ໄຂ​ກອງ​ປະຊຸມ​​ຄັ້ງ​ທີ 5 ຂອງຄະນະ​ກຳມະການ​ຊີ້​ນຳ​ການ​ຮ່ວມ​ມື​ລະຫວ່າງ​ຈີນ​ຫວຽດນາມ

(GMT+08:00) 2011-09-08 15:05:04     cri

ຕາມ​ຂ່າວສານ​ຊີ​ນຮວາ: ກອງ​ປະຊຸມ​ຄັ້ງ​ທີ 5 ຂອງ​ຄະນະ​ກຳມະການ​ຊີ້​ນຳ​ການ​ຮ່ວມ​ມື​ລະຫວ່າງ​ຈີນ​ຫວຽດນາມ​ໄດ້​ໄຂ​ຂຶ້ນ​ຢູ່​ນະຄອນຫລວງ​ຮ່າ​ໂນ​ຍຂອງ​ຫວຽດນາມ​ໃນ​ວັນ​ທີ 6 ກັນຍາ​ນີ້,.ທ່ານ​ໄຕ້​ປິງ​ໂກ,ທີ່​ປຶກສາ​ແຫ່ງ​ລັດ​ຈີນ, ປະທານ​ຝ່າຍ​ຈີນ​ຂອງ​ຄະນະ​ກຳມະການ​ດັ່ງກ່າວ​ກັບ​ທ່ນຫງຽນທຽນ​ເຢັນ,ຮອງ​ນາຍົກລັດຖະມົນຕີຫວຽດນາມ, ປະທານ​ຝ່າຍ​ຫວຽດນາມ​ຂອງຄະນະ​ກຳມະການ​ດັ່ງກ່າວ​ໄດ້​ເປັນ​ປະທານ​ຮ່ວມ​ຂອງ​ກອງ​ປະຊຸມ​ຄັ້ງ​ນີ້.​ໃນ​ໄລຍະ​ໄຂ​ກອງ​ປະຊຸມ, ທ່ານ​ຫງວຽນຟູ​ຈ໋ອງ, ​ເລຂາທິການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ, ທ່ານ​ຫງວຽນ​ເຕິ​ນຢຸ່ງ, ນາຍົກລັດຖະມົນຕີຫວຽດ​ນາມ​ຕ່າງ​ກໍ່ໄດ້​ຕ້ອນຮັບ​ການ​ເຂົ້າ​ພົບ​ປະຂອງ​ທ່ານ​ໄຕ້​ປິງ​ໂກ,​ສອງ​ຝ່າຍ​ໄດ້​ໂອ້​ລົມ​ກັນ​ດ້ວຍ​ຄວາມງສະຫນິດສະຫນົມ​ແລະ​​ເຕັ​ມ​ໄປ​ດ້ວຍໄມຕີ​ຈິດ​ມິດຕະພາບອັນ​ດີ.ທ່ານ​ໄຕ້​ປິງ​ໂກ​ໄດ້​ສົ່ງ​ຕໍ່ຄວາມ​ເຫັນ​ຂອງ​ທ່ານ​ເລຂາທິກ​ານ​ໃຫຍ່​ຫູ​ຈີນ​ທາວ​ກ່ຽວ​ກັບ​ການ​ຂະຫຍາຍ​ການ​ພົວພັນ​ລະຫວ່າງ​ສອງ​ພັກ​ແລະ​ສອງ​ລັດ​ຕໍ່​ທ່ານຫງວຽນ​ຟູ​ຈ໋ອງ.

ສອງ​ຝ່າຍ​ເຫັນ​ວ່າ,ການ​ແກ້​ໄຂ​ບັນຫາ​ຢູ່​ເທິງ​ທະ​ເລຈີນ​ໃຕ້​ນັ້ນ​ແມ່ນ​ສຳຄັນ​ທີ່​ສຸດ​ຕໍ່​ການ​ປົກ​ປັກ​ຮັກສາມິດຕະພາບ​ແລະ​ການ​ຮ່ວມ​ມື​ລະຫວ່າງ​ຈີນ​ຫວຽ​ດນາມ, ​ແລະ​ກ່າວ​ຢ້ຳວ່າ​ຈະ​ອີງ​ຕາມ​ຄວາມ​ຮັບ​ຮູ້​ຄື​ກັນ​ຂອງ​ຜູ່​ນຳ​ສອງ​ປະ​ເທດ, ກົດຫມາຍ​ສາກົນ​​ແລະ​ນ້ຳ​ໃຈ​ຂອງ​ຖະ​ແຫລ​ງການ​ກ່ຽວ​ກັບ​ການກະທຳຂອງບັນດາຝ່າຍ ຢູ່ເຂດທະເລຈີນໃຕ້,ຍຶດຫມັ້ນແກ້ໄຂຄວາມຂັດ​ແຍ່ງ​ກັນ​ເທິງ​ທະ​ເລ​ໂດຍ​ສັນຕິ​ແລະ​ດ້ວຍ​ການ​ເຈລະຈາ​ແລະ​ປຶກສາຫາລືກັນຢ່າງ​ມີ​​ໄມຕີ​ຈິດມິດຕະພາບ,​ໃຊ້​ມາດ​ຕະການ​ທີ່​ບັງ​ເກີດ​ຜົນ​ເພື່ອ​ປົກ​ປັກ​ຮັກສາ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຢູ່​ທະ​ເລ​ຈີນ​ໃຕ້.ສອງ​ຝ່າຍ​ຈະ​ເລັ່ງລັດ​ການ​ເຈລະຈາ, ຊອກ​ຫາ​ວິທີ​ແກ້​ໄຂບັນຫາ​ຢ່າງ​ຖາວອນ​ທີ່​ທັງ​ສອງ​ຝ່າຍ​ລ້ວນ​ແຕ່​ຮັບ​ເອົາ​ໄດ້.ສອງ​ຝ່າຍ​ເຫັນ​ດີ​ເພີ່ມ​ທະວີພື້ນຖານ​ເພື່ອ​ການ​ເຈລະຈາ, ​ເພື່ອ​ເຊັນ​ສັນຍາ​ກ່ຽວ​ກັບ​ຫລັກການ​ພື້ນຖານ​ໃນ​ການຊີ້​ນຳ​ການ​ແກ້​ໄຂ​ບັນຫາ​ເທິງ​ທະ​ເລ​ລະຫວ່າງ​ຈີນ​ຫວຽດນາມ​ໂດຍ​​ໄວ. ສອງ​ຝ່າຍ​ຈະ​ຊຸກ​ຍູ້​ການ​ຜັນ​ຂະຫຍາຍ​ຖະ​ແຫລ​ງການກ່ຽວ​ກັບ​ການກະທຳ​ຂອງ​ບັນດາ​ຝ່າຍ​ຢູ່​ເຂດ​ທະ​ເລ​ຈີນ​ໃຕ້​ແລະ​ວຽກ​ງານ​ຕ່າງໆຕາມ​ພາຍຫລັງ,ພະຍາຍາມ​ໃຫ້​ໄດ້​ຮັບ​ຄວາມ​ຄືບ​ຫນ້າ​ແທ້​ຈິງ​​ໂດຍ​ໄວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ