ປະ​ເທດ​ສາທາລະນະ​ລັດນີ​ເຊ​ປະກົດ​ມີ​ກຳ​ລັງ​ທະ​ຫານ​ທ່ານ​ກັດ​ດາ​ຟີ,ນາ​ໂຕ​ກ່າວ​ເນັ້ນ​ວ່າ​ຈະ​ບໍ່​ຕິດ​ຕາມ​ນຳ​ຈັບ​ທ່ານ​ກັດ​ດາ​ຟີ​ພ້ອມ​ດ້ວຍ​ກອງ​ທະ​ຫານ​ທີ່​ຈົງ​ຮັກ​ພັກ​ດີ​ຂອງ​ທ່ານ

(GMT+08:00) 2011-09-07 16:39:09     cri
ຄຽງ​ຄູ່​ກັບ​ການ​ຂະຫຍາຍ​ຕົວ​ຂອງ​ສະຖານະ​ການ​ຢູ່​ລີ​ບີ,ບ່ອນ​ລີ້​ຕົວ​ຂອງ​ທ່ານ​ກັດ​ດາ​ຟີ ຜູ່​ນຳ​ລີ​ບີ​ເປັນ​ປິດສະໜາ​ມາ​ໂດຍ​ຕະຫຼອດ.ຂ່າວສານ​ລອຍ​ເຕີ​ໄດ້​ອີງ​ໃສ່​​ແຫຼ່ງຂ່າວ​ຂອງ​ເຈົ້າ​ໜ້າ​ທີ່ ​ທະຫານ​ຂອງ​ຝະຣັ່ງ​ແລະ​ນີ​ເຊ​ລາຍ​ງານ​ໃນ​ວັນ​ທີ6​ກັນຍາ​ນີ້​ວ່າ,​ ຂະ​ບວນ​ລົດ​ທະ​ຫານ​ຈຳ​ນວນ​200​ກວ່າ​ຄັນຂອງ​ກອງທັບ​ທ່ານ​ກັດ​ດາ​ຟີ​​ໄດ້​ເດີ​ທາງເຂົ້າ​ສູ່​ເມືອງ​ອາກາ​ເດ​ສ ທາງ​ພາກ​ເໜືອ​ຂອງ​ສາທາລະນະ​ລັດ​ນີ​ເຊ​ໃນ​ວັນ​ທີ5​ກັນຍາ​ນີ້.

ປະຈຸ​ບັນ,ຍັງບໍ່​ຮູ້​ລະອຽດ​ເທື່ອ​ວ່າ​ໃນ​ຂະ​ບວນ​ລົດ​ນີ້​ມີ​ສະມາຊິກ​ວົງ​ກະຕຸ​ນຂອງ​ທ່ານ​ກັດ​ດາ​ຟີ​ຫຼື​ເຈົ້າ​ໜ້າ​ທີ່​ລະດັບ​ສູງ​ຂອງ​ອຳ​ນາດ​ການ​ປົກ​ຄອງ​ກັດ​ດາ​ຟີ​ຫຼື​ບໍ່?​ສະ​ຖາ​ນີ​ໂທລະພາບ​ອັນ​ຈາຊີລາ​ໄດ້​ອີງ​ໃສ່​​ແຫຼ່ງຂ່າວ​ຂອງ​ເຈົ້າ​ໜ້າ​ທີ່​ທະຫານ​ຝະຣັ່ງລາຍ​ງານ​ວ່າ,ທ່ານ​ກັດ​ດາ​ຟີ​ພ້ອມ​ດ້ວຍທ່ານ​ຊາ​ອິຟ ລູກ​ຊາຍຂອງ​ທ່ານ​ອາດ​ຈະ ​ເຂົ້າ​ຮ່ວມ​ຂະບວນລົດ​ດັ່ງກ່າວ​ຢູ່​ກາງ​ທາງ​ເພື່ອ​ເດີນທາງ​ໄປ​ບູກີ​ນາ​ຟາ​ໂຊ​ທີ່​ເປັນ​ປະ​ເທດ​ໃກ້​ຄຽງຂອງ​ນີ​ເຊ,ສ່ວນ​ລັດຖະບານ​ບູກີ​ນາ​ຟາ​ໂຊ​ໄດ້​​ແຈ້ງວ່າ​ຍິນ​ດີ​ໃຫ້ການ​ຄຸ້ມຄອງ​ຄວາມ​ປອດ​ໄພ​ແກ່​ທ່ານ​ກັດ​ດາ​ຟີ​ພ້ອມ​ດ້ວຍ​ຄອບ​ຄົວ​ເຂົ້າ​ລີ້​ໄພ.

ພ້ອມ​ດຽວ​ກັນ​ນັ້ນ,ພັນ​ເອກ​ໂລ​ແລນ ລາວ​ອຍ ​ໂຄສົກ​ທະຫານ​ນາ​ໂຕ​ກ່າວ​ເນັ້ນ​ໃນ​ວັນ​ທີ6​ກັນຍາ​ນີ້​ວ່າ,ນາ​ໂຕ​ປະຕິບັດ​ການ​ເຄື່ອນ​ໄຫວ​ທີ່​ມີ​ຊື່ວ່າ"ຜູ່​ປ້ອງ​ກັນ​ຮ່ວມ"ຢູ່​ລີ​ບີ​ແມ່ນ​ມີ​ຈຸດປະສົງ​ເພື່ອ​ປົກ​ປ້ອງ​ປະຊາຊົນ,​ແຕ່​ບໍ່​ແມ່ນ​ຕິດຕາມ​ຈັບ​ຕົວ​ທ່ານ​ກັດ​ດາ​ຟີ​ພ້ອມ​ດ້ວຍ​ທະ​ຫານ​ທີ່​ຈົງ​ຮັກ​ພັກດີ​ຂອງ​ທ່ານ.

ນອກ​ນີ້​ຂ່າວຍັງ​ແຈ້ງວ່າ,ວັນ​ທີ6​ກັນຍາ​ນີ້,ລັດຖະບານ​ອານ​ເຊ​ຣີ​ໄດ້​ຕັດສິນ​ໃຈ​ຫ້າມ​ບໍ່​ໃຫ້​ເຈົ້າ​ໜ້າ​ທີ່​ລັດຖະບານ​ກັດ​ດາ​ຟີ​ພ້ອມ​ດ້ວຍ​ຄອບຄົວ​ເຂົ້າ​ສູ່​ອານ​ເຊ​ຣີ,​ແລະ​ໄດ້​ເນລະ​ເທດ​ເຈົ້າ​ໜ້າ​ທີ່​ບາງ​ຄົນ​ທີ່​ໄດ້​ເຂົ້າ​ເມືອງ​ກ່ອນ​ໜ້າ​ນີ້​ແລ້ວ.​​ແຕ່​ພິຈາລະນາ​ຈາກ​ດ້ານ​ມະ​ນຸດ​ສະ​ທຳ​ແລ້​ວ,ຈະ​ອະນຸຍາດ​ໃຫ້ປະຊາຊົນ​ລີ​ບີ​ສາມາດ​ເຂົ້າລີ​ໄພ​ໃນ​ອານ​ເຊຣີ​ໄດ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ