ກິດຈະກຳ​ລະ​ລຶກ​ເຫດການ11​ກັນຍາ​ຄົບຮອບ10​ປີ​ໄດ້​ຈັດ​ຂຶ້ນ​ຕາມໆ​ກັນ, ຊາວ​ອາ​ເມ​ລິ​ກາ​ສ່ວນ​ຫຼາຍ​ຍັງ​ຢ້ານ​​ເຫດການ​ຫຼອນ​ໂຈມ​ຕີ​ແບບ​ກໍ່​ການ​ຮ້າຍ​ເກີດ​ຂຶ້ນ​ອີກ

(GMT+08:00) 2011-09-09 17:07:31     cri
ຄຽງ​ຄູ່​ກັບ​ວັນ​ລະ​ລຶກ​ເຫດການ​ຫຼອນ​ໂຈມ​ຕີ​ແບບ​ກໍ່​ການ​ຮ້າຍ11​ກັນຍານັບ​ມື້​ນັບ​ໃກ້​ເຂົ້າ, ທ້ອງ​ຖິ່ນ​ຕ່າງໆ​ຂອງ​ອາ​ເມ​ລິ​ກາ, ​ໂດຍ​ສະ​ເພາະ​ແມ່ນ​ນະຄອນ​ນິວຢອກ ທີ່​ເປັນ​ສະຖານ​ທີ່​ເກີດ​ເຫດ ພວມ​ຈັດ​ກິດ​ຈະ​ກຳ​ຕ່າງໆ, ຍ້ອນ​ວ່າ​ຢ້ານ​ພວກ​ກໍ່​ການ​ຮ້າຍ​ສວຍ​ໂອກາດ​ກໍ່​ເຫດການ​ຫຼອນ​ໂຈມ​ຕີ​ອີກ, ສະຖານະ​ການ​ຮັກສາ​ຄວາມ​ປອດ​ໄພ​ກໍ​ຂ້ຽວຂາດ​ທີ່​ສຸດ.

ກ່ອນ​ໜ້າ​ນີ້, ຢູ່​ພາຍ​ໃນທຳນຽບຂາວ​ເຄີຍ​ມີ​ຄົນ​ມີ​ຄວາມ​ເຫັນ​ວ່າ, ຕ້ອງ​ລະ​ລຶກ​ເຫດການ11​ກັນຍາ​ຢ່າງ​ໃຫຍ່​ໂຕ​ມະ​ໂຫລານ, ​ເຊິ່ງລວມທັງ​ຈັດ​ງານ​ຊຸມນຸມ​ຂະໜາດ​ໃຫຍ່​ແລະ​ກ່າວ​ປາ​ຖະກະຖາ​ເປັນ​ເວລາ​ຍາວ​ນານ. ​ແຕ່​ວ່າ, ພາຍຫຼັງ​ການ​ອະພິປາຍ​ພາຍ​ໃນ​ເປັນຫຼາຍ​ອາທິດ​ແລ້ວ, ​ເຈົ້າ​ໜ້າ​ທີ່​ທຳນຽບຂາວ​ໄດ້​ຕົກລົງ​ໃນ​ທີ່​ສຸດ​ວ່າ, ​ໃນ​ວັນ​ທີ11​ກັນຍານີ້, ​ເຊີນ​ອະດີດ​ປະທານາທິບໍດີ​ແລະ​ທ່ານ​ບາຣັກ ​ໂອ​ບາ​ມາ ປະທານາທິບໍດີ​ຜູ້​ປະຈຸ​ບັນ ຈັດ​ພິທີ​​ໄວ້ອາ​ໄລ​ຂະໜາດ​ນ້ອຍ​ຢູ່​ບ່ອນ​ເກົ່າ​ຂອງ​ສູນ​ການ​ຄ້າ​ໂລກ​ນິວຢອກ​ທີ່​ພັງ​ທະລາ​ຍລົງ​ແລະ​ຢູ່​ນອກ​ທຳນຽບ5​ແຈ​ຂອງ​ກະຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ. ນອກ​ນີ້, ທ້າຍ​ອາທິດ​ນີ້, ທ່ານ​ຈໍ​ຈີ W ບຸ​ສ ອະດີດ​ປະທານາທິບໍດີ​ອາ​ເມ​ລິ​ກາຍັງ​ຈະ​ໄປ​ລັດ​ແປນ​ຊີວາ​ເນຍ, ​ເພື່ອຢ້ຽມຢາມ​ອະນຸສາວະລີ​ຖ້ຽວ​ບິນ93​ຂອງ​ບໍລິສັດ​ການບິນ​ສະຫະລັດອາ​ເມ​ລິ​ກາ​ແລະ​ກ່າວ​ຄຳ​ປາ​ໄສ.

​ເພື່ອ​ຮັບປະກັນ​ກິດຈະກຳ​ລະ​ລຶກ​ເຫຼົ່າ​ນີ້​ຈັດ​ຂຶ້ນ​ຢ່າງ​ສະດວກ, ​ແລະ​ປ້ອງ​ກັນ​ບໍ່​ໃຫ້​ພວກ​ກໍ່​ການ​ຮ້າຍ​ສວຍ​ໂອກາດ​ລະ​ລຶກກໍ່​ເຫດການ​ຫຼອນ​ໂຈມຕີ​ອີກ, ປະຈຸ​ບັນ​ນີ້, ອາ​ເມ​ລິ​ກາ​ໄດ້​ເພີ່ມ​ທະວີ​ການ​ຮັກສາ​ຄວາມ​ປອດ​ໄພຢ່າງຮອບດ້ານ​ຢູ່ສະຖານີ​ລົດ​ເມ, ສະຖານີ​ລົດ​ໄຟ, ຂົວ​ແລະ​ສະໜາມ​ບິນ​ຂອງ​ນະຄອນ​ນິວຢອກ. ທ່ານ​ປາວ​ ບຼາວ ​ໂຄສົກ​​ກົມ​ໃຫຍ່​ຕຳຫຼວດ​ນະຄອນ​ນິວຢອກ​ກ່າວ​ວ່າ, ຕຳຫຼວດ​ນະຄອນ​ນິວຢອກ​ໄດ້​ສຳ​ເລັດ​ການ​ຝຶກ​ອົບຮົມ​ກ່ຽວ​ກັບ​ເຕັກນິກ​ໃໝ່, ​ແລະ​ເພີ່ມ​ຕຳຫຼວດ​ຢູ່​ເຂດ​ອ້ອມ​ຂ້າງ​ບ່ອນ​ເກົ່າ​ຂອງ​ສູນ​ການ​ຄ້າ​​ໂລກ​ແລະ​ເຂດ​ສຳຄັນ​ຕ່າງໆ.

​ເຖິງ​ຈະ​ເປັນ​ແນວ​ນີ້​ກໍ​ຕາມ, ​ແຕ່​ປະຊາຊົນ​ອາ​ເມ​ລິ​ກາ​ຍັງ​ຢ້ານ​ວ່າຖືກ​ຫຼອນ​ໂຈມ​ຕີ​ແບບ​ກໍ່​ການ​ຮ້າຍ​ອີກ​. ຜົນ​ການ​ສຳ​ຫຼວດສະບັບ​ໜຶ່ງ​ຂອງ​ບໍລິສັດ​ຟອກ​ສ໌ ນິວສ ຂອງ​ອາ​ເມ​ລິ​ກາສະ​ແດງ​ໃຫ້​ເຫັນ​ວ່າ, ປະຊາຊົນ​ອາ​ເມ​ລິ​ກາ​ມີ75%​ເຫັນ​ວ່າ, ອາ​ເມ​ລິ​ກາ​ຈະ​ຖືກ​ຫຼອນ​ໂຈມ​ຕີ​ແບບ​ກໍ່​ການ​ຮ້າຍ​ຂະໜາດ​ໃຫຍ່​ອີກ​ເທື່ອ​ໜຶ່ງ. ສ່ວນ​ຜົນ​ການ​ຢັ່ງ​ປະຊາ​ມະຕິ​ຂອງ​ໜັງ​ສີ​ພິມ​ນິວຢອກ​ທາ​ມສ໌​ແລະ​ສະຖານີ​ໂທລະພາບ​ຂອງ​ບໍລິສັດ​ກະຈາຍສຽງ​ໂກລຳ​ບີ ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ, ປະຊາຊົນ​ນະຄອນ​ນິວຢອກ​ມີ79%​ເຫັນ​ວ່າ, ນະຄອນ​ນິວຢອກ​ຈະ​ປະ​ເຊີນ​ກັບ​ການ​ຂົ່ມ​ຂູ່​ດ້ານ​ການ​ກໍ່​ການ​ຮ້າຍ​ຕະຫຼອດ​ໄປ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ