ນະຄອນຫຼວງແບກ​ແດັດ​ຈະຫຼຸ​ດພົ້ນ​ອອກ​ຈາກ​ກຳ​ແພງ​ປິດ​ລ້ອມ​ຢ່າງ​ແທ້​ຈິງ​ໃນ​ເວລາ​ໃດ

(GMT+08:00) 2011-09-07 18:05:32     cri
ໃນ​ເວລາ​ກຳ​ແພງ​ແບກ​ແລັງ​ຖືກ​ມ້າງ​ໃນ​ປີ1989, ຄົນ​ທັງຫຼາຍ​ເຄີຍກ່າວວ່າ, ກຳ​ແພງ​ປິດ​ລ້ອມ​ໄດ້​ຖອນ​ອອກ​ຈາກ​ເວທີ​ປະຫວັດສາດ​ຢ່າງ​ແທ້​ຈິງ​ແລ້ວ. ​ແຕ່​ເລີ່​ມຈາກ​ປີ2003​ເປັນ​ຕົ້ນ​ມາ, ກຳ​ແພງ​ປິດ​ລ້ອມ​ປະ​ເພດ​ໃໝ່​ໄດ້​ປະກົດ​ຕົວຂຶ້ນ​ຢູ່​ອີຣັກ, ​ເພື່ອ​ສະກັດ​ກັ້ນ​ການຫຼອນ​ໂຈມ​ຕີ​ແບບ​ກໍ່​ການ​ຮ້າຍ, ​ແຕ່​ກຳ​ແພງ​ນີ້​ຊ້ຳ​ເປັນ​ການ​ປິດ​ລ້ອມການ​ດຳລົງ​ຊີວິດ​ປະຈຳ​ວັນ​ຂອງ​ປະຊາຊົນ​ອີຣັກ​ໄປ​ໃນ​ຕົວ​ຕື່ມ​ອີກ.

ກຳ​ແພງ​ທີ່ປິດ​ລ້ອມ​ນະຄອນຫຼວງແບກ​ແດັດ​ຂອງ​ອີຣັກແມ່ນ​ທະຫານ​ອາ​ເມ​ລິ​ກາ​ປະຈຳ​ອີຣັກ​ເປັນ​ຜູ້​ລິ​ເລີ່​ມສ້າງຂຶ້ນ, ປີ2003, ​ເຂົາ​​ເຈົ້າ​ໄດ້​ກໍ່ສ້າງ​ກຳ​ແພງ​ຊີມັງ​ສູງໆ​ຢູ່​ນອກ​ເຂດ​ສີຂຽວ, ​ເພື່ອ​ຮັບປະກັນ​ຄວາມ​ປອດ​ໄພ​ຂອງ​ສະຖານທູດ​ອາ​ເມ​ລິ​ກາ​ແລະ​ພາກສ່ວນ​ລັດຖະບານ​ອີຣັກ. ຫຼັງ​ຈາກ​ນັ້ນ, ​ເພື່ອ​ສະກັດ​ກັ້ນ​ການຫຼອນ​ໂຈມ​ຕີ​ດ້ວຍ​ການລະ​ເບີດ​ລົດຍົນ, ການ​ເຄື່ອນ​ໄຫວ​ແຊກ​ຊຶມຂອງ​ພວກ​ປະກອບ​ອາວຸດ​ຫົວ​ຮຸນ​ແຮງ​ແລະ​ການ​ປະ​ທະ​ກັນ​ແບບ​ນອງ​ເລືອດ​ລະຫວ່າງ​ສາສະໜານິກາຍ​ຕ່າງໆ, ພາຍ​ໃນ​ນະຄອນ​ແບກ​ແດັດ​ກໍ່ໄດ້​ສ້າງ​ກຳ​ແພງ​ປິດ​ລ້ອມ​ທີ່​ມີ​ຄວາມ​ຍາວຫຼາຍ​ຮ້ອຍ​ກິ​ໂລ​ແມັດ.

ປີ2009, ​ເຈົ້າ​ໜ້າ​ທີ່​ອີຣັກ​ເຄີຍ​ມີ​ແຜນ​ຈະ​ເລີ່​ມມ້າງ​ກຳ​ແພງ​ທີ່ປິດ​ລ້ອມນີ້, ​ແຕ່​ພາຍຫຼັງ​ມ້າງ​ກຳ​ແພງ​ປິ​ດລ້ອມ​ຢູ່​ນອກ​ກະຊວງ​ການ​ຕ່າງປະ​ເທດ​ອີຣັກ​ຜ່ານ​ໄປ​ສອງ​ມື້​ເທົ່າ​ນັ້ນ, ພວກ​ກໍ່​ການ​ຮ້າຍ​ກໍ​ໄດ້​ກໍ່​ການຫຼອນ​ໂຈມຕີ​ດ້ວຍ​ລະ​ເບີດ​ລົດຍົນ​ແບບ​ສະຫຼະ​ຊີບ, ​ເຮັດ​ໃຫ້80​ກວ່າ​ຄົນ​ເສຍ​ຊີວິດ, ພາ​ໃຫ້​ແຜນການ​ດັ່ງກ່າວ​ປະຕິບັດ​ຕໍ່​ໄປ​ບໍ່​ໄດ້​ອີກ​ແລ້ວ. ​ແຕ່​ວ່າ, ຍ້ອນ​ວ່າ​ປີ​ນີ້ສະຖານະ​ການ​ຄວາມ​ປອດ​ໄພ​ຂອງ​ອີຣັກ​ເລີ່​ມປະກົດ​ມີ​ສະຖານະການ​ດີ​ຂຶ້ນ​, ​ແຜນການ​ມ້າງ​ກຳ​ແພງ​ປິດ​ລ້ອມ​ກໍ​ຖືກ​ສະ​ເໜີ​ອອກ​ມາ​ອີກ, ອາດ​ເວົ້າ​ໄດ້​ວ່າ, ການມ້າງ​ກຳ​ແພງ​ປິດ​ລ້ອມຈະ​ເປັນ​ໄປ​ໄດ້​ຫຼື​ບໍ່, ​ໄດ້​ກາຍ​ເປັນ​ສັນຍະລັກ​ແຫ່ງ​ຄວາມ​ປອດ​ໄພ​ຂອງ​ນະຄອນຫຼວງ​ແບກ​ແດັດ. ຢູ່​ເຂດ​ໂຊ​ເຈຍ​ທີ່​ຢູ່​ໃຈກາງ​ນະຄອນ​ຫຼວງ​​ແບກ​ແດັດ, ນັກ​ຂ່າວ​ໄດ້​ເຫັນ​ທະຫານ​ອີຣັກຈຳນວນ​ໜຶ່ງ​ເລີ່​ມມ້າງ​ກຳ​ແພງ​ປິດ​ລ້ອມ​ຢູ່​ຕາມ​ຖະໜົນ​ຫົນທາງ, ນັກ​ຂ່າວ​ໄດ້​ພະຍາຍາມ​ຖາມຫຼາຍ​ເທື່ອ, ນາຍ​ທະຫານ​ຜູ້​ໜຶ່ງ​ທີ່​ບໍ່​ປະສົງ​ອອກ​ນາມໄດ້​ຕອບ​ການ​ສຳພາດ​ຂອງ​ນັກ​ຂ່າວ, ລາວ​ບອກ​ນັກ​ຂ່າວ​ວ່າ, ປີ​ນີ້​ໄດ້​ມ້າງ​ດິນ​ຈີ່2​ໝື່ນ​ກວ່າ​ກ້ອນ​ຕາມ​ແຜນການ​ແລ້ວ.

ກຳ​ແພງ​ປິດ​ລ້ອມ​ໄດ້​ນຳ​ເອົາ​ຄວາມ​ຫຍຸ້ງຍາກສັບສົນຫຼາຍ​ຢ່າງ​ມາ​ສູ່​ການ​ດຳລົງ​ຊີ​ວິດ​ປະຈຳ​ວັນ​ຂອງ​ປະຊາຊົນ​ໃນ​ນະຄອນຫຼວງ​ແບກ​ແດັດ. ທ່ານ​ມາ​ມຸດ ອາຊີ​ສ ​ເຈົ້າ​ຂອງ​ຮ້ານ​ຂາຍ​ເຄື່ອງ​​ໃຊ້​ໄຟຟ້າ​ກ່າວ​ວ່າ, ກຳ​ແພງ​ປິດ​ລ້ອມ​ບໍ່​ມີ​ປະ​ໂຫຍ​ດຫຍັງ​ເລີຍ, ກຳ​ແພງ​ປິດ​ລ້ອມ​ຢູ່​ຕໍ່ໜ້າ​ຮ້ານ​ຄ້າ​ໄດ້​ບັງຕາ​ຂອງ​ລູກ​ຄ້າ, ​ເຮັດ​ໃຫ້​ຄວາມ​ງາມ​ຂອງຕົວ​ເມືອງ​ນັ້ນ​ໝົດ​ໄປ, ຂ້າພະ​ເຈົ້າ​ຫວັງ​ຢາກ​ໃຫ້​ມ້າງ​ກຳ​ແພງ​ປິດ​ລ້ອມ​ອອກທັງ​ໝົດ.

ຄື​ກັນ​ກັບ​ຄວາມ​ເວົ້າ​ຂອງ​ທ່ານ​ອາຊີ​ສ, ລັດຖະບານ​ອີຣັກ​ເຄີຍ​ປະກາດ​ວ່າ, ນອກຈາກ​ເຂດ​ສີຂຽວ​ແລ້ວ, ກຳ​ແພງ​ປິດ​ລ້ອມ​ຢູ່​ເຂດ​ອື່ນໆ​ຈະ​ຖືກ​ມ້າງ​ໄປ​ໝົດ​ກ່ອນ​ທ້າຍ​ປີ​ນີ້. ​ເມື່ອກຳ​ແພງ​ປິດ​ລ້ອມ​ຖືກ​ມ້າງ​ໄປ​ແລ້ວ, ​ເມື່ອ​ນະຄອນຫຼວງ​ແບກ​ແດັດ​ຟື້ນ​ຟູ​​ໃບ​ໜ້າ​ທີ່​ສວຍ​ງາມ​ຄື​ເກົ່າ​ແລ້ວ, ມັນອາດ​ຈະ​ສາມາດ​ຊ່ວຍ​ເຮັດ​ໃຫ້​ບາດ​ແຜ​ສົງຄາມ​ທີ່​ຢູ່​​ໃນ​ໃຈ​ຂອງ​ປະຊາຊົນ​ອີຣັກ​ເປັນ​ເວລາ​ດົນ​ນານ​ນັ້ນ ຄ່ອຍໆ​ຈືດ​ຈາງ​ແລະ​ຖືກ​ລຶບ​ລ້າງ​ໄປ​ໃນ​ທີ່​ສຸດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ