ການ​ກໍ່​ສ້າງ​ເຂດ​ສວນ​ຮ່ວມ​ມື​ທາງ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ດ້ານ​ກະ​ສິ​ກຳ​ແບບ​ທັນ​ສະ​ໄໝ​ຂອງ​ຈີນ​-​ອາ​ຊຽນ​ໄດ້​ຮັບ​ອະ​ນຸ​ມັດ​ແລ້ວ

(GMT+08:00) 2011-09-06 17:50:44     cri
ຕາມ​ຂ່າວ​ຈາກ​ວິທະຍຸ​ຕໍ່​ຕ່າງປະ​ເທດ​ຂອງກວາງຊີ:​ຫວ່າງ​ມໍ່ໆ​ນີ້,​ເຂດສວນ​ຮ່ວມ​ມື​ທາງ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ດ້ານ​ກະ​ສິ​ກຳ​ແບບ​ທັນ​ສະ​ໄໝ​ຂອງ​ຈີນ​-​ອາ​ຊຽນ​ທີ່​ກວມ​ເນື້ອ​ທີ່​8​ລ້ານ​ຕາ​ແມັດ​ແລະ​ລົງ​ທຶນ​13​ຕື້​ຢວນ​ນັ້ນ​ໄດ້​ຮັບ​ການ​ອະ​ນຸ​ມັດ​ຈາກ​ຄະ​ນະ​ກຳ​ມະ​ການ​ປະ​ຕິ​ຮູບ​ແລະ​ພັດ​ທະ​ນາ​ຂອງ​ເຂດ​ກວາງ​ຊີ​ຈີນ​ແລ້ວ.

ການ​ກໍ່ສ້າງ​ເຂດ​ສວນ​ນີ້​ແມ່ນ​ໜ້າ​ທີ່​ການ​ກໍ່ສ້າງ​ອັນ​ສຳຄັນ​ທີ່​ລະບຸ​ໄວ້​ໃນ"ຄວາມ​ເຫັນ​ຕ່າງໆ​ຂອງ​ລັດຖະບານ​ຈີນ​ກ່ຽວ​ກັບ​ການ​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ເຂດ​ກວາງ​ຊີ".​ເຂດ​ສວນ​ນີ້​ຈະ​ແບ່ງ​ເປັນ​ສາມ​ພາກ,​ຄື:​ເຂດ​ການ​ຄົ້ນ​ຄວ້າ​ພັດ​ທະ​ນາ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ດ້ານ​ກະ​ສິ​ກຳ,​ເຂດ​ການ​ສຶກ​ສາ​ວັດ​ທະ​ນະ​ທຳ,​ແລະ​ເຂດ​ການ​ຄ້າ​​ແລະ​ການ​ຈໍ​ລະ​ຈອນ​ສິນ​ຄ້າ.

​ການ​ກໍ່ສ້າງ​ເຂດ​ສວນ​ນີ້​ຈະ​ໃຊ້​ເວລາ5​ປີ,​ແບ່ງ​ເປັນສອງ​ໄລຍະ,​ໄລຍະ​ທີ​ໜຶ່ງ​ແຕ່​ປີ2011ຫາ​ປີ2012,​ຈະ​ນຳ​ໃຊ້​ທຶນ​7​ຕື້​ຢວນ;​ໄລ​ຍະ​ທີ​ສອງ​ແຕ່​ປີ​2013​ຫາ​ປີ​2015,​ຈະ​ນຳ​ໃຊ້​ທຶນ​6​ຕື້​ຢວນ.​ເງິນ​ທຶນ​ຈາກ​ລັດ​ຖະ​ບານ​ຈະ​ນຳ​ໃຊ້​ເຂົ້າ​ໃນ​ໂຄງ​ການ​ກໍ່​ສ້າງ​ພື້ນ​ຖານ​ແລະ​ກໍ່​ສ້າງ​ສິ່ງ​ສາ​ທາ​ລະ​ນະ​ປະ​ໂຫຍດ​ຕ່າງໆ,​ເປັນ​ຕົ້ນ​ແມ່ນ:​ການ​ຄົ້ນ​ຄວ້າ​ແລະ​ການ​ເຜີຍ​ແຜ່​ເຕັກ​ນິກ​ວິ​ທະ​ຍາ​ສາດ;​ສ່ວນ​ເງິນ​ລົງ​ທຶນ​ຂອງ​ໂຄງ​ການ​ກໍ່​ສ້າງ​ອື່ນໆ​ຊອກ​ຫາ​ດ້ວຍ​ຫຼາຍ​ຊ່ອງ​ທາງ​ຈາກ​ສັງ​ຄົມ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ