ໄພ​ແຫ້ງ​ແລ້ງ​ຢູ່​ພາກ​ຕາ​ເວັນ​ຕົກ​ສຽງ​ເຫນືອ​ຂອງ​ຈີນ​ເຮັດ​ໃຫ້ 12 ລ້ານ​ກວ່າ​ຄົນ​ຂາດ​ນ້ຳ

(GMT+08:00) 2011-09-09 16:21:08     cri

ຕົວ​ເລກ​ສະ​ຖິຕິ​ຫລ້າ​ສຸດສະ​ແດງ​ໃຫ້​ເຫັນ​ວ່າ:ນັບ​ມາ​ຮອດ​ວັນ​ທີ 8 ກັນຍາ​ນີ້,ຢູ່ 5 ​ເຂດ​ແຂວງ​ຄື ​ແຂວງ​ກຸ້ຍ​ໂຈ​ວ,​ແຂວງ​ຢຸນນານ,​ແຂວງ​​ເຊ​ຊວນ,ນະຄອນ​ຈຸ່ງ​ກິ່ງ​ແລະ​ເຂດ​​ເຜົ່າ​ຈ້ວງ​ກວາງຊີ​ທີ່​ຢູ່​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ​ທີ່​ເກີດ​ໄພ​ແຫ້ງ​ແລ້ງ​,​ເນື້ອ​ທີ່​ປູກຝັງ​ທີ່​ຖືກ​ຜົນ​ກະທົບ​ນັ້ນ​ມີ​ເຖິງ 3 ລ້ານ 4 ​ແສນ 1 ຫມື່ນ 2 ພັນ​ເຮັກຕາ,ປະຊາຊົນ​ 12 ລ້ານ 6 ​ແສນ 4 ຫມື່ນ​ຄົນ​ກັບ​ສັດ 6 ລ້ານ 1 ​ແສນ 6 ຫມື່ນ​ໂຕ​ຂາດ​ນ້ຳ​ດຶ່ມ.

​ໄພ​ແຫ້ງ​ແລ້ງ​ເທື່ອ​ນີ້​ເກີດ​ແຕ່​ຕົ້ນ​ເດືອນ​ກໍລະກົດ​ປີ​ນີ້, ​ໄດ້​ສົ່ງ​ຜົນ​ກະທົບ​ຢ່າງ​ຮ້າຍ​ແຮງ​ໄປ​ຍັງ​ການ​ຜະລິດ​ແລະ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ຢູ່​ເຂດ​ດັ່ງກ່າວ. ວັນ​ທີ 8 ກັນຍາ​ນີ້, ຫ້ອງການ​ຊີ້​ນຳ​ການ​ຕ້ານ​​ແລ້ງ​ຕ້ານ​ຖ້ວມ​ແຫ່ງ​ຊາດ​ຈີນ​ໄດ້​ໃຊ້​ມາດ​ຕະການ​ຕ້ານ​ແລ້ງ​ລະດັບ 3 ,ຮຽກຮ້ອງ​ໃຫ້​ແຫ່ງ​ຕ່າງໆ​ຕິດຕາມ​ສະພາບ​ຝົນຕົກ, ສະພາບ​ນ້ຳ​ໃນ​ແມ່​ນ້ຳ​ຕ່າງໆ​​ພ້ອມ​ກັບ​ສະພາບ​ແຫ້ງ​ແລ້ງຢ່າງ​ໃກ້ຊິດ, ​ເພື່ອ​ຮັບປະກັນ​​ໃຫ້​ປະຊາຊົນ​ມີ​ນ້ຳ​ໃຊ້​ໃນ​ຊີວິດ​ປະຈຳ​ວັນ​ຢ່າງ​ພຽງພໍ,​ເພີ່ມ​ງົບ​ປະມານຕ້ານ​ແລ້ງ​ໃຫ້​ຫລາຍ​ຂຶ້ນ, ຄົ້ນຄວ້າ​ແລະ​ວາງ​ນະ​ໂຍບາຍ​ໃຫ້​ສິດທິ​ພິ​ເສດ​ໃນ​ການ​ຕ້ານ​ແລ້ງ, ພ້ອມ​ກັນ​ນັ້ນ​ຍັງ​ຈະ​ສົ່ງ​ວັດຖຸ​ຕ້ານ​ແລ້ງ​ຂອງ​ສູນ​ກາງ​ໄປ​ໃຫ້​ເຂດ​ປະສົບ​ໄພ​ແຫ້ງ​ແລ້ງ.

ມື້​ດຽວ​ກັນ, ກະຊວງການ​ປົກຄອງ​ແລະ​ປະຊາ​ສົງ​ເຄາະ​ຈີນ​​ໄດ້​ອອກ​ແຈ້ງ​ການ​ຮຽກຮ້ອງ​ໃຫ້​ພາກສ່ວນ​ການ​ປົກຄອງ​ແລະ​ປະຊາ​ສົງ​ເຄາະ​ທຸກ​ຂັ້ນ​ຕ້ອງ​ຈັດ​ວາງ​ຊີວິດ​ການ​ເປັນ​ຢູ່​ພື້ນຖານ​ຂອງ​ປະຊາຊົນ​ຢູ່​ເຂດ​ປະສົບ​ໄພ​ແຫ້ງ​ແລ້ງ​ໃຫ້​ດີ, ນຳ​ໃຊ້​ທຶນ​ກູ້​ໄພ​ປະ​ເພດ​ຕ່າງໆ​ທີ່​ທາງ​ສູນ​ກາງ​ແລະ​ທ້ອງ​ຖີ່​ນ​ເບີກ​ໃຫ້​ນັ້ນ​ໃຫ້​ດີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ