ພົບ​ເຫັນ​ໝື້​ລະ​ເບີດ​ເປັນ​ຈຳນວນ​ຫຼວງ​ຫຼາຍ​ຢູ່ນະຄອນຫຼວງຕຼີ​ໂປ​ລີຂອງ​ລີ​ບີ

(GMT+08:00) 2011-09-06 17:52:39     cri
ຂ່າວສານ​ລີ​ບີ​ລາຍ​ງານ​​ໃນວັນ​ທີ5ກັນຍາ​ນີ້ວ່າ, ກຸ່ມ​ປະກອບ​ອາວຸດ​ຕໍ່ຕ້ານ​ລັດຖະບານ​ລີ​ບີ​ໄດ້​ພົບ​ເຫັນລົດ​ເມ​ທີ່​ບັນທຸກ​ໝື້​ລະ​ເບີດ​ຈຳ​ນວນ25ຄັນ​ຢູ່​​ໃນ​ຄ້າຍ​ທະຫານ​ແຫ່ງ​ໜຶ່ງ​ຂອງ​ກອງ​ທະຫານ​ທ່ານ​ກັດ​ດາ​ຟີ,ຜູ້ນຳ​ຝ່າຍ​ຕໍ່ຕ້ານ​ລັດຖະບານ​ລີ​ບີ​ຄາດ​ຄະ​ເນວ່າ, ໝື້​ລະ​ເບີດ​ເຫຼົ່າ​ນີ້​ແມ່ນ​ກອງ​ທະຫານ​ທີ່​ຈົງ​ຮັກ​ພັກດີ​ຕໍ່​ທ່ານ​ກັດ​ດາ​ຟີ​ກອງ​ໜຶ່ງ​ເອົາ​ມາ​ຊຸກ​ເຊື່ອງ​ໄວ້​ເພື່ອ​ທຳ​ການ​ຫຼອນ​ໂຈມ​ຕີ​ອຳນາດ​ການ​ປົກຄອງ​ໃໝ່.

ຕອນ​ຄ່ຳ​ມື້​ດຽວ​ກັນ, ທ່ານ​​ໂມ​ຊາ ອີບຼາຮີມ, ​ໂຄສົກ​ຂອງ​ລັດຖະບານ​​ກັດ​ດາ​ຟີ​ກ່າວ​ຕໍ່​ສື່​ມວນ​ຊົນ​ລີ​ບີ​ວ່າ, ປະຈຸ​ບັນ, ສຸຂະພາບ​ຂອງທ່ານ​ກັດ​ດາ​ຟີຍັງ​ແຂງ​ແຮງ​ດີ​ຢູ່,​​ ທ່ານ​ພວມ​ວາງ​ແຜນ​ແລະ​ຈັດ​ວາງ​ການ​ເຄື່ອນ​ໄຫວ​ປ້ອງ​ກັນ​ລີ​ບີ​ຢູ່. ທ່ານອີບຼາຮີມ​ກ່າວ​ວ່າ, ປະຊາຊົນ​ລີ​ບີ​ຈາກ​ຫຼາຍ​ກຸ່ມ​ຫຼາຍ​ເຜົ່າ​ຈະ​ສືບ​ຕໍ່​ປ້ອງ​ກັນ​ເມືອງ​​ເສ​ລີ​ພາບ,​ແລະ​ຈະ​ຍາດ​ເອົາ​​ເມືອງ​ທີ່​ຖືກ​ກຸ່ມ​ປະກອບ​ອາວຸດ​ຕໍ່ຕ້ານ​ລັດຖະບານ​ລີ​ບີ​ຍຶດຍອງ​ນັ້ນ​ກັບ​ຄືນ​ມາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ