ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນກ່າວ​ວ່າ ຈີນ​ຮັບຮອງ​ຄະນະ​ກຳມະການ​ຂ້າມ​ຜ່ານ​ແຫ່ງ​ຊາດ​ລີ​ບີ​ແຕ່​ຕ້ອງ​ເປັນ​ໄປ​ຕາມ​ລະບຽບ​ແບບ​ແຜນ

(GMT+08:00) 2011-09-07 17:01:41     cri
ຕາມ​ຂ່າວສານ​ຊິນ​ຮວາ, ວັນ​ທີ6​ກັນຍາ​ນີ້, ນາງ​ຈ່ຽງອີ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ສະຫະ​ປະຊາ​ຊາດ​ຄວນ​ເສີມ​ຂະຫຍາຍ​ບົດບາດນຳ​ໜ້າ​ໃນ​ການ​ສ້າງສາລີ​ບີ​ຄືນ​ໃໝ່​ພາຍຫຼັງ​ສົງຄາມ. ປະຊາ​ຄົມ​ໂລກ​ຄວນ​ສະໜັບສະໜູນ​ການ​ສ້າງສາ​ຄືນ​ໃໝ່​ຂອງ​ລີ​ບີ​ພາຍ​ໃຕ້​ຂອບ​ສະຫະ​ປະຊາ​ຊາດ. ຈີນ​ຍິນ​ດີ​ຮ່ວມ​ກັບ​ປະຊາ​ຄົມ​ໂລກ, ​ໃນ​ການ​ຊຸກ​ຍູ້​ສະຖານະ​ການ​ຢູ່ລີ​ບີ​ໃຫ້ຜ່ອນ​ຄາຍ​ລົງ, ​ເຮັດ​ໃຫ້​ລີ​ບີ​ກ້າວ​ເຂົ້າ​ສູ່ເສັ້ນທາງ​ສັນຕິພາບ, ຄວາມ​ສາມັກຄີປອງ​ດອງ​ຊາດ​ແລະ​ສ້າງສາ​ຄືນ​ໃໝ່​ໂດຍ​ໄວ.

​ໃນ​ເວລາ​ນາງ​ຈ່ຽງອີ​ຕອບ​ຄຳ​ຖາມຂອງ​ນັກ​ຂ່າວກ່ຽວ​ກັບ​ຖານະ​ຂອງ​ຄະນະ​ກຳມະການ​ຂ້າມ​ຜ່ານ​ແຫ່ງ​ຊາດ​ໃນ​ກອງ​ປະຊຸມ​ຂ່າວ, ນາງ​ຈ່ຽງອີກ່າວ​ວ່າ, ຈີນ​ຮັບຮອງ​ຖານະ​ຂອງ​ຄະນະ​ກຳມະການ​ຂ້າມ​ຜ່ານ​ແຫ່ງ​ຊາດ​​ແຕ່ຕ້ອງ​ເປັນ​ໄປ​ຕາມ​ລະບຽບ​ແບບ​​ແຜນ. ນາງ​ກ່າວ​ວ່າ, ສະຖານະ​ການບໍ່​ສະຫງົບ​ຢູ່ລີ​ບີ​ຈະ​ເປັນ​ໄລຍະ​ຊົ່ວ​ຄາວ​ເທົ່າ​ນັ້ນ, ຈີນ​ແລະ​ລີ​ບີ​ຈະ​ເປັນ​ເພື່ອ​ນມິດ​ຖາວອນ. ຈີນ​ເອົາ​ໃຈ​ໃສ່​ນຳ​ຖານະ​ແລະ​ບົດບາດ​ຂອງ​ຄະນະ​ກຳມະການ​ຂ້າມ​ຜ່ານ​​ແຫ່ງ​ຊາດ, ຍິນ​ດີ​ຮັກສາ​ການ​ແລກປ່ຽນ​ຢ່າງ​ແໜ້​ແຟ້ນກັບ​ຄະນະ​ກຳມະການ​ດັ່ງກ່າວ, ຊຸກ​ຍູ້​​ໃຫ້ການ​ພົວພັນ​ລະຫວ່າງ​ສອງ​ຝ່າຍ​ສືບ​ຕໍ່​ກ້າວ​ໄປ​ໜ້າ​ຢ່າງ​ໜັກ​ແໜ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ