ນາຍົກຈີນ​ໂທລະສັບ​ລົມ​ກັບ​ນາຍົກຍີ່​ປຸ່ນ​ໂດຍ​ກ່າວ​ວ່າ​ຍິນ​ດີ​ຊຸກ​ຍູ້​ການ​ພົວ​ພັນ​ທາງ​ດ້ານ​ຍຸດ​ທະ​ສາດ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ລະ​ຫວ່າງ​ສອງ​ປະ​ເທດ​ໃຫ້​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ໃໝ່

(GMT+08:00) 2011-09-07 17:20:10     cri
ວັນ​ທີ6​ກັນຍາ​ນີ້,ທ່ານ​ເວິ່ນ​ເຈ່ຍ​ປາວ ນາຍົກລັດຖະມົນຕີຈີນ​ໄດ້​ໂທລະສັບ​ລົມ​ກັບ​ທ່ານ​ໂຢຊີ​ຮິ​​ໂກະ ​ໂນ​ດະ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ່​ປຸ່ນ​ໂດຍ​ທີ່​ທ່ານ​ເວິ່ນ​ເຈ່ຍ​ປາວ​ໄດ້​ອວຍ​ພອນ​ທ່ານ​ໂຢຊີ​ຮິ​ໂກະ ​ໂນ​ດະ ທີ່​ໄດ້​ດຳ​ລົງ​ຕຳ​ແໜ່ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ່​ປຸ່ນ​ແລະ​ກ່າວ​ວ່າ,ການ​ຮັກສາ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ມີ​ຄວາມ​ໝັ້ນ​ທ່ຽງ​ຍາວ​ນານ​ແລະ​ຂະຫຍາຍຕົວ​ຢ່າງ​ປອດ​​ໃສນັ້ນ​ແມ່ນ​ມີ​ຜົນ​ດີ​ຕໍ່​ການ​ເພີ່ມທະວີ​ຄວາມ​ຜາ​ສຸກ​ໃຫ້​ແກ່​ປະຊາຊົນ​ສອງ​ຊາດ,ຊຸກ​ຍູ້​ສັນຕິພາບ​ແລະ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງ​ອາຊີ​ກໍ່​ຄື​ຂອງ​ໂລກ.​ລັດ​ຖະ​ບານ​ຈີນ​ຍິນ​ດີ​ຮ່ວມ​ກັບ​ຄະນະ​ລັດຖະບານ​ຊຸດ​ໃໝ່​ຂອງ​ຍີ່​ປຸ່ນ,​ຍຶດ​ໝັ້ນ​ຫຼັກ​ການ​ໃນ​ເອ​ກະ​ສານ​ການ​ເມືອງ4​ສະ​ບັບ​ລະ​ຫວ່າງ​ຈີ​ນ-ຍີ່​ປຸ່ນ,ຮັກສາ​ການ​ໄປມາຫາ​ສູ່​ກັນ​ລະຫວ່າງ​ເຈົ້າ​ໜ້າ​ທີ່​ລະ​ດັບ​ສູງ,​ຕັ້ງ​ໜ້າ​ເປີດ​ກວ້າງ​ການ​ແລກປ່ຽນ​ແລະ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ,ຮັດ​ແໜ້ນ​ການ​ປະສານ​ສົມທົບ​ກັນ​ໃນ​ວຽກ​ງານ​ສາກົນ​ແລະ​ພາກ​ພື້ນ,ນຳ​ໃຊ້​ໂອກາດ​ທີ່​ດີ​ໃນ​ການ​ຕ້ອນ​ຮັບ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ລະ​ຫວ່າງ​ຈີນ​ຍີ່​ປຸ່ນ​ຄົບ​ຮອບ​40​ປີ,​ຊຸກ​ຍູ້ ການ​ພົວ​ພັນ​ທາງ​ດ້ານ​ຍຸດ​ທະ​ສາດ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ລະ​ຫວ່າງ​ສອງ​ປະ​ເທດ​ໃຫ້​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ໃໝ່.

ທ່ານ​​ໂຢຊີ​ຮິ​ໂກະ ໂນດະ ກ່າວ​ວ່າ,ຄະນະ​ລັດຖະບານ​ຊຸດ​ໃໝ່​ຂອງ​ຍີ່​ປຸ່ນຖື​ການ​ພົວພັນ​ຍີ່​ປຸ່ນຈີນ​ເປັນ​ໜຶ່ງ​ໃນ​ບັນດາ​ການ​ພົວພັນ​ສອງ​ຝ່າຍ​ທີ່​ສຳຄັນ​ທີ່​ສຸດ,ຍິນ​ດີ​ຮ່ວມ​ກັບ​ຈີນ,ຮັດ​ແໜ້ນ​ການ​ໄປມາຫາ​ສູ່​ກັນ​ລະຫວ່າງ​ເຈົ້າ​ໜ້າ​ທີ່​ລະດັບ​ສູງ,​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ເຊັ່ນ​ການ​ພັດທະນາ​ຄືນ​ໃໝ່​ຫຼັງ​ໄພພິບັດ,ການທ່ອງທ່ຽວ,ວຽກ​ງານ​ທາງ​ທະ​ເລ​ເປັນຕົ້ນ​ແລະ​ການ​ແລກປ່ຽນ​ກັນລະ​ຫວ່າງ​ຊາວ​ໜຸ່ມ​ເຍົາວະ​ຊົນ​ຂອງ​ສອງ​ປະ​ເທດ,ນຳ​ໃຊ້​ໂອກາດ​ທີ່​ດີ​ທີ່​ສອງ​ປະ​ເທດ​ສ້າງສາ​ຍພົວພັນ​ທາງ​ການ​ທູດ​ຄົບຮອບ40​ປີ​ເພື່ອ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ​ກັນ​ແລະ​ມິດຕະພາບ​ລະຫວ່າງ​ປະຊາຊົນ​ສອງ​ຊາດ,ຊຸກ​ຍູ້​ໃຫ້ການ​ພົວພັນ​ທາງ​ດ້ານ​ຍຸດ​ທະ​ສາດ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດຂອງ​ສອງ​ປະ​ເທດ​ໃຫ້​ຂະຫຍາຍ​ໄປ​ໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ