ງານ​ວາງສະ​ແດງ​ສິນຄ້າ​ຈີນ​ອາຊຽນມີ​ໂອກາດ​ການ​ຄ້າ​ບໍລິການ​ຢ່າງຫຼວງຫຼາຍ

(GMT+08:00) 2011-09-08 16:35:35     cri
ງານ​ວາງສະ​ແດງ​ສິນຄ້າ​ຈີນ​ອາຊຽນຄັ້ງ​ທີ8​ ທີ່​ຈະ​ຈັດ​ຂຶ້ນ​ຢູ່​ນະຄອນ​ນານ​ນິງຈີນ​ແຕ່​ວັນ​ທີ21​ຫາ26​ຕຸລາ​ນີ້, ຈະ​ສືບ​ຕໍ່​ຈັດການ​ວາງສະ​ແດງ​ການ​ຄ້າ​ບໍລິການ​ເປັນ​ອັນສະ​ເພາະ, ​ໃຊ້​ວິທີ​ວາງສະ​ແດງ​ແລະ​ຈັດ​ກິດຈະກຳ​ປະສານ​ສົມທົບ​ກັນ, ລົງ​ເລິກ​ເນື້ອ​ໃນ​ການ​ຄ້າ​ບໍລິການ​​ໃຫ້ອຸດົມ​ສົມບູນ​ຂຶ້ນ, ສືບ​ຕໍ່​ຊຸກ​ຍູ້​ການ​ຮ່ວມ​ມື​ແລະ​ແລກປ່ຽນ​ລະຫວ່າງ​ຈີນ​ກັບ​ອາຊ​ຽນ​ໃນ​ດ້ານ​ການ​ບໍລິການ​ທະນາຄານ, ການທ່ອງທ່ຽວ​ແລະ​ການ​ສຶກສາ.

ການວາງສະ​ແດງ​ການ​ບໍລິການ​ທະນາຄານ​ໃນ​ງານ​ວາງສະ​ແດງ​ສິນຄ້າ​ຈີນ​ອາຊ​ຽນຄັ້ງ​ທີ8 ຈະ​​ເປັນ​ສູນ​ຮວມ​ວາງສະ​ແດງ​ເນື້ອ​ໃນ​ໃນ​ດ້ານ​ຕ່າງໆ ​ເຊັ່ນ: ການ​ທະນາຄານ​​ເອກະ​ຊົນ, ການ​ທະນາຄານ​ທຸລະກິດ​ແລະ​ການ​ໃຫ້​ຄຳ​ປຶກສາ​ດ້ານ​ຂໍ້​ມູນ​ຂ່າວສານ​ທະນາຄານ, ​ເພື່ອ​ສ້າງ​ເວທີ​ໃຫ້​ແກ່​ອົງການ​ຈັດ​ຕັ້ງ​ທີ່​ເຂົ້າ​ຮ່ວມ​ການວາງສະ​ແດງ​ຊອກ​ຮູ້​ຂໍ້​ມູນ​ທະນາຄານ​ຫຼ້າ​ສຸດ, ຊອກ​ຫາ​ໂອກາດທາງ​ດ້ານ​ການ​ຄ້າ​ດ້ານ​ການ​ຮ່ວມ​ມື​ແລະ​ຮ່ວມ​ກັນ​ຮັບ​ມື​ກັບສິ່ງທ້າ​ທາຍ​ໃນ​ອະນາຄົດ.

​ໃນ​ໄລຍະ​ງານ​ວາງສະ​ແດງຍັງ​ຈະ​ຈັດ​ເວທີ​ປຶກສາ​ຫາລື​ວ່າ​ດ້ວຍ​ການ​ຮ່ວມ​ມື​ແລະ​ການ​ພັດທະນາ​ດ້ານ​ການ​ທະນາຄານ​ຈີນ​ອາຊ​ຽນຄັ້ງ​ທີ3, ຫົວໜ້າ​ພາກສ່ວນ​ທະນາຄານ​ຂອງ​ຈີນ​ແລະ​ບັນດາ​ປະ​ເທດ​ອາຊ​ຽນ, ຜູ້​ຮັບຜິດຊອບ​ຂັ້ນ​ສູງ​ຂອງ​ອົງການ​ຈັດ​ຕັ້ງ​ທະນາຄານ​ຂອງ​ຈີນ, ອາຊ​ຽນ​ແລະ​ຂອງ​ອາ​ເມ​ລິ​ກາ​ແລະ​ເອີ​ລົບ​ທີ່​ປະຈຳ​ຢູ່​ພາກ​ພື້ນ​ອາຊີ​ປາຊີ​ຟິກ, ຜູ້ຕາງໜ້າ​ທະນາຄານ​ປະ​ເພດ​ອື່ນໆ, ຊ່ຽວຊານ​ທີ່​ມີ​ຊື່ສ​ຽງ​ໃນ​ວົງ​ການ​ທະນາຄານ​ແລະ​ຜູ້ຕາງໜ້າ​ວິ​ສາ​ຫະກິດ​ຕ່າງໆ​ຈະ​ເຂົ້າ​ຮ່ວມ​​ເວທີ​ປຶກສາ​ຫາລື​ຕາມ​ຄຳ​ເຊີນ. ​ແຕ່​ລະ​ພາກສ່ວນ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຈະ​ຮ່ວມ​ກັນຫາ​ລື​ເຮັດ​ແນວ​ໃດ​ເພື່ອ​ຊຸກ​ຍູ້​ການ​ພັດທະ​ນາ​ເສດຖະກິ​ດພາກ​ພື້ນຢ່າງ​ແທ້​ຈິງ​ແລະ​ຊອກ​ຫາ​ວິທີ​ພັດທະນາ​ໃໝ່ ​ໂດຍ​ພາ​ຍ​ໃຕ້​ປະຖົມ​ປັດ​ໄຈ​ທີ່​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ການ​ທະນາຄານ​ເຊື່ອມ​ໂຍງ​ເຂົ້າກັນ.

ຈີນ​ແລະ​ບັນດາ​ປະ​ເທດ​ອາຊ​ຽນມີ​ຊັບພະຍາກອນ​ທ່ອງ​ທ່ຽວ​ທີ່​ອຸດົມສົມບູນ, ມີ​ພື້ນ​ຖານ​ແລະ​ອະນາຄົດ​ແຫ່ງ​ການ​ຮ່ວມ​ມື​ທີ່​ດີ. ງານ​ວາງສະ​ແດງ​ສິນຄ້າ​ຈີນ​ອາຊ​ຽນຄັ້ງ​ທີ8 ຈະ​ອີງ​ຕາມ​ຈຸດ​ພິ​ເສດ​ແລະ​ຄວາມ​ຕ້ອງການ​ດ້ານ​ການທ່ອງທ່ຽວ​ຂອງ​ສອງ​ຝ່າຍ, ຕັ້ງ​ເຂດ​ວາງສະ​ແດງ​ການ​ບໍລິການ​ດ້ານ​ການທ່ອງທ່ຽວ​ເປັນ​ຄັ້ງ​ທຳ​ອິດ​ໃນ​ການວາງສ​ະ​ແດງ​ການ​ຄ້າ​ບໍລິການ, ວາງ​ສະ​ແດງ​ຮູບຊົງ​ຕົວ​ເມືອງ​ແລະ​ການ​ບໍລິການ​ດ້ານ​ການທ່ອງທ່ຽວ​ຂອງ​ຈີນ​ແລະ​ບັນດາ​ປະ​ເທດ​ອາຊ​ຽນ, ​ແລະ​ປະ​ສານ​ສົມທົບ​ກັບ​ການວາງສະ​ແດງ​ເມືອງ​ສະ​ເໜ່, ຜ່ານ​ຈາກ​ຈັດ​ກິດຈະກຳ​ໂຄສະນາ​ທ່ອງ​ທ່ຽວ​ຕ່າງໆ, ສ້າງ​ໂອກາ​ດການ​ຄ້າ​ທີ່​ຫຼາຍ​ກວ່າ​ເກົ່າ​ໃຫ້​ແກ່​ການ​ຮ່ວມ​ມື​ດ້ານ​ການທ່ອງທ່ຽວ​ລະຫວ່າງ​ຈີນ​ກັບ​ອາຊ​ຽນ.

ງານ​ວາງສະ​ແດງ​ສິນຄ້າ​ຈີນ​ອາຊ​ຽນຄັ້ງ​ທີ8 ຈະ​ສືບ​ຕໍ່​ໃຫ້ການ​ບໍລິການ​ທີ່​ມີ​ຄຸນ​ນະພາ​ບດີ​ແກ່​ນັກ​ທຸລະ​ກິດ​ທີ່​ມາຮ່ວມ​ງານ​ວາງສະ​ແດງ​ບົນ​ພື້ນຖານ​ຄວາມ​ສຳ​ເລັດຂອງຫຼາຍ​ຄັ້ງ​ທີ່​ຜ່ານ​ມາ, ຍົກ​ປະສິດທິ​ພາບ​ຂອງ​ການວາງສະ​ແດງ​ການ​ຄ້າ​ບໍລິການ​ແລະ​ກິດ​ຈະ​ກຳ​ຕ່າງໆ​ໃຫ້ສູງ​ຂຶ້ນ​ຢ່າງ​ແທ້​ຈິງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ