ຮອງ​ປະທານາທິບໍດີ​ອາ​ເມ​ລິ​ກາ​ກ່າວ​ວ່າ​ຈີນ​ໄດ້ຮັບ​ຜົນສຳ​ເລັດ​ສາມາ​ເຮັດ​ໃຫ້​ອາ​ເມ​ລິ​ກາ​ຈະ​ເລີ​ນຮຸ່ງ​ເຮືອງ​ກວ່າ​ເກົ່າ

(GMT+08:00) 2011-09-09 16:11:08     cri
ວັນ​ທີ8​ກັນຍາ​ນີ້, ທ່ານ​ໂຈ​ ບິ​ເດິ​ນ ຮອງ​ປະທານາທິບໍດີ​ອາ​ເມ​ລິ​ກາ​ທີ່​ເຄີຍ​ຢ້ຽມຢາມ​ຈີນ​ໃນ​ເດືອນ​ແລ້ວ​ນີ້​ໄດ້​ຂຽນບົດ​ຄວາມ​ໂດຍ​ກ່າວ​ວ່າ, ທ່ານຍັງ​ເຊື່ອ​ໝັ້ນ​ວ່າ, ຈີນ​ທີ່​ໄດ້ຮັບ​ຜົນສຳ​ເລັດພົ້ນ​ເດັ່ນ​ ສາມາ​ເຮັດ​ໃຫ້​ອາ​ເມ​ລິ​ກາ​ຈະ​ເລີ​ນຮຸ່ງ​ເຮືອງ​ກວ່າ​ເກົ່າ.

ມື້​ດຽວ​ກັນ, ທ່ານ​ບິ​ເດິນ​ໄດ້​ພິມ​ບົດ​ຄວາມ​ຄໍ​ລຳ​ສະ​ເພາະ​ທີ່​ມີ​ຫົວ​ຂໍ້​ວ່າ: "ຈີນ​ພົ້ນ​ເດັ່ນ​ຂຶ້ນ​ບໍ່​ແມ່ນ​ຈຸດ​ສຸດ​ທ້າຍ​ຂອງ​ພວກ​ເຮົາ"ລົງ​ໃນໜັງສືພິມ​ນິວຢອກ​ແທມສ໌ ​ໂດຍຂຽນ​ວ່າ, ການ​ຄ້າ​ແລະ​ການ​ລົງທຶນ​ລະຫວ່າ​ງສອງ​ຝ່າຍ​ໄດ້​ເຮັດ​ໃຫ້​ອາ​ເມ​ລິ​ກາ​ແລະ​ຈີນ​ມີ​ການ​ພົວພັນ​ກັນ​ຢ່າງແໜ້ນ​ແຟ້ນ. ຄວາມ​ສຳ​ເລັດ​ຂອງ​ສອງ​ຝ່າຍມີ​ຄວາມ​ສຳຄັນຫຼາຍ​ຕໍ່​ຜົນ​ປະ​ໂຫຍ​ດຂອງ​ກັນ. ​ເມື່ອ​ສັງ​ເກດ​ຈາກ​ບັນຫາຕ່າງໆ ​ເຊັ່ນ: ຈາກ​ຄວາມໝັ້ນຄົງ​ຂອງທົ່ວ​ໂລກຮອດ​ການ​ເຕີບ​ໂຕ​ຂອງ​ເສດຖະກິດ​ໂລກ, ສອງ​ປະ​ເທດ​ລ້ວນ​ແຕ່​ປະ​ເຊີນກັບ​ສິ່ງ​ທ້າ​ທາຍ​ແລະໜ້າ​ທີ່ຮັບຜິດຊອບຮ່ວມ​ກັນ, ສະ​ນັ້ນ​ຈິ່ງ​ມີ​ກຳລັງ​ຊຸກ​ຍູ້​ການ​ຈັບ​ມື​​ຮ່ວມ​ກັນ​ພະຍາຍາມ.

​ໂດຍ​ແນ​​ໃສ່​ພາຍ​ໃນ​ປະ​ເທດ​ອາ​ເມ​ລິ​ກາ​ມີ​ຄວາມ​ວິຕົກ​ກັງວົນ​ຕໍ່​ເລື່ອງທີ່​ວ່າ​ນຳ​ເຂົ້າ​ຜະລິດ​ຕະພັນ​ຂອງຈີນ​ຈະ​ເຮັດ​ໃຫ້​ໂອກາດ​ປະກອບ​ອາຊີບ​ຂອງ​ຊາວ​ອາ​ເມ​ລິ​ກາ​ໜ້ອຍ​ລົງ, ທ່ານ​ບິ​​ເດິ​ນ​ຊີ້​ອອກ​ວ່າ, ປີ​ກາຍ​ນີ້, ບໍລິສັດ​ອາ​ເມ​ລິ​ກາ​ໄດ້​ສົ່ງ​ອອກ​ສິນຄ້າ​ແລະ​ການ​ບໍລິການ​ທີ່​ມີ​ມູນ​ຄ່າ100​ກວ່າ​ຕື້​ໂດ​ລາ​ໃຫ້​ຈີນ, ​ແລະ​ພາ​ໃຫ້​ພາຍ​ໃນ​ປະ​ເທດ​ອາ​ເມ​ລິ​ກາມີຫຼາຍ​ແສນ​ຕຳ​ແໜ່​ງງານ​ຍ້ອນ​. ຈັງຫວະ​​ເຕີບ​ໂຕ​ດ້ານ​ການ​ສົ່ງ​ອອກ​ຕໍ່​ຈີນ​ຂອງ​ອາ​ເມ​ລິ​ກາ​ໄດ້​ສູງ​ກວ່າ​ການ​ສົ່ງ​ອອກ​ຕໍ່​ເຂດ​ອື່ນໆ​ຂອງ​ໂລກ.

ທ່ານ​ບິ​​ເດິ​ນ​ຊີ້​ອອກ​ວ່າ, ອາ​ເມ​ລິ​ກາ​ແລະ​ຈີນ​ມີ​ການ​ຮ່ວມ​ມື​ກັນ​ແລະ​ກໍ​ມີ​ການ​ແກ່ງ​ແຍ່ງ​ກັນ, ທ່ານ​ເຊື່ອ​ໝັ້ນ​ວ່າ, ອາ​ເມ​ລິ​ກາ​ຈະ​ສາມາດ​ຈະ​ເລີ​ນຮຸ່ງ​ເຮືອງ​ຂຶ້ນໃນ​ການ​ແກ່ງ​ແຍ່ງ​ແບບ​ນີ້. ​ເມື່ອ​ເວົ້າ​ເຖິງ​ໜີ້​ສິນ​ຂອງ​ອາ​ເມ​ລິ​ກາ, ທ່ານ​ບີ​​ເດິນ​ກ່າວ​ວ່າ, ໜີ້​ສິນ​ລັດຖະບານ​ອາ​ເມ​ລິ​ກາ​ມີ​ເກືອບ70%ຢູ່​​ໃນ​ກຳມື​ຂອງ​ຊາວ​ອາ​ເມ​ລິ​ກາ, ສະ​ນັ້ນ, ອາ​ເມ​ລິ​ກາ​ຈະ​ບໍ່​ລະ​ເມີດ​ພັນທະ​ໜີ້​ສິນ​ຂອງ​ຕົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ