ຫວັດ​ດີ​ການ​ໃຫ້​ຜູ່​ເຖົ້າຜູ່​ແກ່.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ