ວິ​ກິດ​ການ​ໜີ້​ສິນ​ພາກ​ລັດ​ຂອງ​ເອີ​ຣົບ​ຮ້າຍ​ແຮງ​ຂຶ້ນ​ຕື່ມ

(GMT+08:00) 2011-09-06 18:17:31     cri
ຍ້ອນ​ວ່າ​ຂໍ້ມູນ​ຕົວ​ເລກ​ດ້ານ​ການ​ປະກອບ​ອາຊີບ​ຂອງ​ອາ​ເມ​ລິ​ກາ​ບໍ່​ດີ​ປານ​ໃດ​ແລະ​ວິ​ກິດ​ການ​ໜີ້​ສິນ​ພາກ​ລັດ​ຂອງ​ເອີ​ຣົບ​ມີ​ຄວາມ​ສ່ຽງ​ທີ່​ຈະ​ແຜ່​ຂະ​ຫຍາຍ​ກວ້າງ​ອອກ,​ໃນ​ວັນ​ທີ​5​ກັນ ຍາ​ນີ້,​ຕະ​ຫຼາດ​ຫຸ້ນ​ສຳ​ຄັນ​ຂອງ​ເອີ​ຣົບ​ຕົກ​ຕ່ຳ​ລົງ​ຢ່າງ​ຮ້າຍ​ແຮງ​ອີກ​ຄັ້ງ​ໜຶ່ງ,​ເຮັດ​ໃຫ້ຄວາມ​ປັ່ນ​ປ່ວນ​ຮອບ​ໃໝ່​ທີ່​ເລີ່ມ​ຈາກ​ທ້າຍ​ອາ​ທິດ​ຜ່ານ​ມາ​ຍັງ​ສືບ​ຕໍ່​ປັ່ນ​ປ່ວນ​ຕໍ່​ໄປ​ອີກ.

ໃນ​ຕອນ​ເຊົ້າ​ວັນ​ທີ​5​ກັນຍາ​ນີ້,​ຕະຫຼາດ​ຫຸ້ນ​ຂອງ​ຝະ​ຣັ່ງ,​ອັງກິດ​ແລະ​ເຢຍລະ​ມັນ​ເປີດ​ຕະ​ຫຼາດ​ດ້ວຍ​ດັດ​ຊະ​ນີ​ທີ່​ຕ່ຳ​ຢູ່​ແລ້ວ​ແລະ​ຕົກ​ຕ່ຳ​ລົງ​ອີກ,​ໃນ​ຍາມ​ໃກ້​ຈະ​ປິດ​ຕະ​ຫຼາດ​ໄດ້​ຕົກ​ຕ່ຳ​ລົງ​ຫຼາຍ,​ເມື່ອ​ປິດ​ຕະ​ຫຼາດ​ຈຶ່ງ​ເພີ່ມ​ຂຶ້ນ​ໜ້ອຍ​ໜຶ່ງ.

ໃນມື້ດຽວກັນ,ທ່ານຢາງ ຄຼາວດ໌ ຕຼິເຊ,ຜູ່ວ່າການທະນາຄານກາງເອີຣົບແລະທ່ານມາຣິໂອ ດຼາ​ກີ,​ຜູ່​ທີ່​ຖືກ​ຄາດ​ວ່າ​ຈະ​ຂຶ້ນ​ຮັບ​ຕຳ​ແໜ່ງ​ເປັນ​ຜູ່​ວ່າ​ການ​ທະ​ນາ​ຄານ​ກາງ​ເອີ​ຣົບ​ຜູ່​ໃໝ່​ພາ ກັນ​ຮຽກ​ຮ້ອງ​ໃຫ້​ປະ​ຕິ​ບັດ​ສັນ​ຍາ​ທີ່​ຜູ່​ນຳ​ຂອງ​ປະ​ເທດ​ທີ່​ໃຊ້​ເງິນ​ເອີ​ໂຣ​ລົງ​ນາມ​ເພື່ອ​ຊ່ວຍ​ເຫຼືອ​ກອບ​ກູ້​ວິ​ກິດ​ການ​ໜີ້​ສິນ​ເກຼັກ​ໂດຍ​ໄວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ