ທ່ານ​ຫູ​ຈິນທາວ​ຮຽກຮ້ອງ​ໃຫ້​ຊຸກ​ຍູ້​ການ​ພັດທະນາ​ແລະ​ການ​ຮ່ວມ​ມື​ໃນ​ຂະ​ແໜງ​ການ​ປ່າ​ໄມ້​ຂອງພາກ​ພື້ນ​ອາຊີ​ປາຊີ​ຟິກ

(GMT+08:00) 2011-09-06 17:39:01     cri
ກອງ​ປະຊຸມ​ລະດັບ​ລັດຖະມົນຕີ​ປ່າ​ໄມ້ຄັ້ງ​ທຳ​ອິດ​ຂອງ​ອົງການ​ຮ່ວມ​ມື​ທາງ​ດ້ານ​ເສດຖະກິດ​ອາຊີ​ປາຊີ​ຟິກຫຼື​APEC​​ໄດ້​​ໄຂ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ​ໃນ​ວັນ​ທີ6​ກັນຍາ​ນີ້.ທ່ານ​ຫູ​ຈິນທາວ ປະທານ​ປະ​ເທດ​ຈີນ​ໄດ້​ກ່າວ​ຄຳ​ປາ​ໃສ​ໃນ​ພິທີ​ໄຂ​ກອງ​ປະຊຸມໂດຍ​ຊີ້​ອອກ​ວ່າ,ປ່າ​​ໄມ້​ມີ​ບົດບາດ​ສຳຄັນ​ໃນ​ການ​ຊຸກຍູ້​ການ​ເຕີບ​ໂຕ​ແບບ​ອະນຸລັກ​ສິ່ງ​ແວດ​ລ້ອມ​ຫຼື​ການ​ເຕີບ​ໂຕ​​ແບບສີຂຽວ,ການ​ຮ່ວມ​ມື​​ໃນ​ຂະ​ແໜງ​ການ​ປ່າ​ໄມ້​ຂອງ​ອົງ​ການ​ອາ​ເປັກມີ​ກຳລັງ​ແຮງ​ບົ່ມ​ຊ້ອ​ນອັນ​ມະຫາສານ​ແລະ​ມີ​ອະນາຄົດ​ອັນ​ສົດ​ໃສ​ແລະ​ກວ້າງ​ຂວາງ.ທ່ານ​ຫູ​ຈິນທາວ​ສະ​ເໜີ​ໃຫ້​ບັນດາ​ປະ​ເທດອາຊີ​ປາຊີ​ຟິກ​ເພີ່ມ​ທະວີ​ການ​ພັດທະນາ​ປ່າ​ໄມ້,ຈັດ​ເອົາ​ການ​ພັດທະນາ​ປ່າ​ໄມ້​ເຂົ້າ​ໃນ​ແຜນ​ແມ່​ບົດ​ແຫ່ງ​ການ​ພັດທະນາ​ເສດຖະກິດ​ສັງຄົມ,​ເສີມ​ຂະ​ຫຍາຍ​ປະສິດທິ​ຜົນ​ຫຼາຍ​ຢ່າງ​ຂອງ​ປ່າ​ໄມ້​ໃນ​ການ​ພັດທະນາ​ເສດຖະກິດ,ສັງຄົມ,ຊີວະ​ຊາດ,​ວັດ​ທະ​ນະ​ທຳ​ແລະ​ອື່ນໆ,​ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ການ​ປຶກສາ​ຫາລື​ແລະ​ສົນທະນາ​ກັນ​ກ່ຽວ​ກັບ​ບັນຫາ​ປ່າ​ໄມ້​ຂອງ​ໂລກ,​ເພີ່ມ​ທະວີການ​ສະໜັບສະໜູນ​ຕໍ່​ບັນດາ​ປະ​ເທດສະມາຊິກ​ທີ່​ພວມ​ພັດທະນາ.

ທ່ານ​ຫູ​ຈິນທາວ​ກ່າວ​ເນັ້ນ​ວ່າ,ຈີນ​ຈະ​ສືບ​ຕໍ່​ເລັ່ງລັດ​ການ​ພັດທະນາ​ປ່າ​ໄມ້,ພະຍາຍາມ​ເຮັດ​ໃຫ້​ເນື້ອ​ທີ່​ປ່າ​ໄມ້​ໃນ​ປີ2020​ເພີ່ມ​ຂຶ້ນ40​ລ້ານ​ເຮັກ​ຕາ​ເມື່ອ​ທຽບ​ໃສ່​ປີ2005,ບໍລິ​ມາດໄມ້​​ໃນ​ປ່າເພີ່ມ​ຂຶ້ນ1​ຕື້300​ລ້ານ​ແມັດ​ກ້ອນ​ເມື່ອທຽບ​ໃສ່​ປີ2005​ເພື່ອປະກອບສ່ວນ​ອັນ​ໃໝ່​ເຂົ້າ​ໃນ​ການ​ເຕີບ​ໂຕ​ແບບ​ສີຂຽວ​ແລະ​ການ​ພັດທະນາ​ແບບ​ຍືນ​ຍົງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ