ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ,​ການ​ເຮັດ​ໃຫ້​ທົ່ວ​ໂລກ​ບັນ​ລຸ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຄວນ​ເຄົາ​ລົບ​ແລະ​ປະ​ຕິ​ບັດ​ຕາມ​5​ຫຼັກ​ການ

(GMT+08:00) 2011-09-08 16:17:28     cri
ວັນ​ທີ8ກັນຍາ​ນີ້,ຢູ່​ທີ່​ປັກ​ກິ່ງ,ທ່ານ​ຢາງ​ເຈ​ຊື,ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ,​ເພື່ອ​ຊຸກ​ຍູ້​ໃຫ້​ກອງ​ປະ​ຊຸມ​ສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ໃນ​ປີ​2012​ໄດ້​ຮັບ​ໝາກ​ຜົນ​ທີ່​ດີ,​ຊຸກ​ຍູ້​ຂະ​ບວນ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຂອງ​ໂລກ​ຢ່າງ​ຮອບ​ດ້ານ,​ປະ​ຊາ​ຄົມ​ໂລກ​ຄວນ​ເຄົາ​ລົບ​ແລະ​ປະ​ຕິ​ບັດ​ຕາມ​5​ຫຼັກ​ການ.

5ຫຼັກການ​ນີ້​ຄື:​​ເຄົາລົບ​ປະຕິບັດ​ນ້ຳ​ໃຈ​ແລະ​ຫຼັກການຣີ​ໂອ​ເດີ​ຈາ​ເນ​ໂຣ,​ໂດຍ​ສະ​ເພາະ​ແມ່ນ​ຫຼັກ​ການ​ທີ່​"ມີ​ໜ້າ​ທີ່​ຮ່ວມ​ກັນ​ແລະ​ໜ້າ​ທີ່​ບໍ່​ທໍ່​ກັນ";​ຍຶດ​ໝັ້ນ​ຊຸກ​ຍູ້​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຂອງ​ເສດ​ຖະ​ກິດ,​ສັງ​ຄົມ​ແລະ​ສິ່ງ​ແວດ​ລ້ອມ​ໃຫ້​ສະ​ໝ່ຳ​ສະ​ເໝີ​ແລະ​ປະ​ສານ​ສົມ​ທົບ​ກັນ;​ເຄົາ​ລົບ​ໃຫ້​ປະ​ເທດ​ຕ່າງໆ​ພັດ​ທະ​ນາ​ສິດ​ເປັນ​ເຈົ້າ​ຕົນ​ເອງ​ຢ່າງ​ຕໍ່​ເນື່ອງ;​ຍຶດ​ໝັ້ນ​ຫຼັກ​ກນ​ທີ່​ສ້າງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ແບບ​ກວ້າງ​ຂວາງ;​ໂດຍ​ສະ​ເພາະ​ແມ່ນ​ເນັ້ນ​ໃສ່​ແກ້​ໄຂ​ຄວາມ​ເອົາ​ໃຈ​ໃສ່​ຂອງ​ປະ​ເທດ​ທີ່​ພວມ​ພັດ​ທະ​ນາ.

ທ່ານ​ຢາງ​ເຈ​ຊື​​ໄດ້​ໃຫ້ທັດສະນະ​ດັ່ງ​ກ່າວ​ໃນ​ພິທີ​ໄຂ​ງານ​ຄົ້ນ​ຄວ້າ​ສຳ​ມະ​ນາ​ລະ​ດັບ​ສູງ​ຂອງ​ກອງ​ປະ​ຊຸມ​ສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ​8​ກັນ​ຍາ​ນີ້.​ງານ​ຄົ້ນ​ຄວ້າ​ສຳ​ມະ​ນາ​ເທື່ອ​ນີ້​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​ແຕ່​ວັນ​ທີ​8​ຫາ​ວັນ​ທີ​9​ກັນ​ຍາ​ນີ້,​ແມ່ນ​ອົງ​ປະ​ກອບ​ອັນ​ສຳ​ຄັນ​ຂອງ​ວຽກ​ກະ​ກຽມ​ໃຫ້​ແກ່​ກອງ​ປະ​ຊຸມ​ສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ທີ່​ຈະ​ຈັດ​ຂຶ້ນ​ຢູ່​ຣີ​ໂອ​ເດີ​ຈາ​ເນ​ໂຣ,​ປະ​ເທດ​ເບຼ​ຊິນ​ໃນ​ປີ2012.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ