ຈີນ​ຖືກ​ຈັດ​ລຽງ​ຢູ່​ໃນ​ອັນ​ດັບ​ທີ​26​ໃນ​"ບົດ​ລາຍ​ງານ​ກຳ​ລັງ​ແກ່ງ​ແຍ່ງ​ທົ່ວ​ໂລກ​"ສະ​ບັບ​ຫຼ້າ​ສຸດ

(GMT+08:00) 2011-09-08 19:54:26     cri
ວັນ​ທີ7​ກັນຍາ​ນີ້,​ເວທີ​ປຶກສາ​ຫາລື​ເສດຖະກິດ​ໂລກ​ເຜີຍ​ແຜ່"ບົດ​ລາຍ​ງານ​ກຳລັງ​ແກ່ງ​ແຍ່ງ​ທົ່ວ​ໂລກ​ປີ2011-2012",​ສະ​ວິສ​ຖືກ​ຈັດ​ລຽງ​ຢູ່​ອັນ​ດັບ​ທີ​1​ຕິດຕໍ່​ກັນ​ເປັນ​ປີ​ທີ​ສາມ,​ແມ່ນ​ປະ​ເທດທີ່​ມີ​ກຳ​ລັງ​ແກ່ງ​ແຍ່ງ​ແຂງ​ແຮງ​ທີ່​ສຸດ​ໃນ​ທົ່ວ​ໂລກ.​ສິງ​ກະ​ໂປ​ໄດ້​ເຂົ້າ​ແທນ​ຊູ​ແອັດ​ຂຶ້ນ​ເປັນ​ອັນ​ດັບ​ທີ​2,​ກາຍ​ເປັນ​ປະ​ເທດ​ທີ່​ມີ​ກຳ​ລັງ​ແກ່ງ​ແຍ່ງ​ແຂງ​ແຮງ​ທີ່​ສຸດ​​ໃນ​ເຂດ​ອາ​ຊີ;​ສ່ວນ​ຈີນ​ມີ​ຄວາມ​ກ້າວ​ໜ້າ​ຕໍ່​ໄປ​ເລື່ອຍໆ​ແລະ​ຖືກ​ຈັດ​ລຽງ​ຢູ່​ໃນ​ອັນ​ດັບ​ທີ​26,​ນຳ​ໜ້າ​4​ປະ​ເທດ​ອື່ນ​ໃນ5​ປະ​ເທດ​ບຼິກສ໌ ຄື:​ອາ​ຟຼິ​ກາ​ໃຕ້,​ເບຼຊິນ,ອິນ​ເດຍ​ແລະຣັດ​ເຊຍ.

ວັນ​ທີ7​ກັນຍາ​ນີ້,​​ເຈົ້າໜ້າ​ທີ່​ຂອງ​ເວທີ​ປຶກສາ​ຫາລື​ເສດຖະກິດ​ໂລກ​ກ່າວ​ວ່າ,​​​ເຖິງ​ວ່າໃນບັນ ດາປະ​ເທດທີ່​ລຽງ​ອັນ​ດັບ​ແຕ່​ທີ1​ຫາ​ທີ​30,​ມີ​ປະ​ເທດ​ອາ​ຊີ​ຈຳ​ນວນ​ບໍ່​ໜ້ອຍ,​ແຕ່​ອັນ​ດັບ​ຂອງ​ບາງ​ປະ​ເທດທີ່​ພວມ​ພັດ​ທະ​ນາ​ຂອງ​ອາ​ຊີ ​ເຊັ່ນ:​ອິນ​ໂດ​ເນ​ເຊຍ,​ອິນ​ເດຍ​ແລະ​ຫວຽດ​ນາມ​ເປັນ​ຕົ້ນ​ພັດ​ບໍ່​ມີ​ຄວາມ​ກ້າວ​ໜ້າ.​ເວ​ທີ​ປຶກ​ສາ​ຫາ​ລື​ເສດ​ຖະ​ກິດ​ໂລກ​ວິ​ເຄາະ​ວ່າ,​ນີ້​ແມ່ນ​ຍ້ອນ ປະ​ເທດ​ອາ​ຊີ​ເຫຼົ່າ​ນີ້​ຍັງ​ບໍ່​ມີການ​ປະຕິ​ຮູບ​ແລະ​ການ​ລົງທຶນ​ທີ່​ເປັນ​ກຳ​ລັງ​ແຮງ​ຊຸກ​ຍູ້​ການ​ເຕີບ​ໂຕ.

ສ່ວນ​ອັນ​ດັບ​ຂອງ​ອາ​ເມ​ລິ​ກາ​ທີ່​ຕົກ​ຢູ່​ໃນສະພາບ​ວິ​ກິດ​ການ​ການ​ເງິນ​ແລະ​ວິ​ກິດ​ການ​ໜີ້​ສິນ​ນັ້ນ​ພັດ​ຫຼຸດ​ລົງ​ຢ່າງ​ລຽນ​ຕິດ​ເປັນ​ປີ​ທີ​3,​ປີ​ນີ້​ໄດ້​ຫຼຸດ​ຈາກ​ອັນ​ດັບ​ທີ​1​ຫຼຸດ​ລົງ​ມາ​ເປັນ​ອັນ​ດັບ​ທີ​5.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ