ທ່ານ​ກັດ​ດາ​ຟີ​ອອກ​ສຽງ​ອີກ​ເພື່ອ​ປະ​ຕິ​ເສດ​ຖ້ອຍ​ຄວາມ​ທີ່​ວ່າ​ທ່ານ​ໄດ້​ໜີ​ໄປ​ປະ​ເທດ​ໃກ້​ຄຽງ

(GMT+08:00) 2011-09-08 19:48:59     cri
ວັນ​ທີ8​ກັນຍາ​ນີ້,ສື່​ມວນ​ຊົນ​ຊີຣີນຳ​ເອົາ​ສຽງ​ຂອງ​ທ່ານ​ມູ​ອຳ​ມາ ກັດ​ດາ​ຟີ​ທີ່​ໄ​ດ້ກ່າວ​ປະຕິ​ເສດ​ບົດ​ລາຍ​ງານ​ຂ່າວ​ກ່ຽວ​ກັບ​ທ່ານ​ໄດ້​ໜີ​ໄປ​ນີ​ເຊ​ອອກ​ອາ​ກາດ.​ໃນ​ສຽງ​ນັ້ນ,​ທ່ານ​ກັດ​ດາ​ຟີ​ກ່າວ​ວ່າ,​ການ​ລາຍ​ງານ​ຂ່າວ​ກ່ຽວ​ກັບ​ບັນ​ຫາ​ທີ່​ວ່າ​ທ່ານ​ໜີ​ໄປ​ນີ​ເຊ​ນັ້ນ​ແມ່ນ​ຮູບ​ແບບ​ການ​ດຳ​ເນີນ​ສົງ​ຄາມ​ທາງ​ຈິດ​ຕະ​ສາດ​ແລະ​ເປັນ​ຄຳ​ເວົ້າ​ທີ່​ບໍ່​ມີ​ຄວາມ​ຈິງ​ຂອງ​ປະ​ເທດ​ຕາ​ເວັນ​ຕົກ.

ກ່ອນໜ້າ​ນີ້​ມີ​ສື່​ມວນ​ຊົນ​ຕ່າງປະ​ເທດ​ເຄີຍ​ລາຍ​ງານ​ວ່າ,ມີ​ຂະ​ບວນລົດ​ທີ່​ເປັນ​ລົດ​ຂອງ​ທະ​ຫານ​ຂອງ​ທ່ານ​ກັດ​ດາ​ຟີ​ປະ​ມານ​200​ຫາ​250​ຄັນ​ໄດ້​ເຂົ້າ​ສູ່​ເຂດ​ພາກ​ເໜືອ​ຂອງ​ນີ​ເຊ​ໃນ​ວັນ​ທີ​5​ກັນ​ຍາ​ແລ້ວ​ນີ້,​ທ່ານ​ກັດ​ດາ​ຟີ​ອາດ​ຈະ​ເຂົ້າ​ຮ່ວມ​ຂະ​ບວນ​ລົດ​ນີ້​ແລ້ວ​ໜີ​ໄປ​ບູ​ກີ​ນາ-​ຟາ​ໂຊ.

ກ່ຽວ​ກັບ​ເລື່ອງ​ນີ້,​ໃນ​ວັນ​ທີ7​ກັນຍາ​ນີ້,ລັດຖະບານ​ບູກີ​ນາ-ຟາ​ໂຊ​ແລະ​ລັດຖະບານ​ນີ​ເຊ​ລ້ວນ​ແຕ່​ໄດ້​ປະຕິ​ເສດ​ການ​ລາຍ​ງານ​ດັ່ງກ່າວ,​ແລະ​ກ່າວ​ວ່າ,ທ່ານ​ກັດ​ດາ​ຟີ​ບໍ່​ຢູ່​ພາຍ​ໃນ​ສອງ​ປະ​ເທດ​ນີ້.

ນອກ​ນີ້,ກ່ຽວ​ກັບ​ເລື່ອງ​ທີ່​ຄະນະ​ກຳມະການ​ຂ້າມ​ຜ່ານ​ແຫ່ງ​ຊາດ​ຂອງ​ລີ​ບີ​ຮຽກ​ຮ້ອງ​ໃຫ້​ນີ​ເຊ​ປິດ​ຊາຍ​ແດນ​ລະ​ຫວ່າງ​ສອງ​ປະ​ເທດ​ນັ້ນ,​ກະ​ຊວງ​ການ​ຕ່າງ​ປະ​ເທດ​ນີ​ເຊ​ກ່າວ​ວ່າ,​ນີ​ເຊ​ກັບ​ຊີ​ຣີ​ມີ​ເສັ້ນ​ຊາຍ​ແດນ​ຍາວ​ໂພດ,​ການ​ທີ່​ເຮັດ​ໃຫ້​ນີ​ເຊ​ປິດ​ຊາຍ​ແດນ​ໝົດ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ທ່ານ​ກັດ​ດາ​ຟີ​ເຂົ້າ​ສູ່​ນີ​ເຊ​ນັ້ນ​ແມ່ນ​ເລື່ອງ​ທີ່​ເປັນ​​ໄປ​ບໍ່​ໄດ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ