ກອງ​ປະຊຸມ​ຄັ້ງ​ທີ5​ຂອງ​ຄະນະ​ກຳມະການ​ຊີ້​ນຳ​ການ​ຮ່ວມ​ມື​ສອງ​ຝ່າຍ​ຈີນ​ຫວຽດນາມ​ໄຂ​ຂຶ້ນ​ຢູ່​ຮ່າ​ໂນ​ຍ

(GMT+08:00) 2011-09-07 17:36:29     cri
ຕາມ​ຂ່າວສານ​ຊິນ​ຮວາ​ລາຍ​ງານ​ວ່າ, ກອງ​ປະຊຸມ​ຄັ້ງ​ທີ5​ຂອງ​ຄະນະ​ກຳມະການ​ຊີ້​ນຳ​ການ​ຮ່ວມ​ມື​ສອງ​ຝ່າຍ​ຈີນ​ຫວຽດນາມ​ໄຂ​ຂຶ້ນ​ຢູ່ນະຄອນຫຼວງຮ່າ​ໂນ​ຍຂອງ​ຫວຽດນາມ​ໃນ​ວັນ​ທີ6​ກັນຍາ​ນີ້.ທ່ານ​ຕ້າຍ​ປີງ​ໂກວ ທີ່​ປຶກສາ​ແຫ່ງ​ລັດ​ຈີນ ,ປະທານຮ່ວມ​ຝ່າຍ​ຈີນ,​ແລະ​ທ່ານ​ຫງວຽນ​ຕຽນ​ເຢິນຮອງ​ນາຍົກລັດຖະມົນຕີ​,ປະທານຮ່ວມ​ຝ່າຍ​ຫວຽດນາມໄດ້​ຮ່ວມ​ກັນ​ເປັນ​ປະ​ທານ​ຂອງ​ກອງ​ປະຊຸມ​ຄັ້ງ​ນີ້.

ທ່ານ​ຕ້າຍ​ປີງ​​ໂກວຊີ້​ອອກ​ວ່າ,​ໃນ20​ປີຜ່ານມາ,ສອງ​ຝ່າຍ​ຈີ​ນຫວຽດນາມ​ໄດ້​ຮ່ວມ​ກັນ​ທຳ​ຄວາມ​ພະຍາຍາມ​ໃນ​ການ​ຊຸກ​ຍູ້​ໃຫ້ການ​ພົວພັນ​ລະຫວ່າງ​ສອງ​ຝ່າຍ​ກ້າວ​ສູ່​ລວງ​ເລິກ,​ເພື່ອ​ສ້າງ​ຄວາມ​ຜາ​ສຸກ​ໃຫ້​ແກ່​ປະຊາ​ຊົນ​ສອງ​ຊາດ​ແລະ ​ຊຸກ​ຍູ້​ສັນຕິພາ​ບ,ສະຖຽນ​ລະ​ພາບ​ແລະ​ຄວາມ​ຈະ​ເລີນຮຸ່ງ​ເຮືອງ​ໃນ​ພາກ​ພື້ນ.

ຄະນະ​ກຳມະການ​ຊີ້​ນຳ​ການ​ຮ່ວມ​ມື​ສອງ​ຝ່າຍ​ຈີນ-ຫວຽດນາມ​ເປັນ​ກົນ​ໄກ​ສຳຄັນ​ໃນ​ການ​ເພີ່ມ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ,ຊຸກ​ຍູ້​ການ​ຮ່ວມ​ມື​ທີ່ມີ​ການ​ປະຕິບັດ​ຕົວ​ຈິງ,​ໄດ້​ເສີມ​ຂະ​ຫຍາຍ​ບົດບາດ​ອັນ​ສຳຄັນ​ໃນ​ການ​ຊຸກ​ຍູ້​ການ​ພົວພັນ​ລະຫວ່າງ​ສອງ​ຝ່າຍ​ໃຫ້​ມີ​ການ​ຂະ​ຫຍາຍ​ຕົວ.

ທ່ານ​ຫວຽນ​ຕຽນເຢິນກ່າວ​ວ່າ, ​ຫວຽດນາມກັບ​ຈີນ​ມີ​ຜົນ​ປະ​ໂຫຍ​ດຮ່ວມ​ກັນ​ຫຼາຍ​ຢ່າງ,ກາ​ນຂະຫຍາຍ​ການ​ພົວພັນ​ໄມ​ຕີ​ຈິດ​ມິດ​ຕະ​ພາບ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ​ກັບ​ຈີນ​ແມ່ນ​ເນື້ອ​ໃນ​ບູລິ​ມະ​ສິດ​ອັນ​ດັບ​ໜຶ່ງ​ຂອງ​ນະ​ໂຍບາຍ​ຕໍ່​ຕ່າງປະ​ເທດ​ຂອງ​ຫວຽດ​ນາມ.​ຫວຽດ​ນາມ​ຍິນ​ດີ​ຮ່ວມ​ກັບ​ຈີນ,​ເລີ່​ມຈາກ​ສະ​ພາບ​ລວມຂອງ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ,ປັບປຸງ​ມິດ​ຕະ​ພາບ​ອັນ​ເປັນ​ມູ​ນ​ເຊື້ອ​ລະ​ຫວ່າງ​ສອງ​ປະ​ເທດ​ໃຫ້​ໝັ້ນຄົງ,​ເພີ່ມ​ທະວີ​ການ​ແລກປ່ຽນ​ຢ້ຽມຢາມ​ກັນລະ​ຫວ່າງ​ເຈົ້າ​ໜ້າ​ທີ່​ລະດັບ​ສູງ​ແລະ​ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ໃນ​ຂົງ​ເຂດ​ຕ່າງໆ,​ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ຫວຽດ​ນາມ​ຈີນ​ໃຫ້​ຂະ​ຫຍາຍ​ກ້າວ​ໄປ​ສູ່​ໄລຍະ​ໃໝ່.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ