ຝ່າຍ​ຕໍ່ຕ້ານ​ລັດຖະບານລີ​ບີຈະ​ສຳ​ເລັດ​ວຽກ​ງານ​ຍ້າຍ​ນະຄອນຫລວງ​ໃນ​ ​ອາທິດ​ຫນ້າ ສານ​ອາດຍາ​ສາກົນ​ຮຽກຮ້ອງ​ໃຫ້​ຕຳຫລວດອາດຍາ​ສາກົນ​ຈັບ​ຕົວ​ທ່ານ​ກັດ​ດາ​ຟີ

(GMT+08:00) 2011-09-09 16:22:09     cri

ວັນ​ທີ 8ກັນຍາ​ນີ້, ທ່ານ​ມາ​ມຸດ​ຈາບຼີຣ ປະທານ​ຄະນະ​ກຳມະການ​ປະຕິບັດ​ງານ​ຂອງ​ຄະນະ​ກຳມະການ​ຂ້າມ​ຜ່ານ​ແຫ່ງ​ຊາດ​ລີ​ບີ​ກ່າວ​ວ່າ, ຄະນະ​ກຳມະການ​ຂ້າມ​ຜ່ານ​ແຫ່ງ​ຊາດ​ພ້ອມ​ກັບ​ຄະນະ​ກຳມະການປະຕິບັດ​ງານ​ຈະ​ສຳ​ເລັດ​ວຽກ​ງານ​ຍ້າຍ​ນະຄອນຫລວງ​ໃນ​ອາທິດ​ຫນ້າ.

ທ່ານ​ຈາບຼີຣ​ໃຫ້​ຄຳ​ຫມັ້ນສັນຍາ​ວ່າ:​ເມື່ອ​ສ້າງ​ຕັ້ງລັດຖະບານ​ຂ້າມ​ຜ່ານ​ຫລື​ຊົ່ວຄາວ​ແລ້ວ, ຈະວາງລັດຖະທຳ​ມະນູນ.ຖ້າ​ເກີດ​ການ​ຕໍ່​ສູ້​ກັນ​ທາງ​ການ​ເມືອງ​ໃນ​ພາຍ​ຫນ້າ​ແລ້ວ, ທ່ານ​ຈະ​ຖອນ​ຕົວ​ອອກ.ພ້ອມ​ກັນ​ນັ້ນ, ທ່ານ​ຊີ້​ອອກ​ວ່າ, ການ​ພົວພັນ​ລະຫວ່າງ​ລີ​ບີ​ກັບ​ອານ​ບາ​ນີທີ່​ເປັນ​ປະ​ເທດ​ໃກ້​ຄຽງ​ນັ້ນ​ຍັງ​ເຄັ່ງ​ຕຶງ​ຢູ່​ຄື​ເກົ່າ, ສອງ​ຝ່າຍ​ຄວນ​ຮັກສາ​ຄວາມ​ອົດ​ກັ້ນ​ໄວ້.

ມື້​ດຽວ​ກັນ, ທ່ານ​ມ​ເມ​ຊາ​ເຮ​ລ ຜູ່​ແທນ​ລະດັບ​ລັດຖະມົນຕີ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ອານ​ເຊ​ລີ​ທີ່​ຮັບຜິດຊອບ​ວຽກມາກຼິບ​ແລະ​ອາ​ຟຼີກາ​ກ່າວ​ວ່າ, ການ​​​ແຜ່ຜາຍ​ອາວຸດ​ຢ່າງ​ຜິດ​ກົດຫມາຍ​ຂອງ​ລີ​ບີ​ເປັນ​ການ​ຂົ່ມ​ຂູ່​ຕໍ່​ອຳນາດ​ການ​ປົກຄອງ​ໃຫມ່​ຂອງ​ລີ​ບີ, ການ​ຮິບ​ເອົາ​ອາວຸດ​ແມ່ນ​ບັນຫາ​ສຳຄັນ​ອັນ​ດັບ​ຫນຶ່ງ​ໃນ​ປັດຈຸບັນ. ທ່ານ​ຍັງ​ກ່າວ​ວ່າ, ປະ​ເທດ​ອາຣັບຍິນ​ດີ​ຕ້ອນຮັບ​ການ​ຮ່ວມ​ມື​ສາກົນ​ທີ່​ມີ​ຈຸດປະສົງເພື່ອ​ປົກ​ປັກ​ຮັກສາ​ຄວາມ​ຫມັ້ນຄົງ, ສະຖຽນ​ລະ​ພາບ​ແລະ​ການ​ພັດທະນາ​ຂອງ​ພາກ​ພື້ນ, ​ແຕ່​ຄັດຄ້ານ​ກຳລັງ​ການ​ທະຫານ​ຂອງຕ່າງປະ​ເທດປະຈຳ​ຢູ່​ພາກ​ພື້ນ​ນີ້,ທ່ານ​ກ່າວ​ວ່າ:"ການ​ແຊກ​ແຊງ​ຂອງ​ກຳລັງ​ການ​ທະຫານ​ຕ່າງປະ​ເທດ​ອາດ​ຈະ​ກະຕຸກການ​ເຄື່ອນ​​ໄຫວ​ຂອງ​ກຸ່ມ​ປະກອບ​ອາວຸດ​ທີ່​ຫົວ​ຮຸນ​ແຮງ."

​ພ້ອມ​ກັນ​ນັ້ນ, ສານ​ອາດຍາ​ສາກົນ​ໄດ້​ອອກ​ຖະ​ແຫລ​ງການ​ໃນ​ວັນ​ທີ 8 ກັນຍາ​ນີ້​ວ່າ:ສານ​ອາດຍາ​ສາກົນ​ໄດ້​ສົ່ງ​ຫນ່ວຍ​ງານ​ອິດສະຫລະ​ຫນ່ວຍ​ຫນຶ່ງ​ໄປ​ລີ​ບີ​ເພື່ອ​ສືບສວນ​ໂທດ​ກຳ​ຂອງ​ທ່ານ​ກັດ​ດາ​ຟີ.ສານ​ອາດຍາ​ສາກົນ​ພວມ​ຂໍ​ຄວາມ​ຊ່ວຍ​ເຫລືອ​ຈາກ​ອົງການ​ຕຳຫລວດ​ອາດຍາສາກົນ, ຫວັງຢາກ​ໃຫ້​ອົງການ​ຕຳຫລວດ​ອາດຍາສາກົນ​ອອກ​ໃບ​ສັ່ງ​ຈັບ​ສີ​ແດງ​ເພື່ອ​ຈັບ​ຕົວຕົວ​ທ່ານ​ກັດ​ດາ​ຟີ​.ມື້​ດຽວ​ກັນ, ທ່ານ​ລັສມູ​​​ແຊັນ,​ເລຂາທິການ​ໃຫຍ່​ນາ​ໂຕ​ກ່າວ​ວ່າ,ທະ​​ແນມ​ແຕ່​ລີ​ບີ​ຍັງ​ມີ​ການ​ຂົ່ມ​ຂູ່​ຈາກ​ອິດ​ທິກຳລັງ​ຂອງ​ທ່ານ​ກັດ​ດາ​ຟີ​ແລ້ວ,ນາ​ໂຕ​ກໍ່​ຈະ​ສືບ​ຕໍ່​ໂຈມ​ຕີ​ລີ​ບີທາງ​ການ​ທະຫານ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ