ໄຂ​ການ​ເຈ​ລະ​ຈາ​ເສດ​ຖະ​ກິດ​ການ​ເງິນ​ຈີນ​ອັງ​ກິດ​ຄັ້ງ​ທີ​4

(GMT+08:00) 2011-09-09 16:36:12     cri
ວັນ​ທີ8​ກັນຍາ​ນີ້,ການ​ເຈລະຈາ​ເສດຖະກິດ​ການ​ເງິນ​ຈີນ​ອັງກິດ​ຄັ້ງທີ4​ໄຂ​ຂຶ້ນຢູ່​ນະຄອນ ຫຼວງລອນ​ດອນ​ຂອງ​ອັງ​ກິດ.​ໃນ​ການ​ເຈ​ລະ​ຈາ,​ຈີນ​ອັງ​ກິດ​ບັນ​ລຸ​ຄວາມ​ເຫັນ​ທີ່​ເປັນ​ເອ​ກະ​ສັນ​ກັນ,​ຈະ​ສືບ​ຕໍ່​ລົງ​ເລິກ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ​ແລະ​ການ​ລົງ​ທຶນ,​​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ ຫຼາຍ​ຂົງ​ເຂດ​ໃໝ່,​ຄື:​ພື້ນ​ຖານ​ໂຄງ​ລ່າງ,​ການ​ຜະ​ລິດ​ລະ​ດັບ​ສູງ,​ພະ​ລັງ​ງານ​ໃໝ່,​ການ​ປະ ຢັດ​ພະ​ລັງ​ງານ​ແລະ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ເປັນ​ຕົ້ນ,​ພະ​ຍາ​ຍາມ​ເຮັດ​ໃຫ້ມູນ​ຄ່າ​ການ​ຄ້າ​ລະ​ຫວ່າງ​ສອງ​ປະ​ເທດ​ບັນ​ລຸ​100​ຕື້​ໂດ​ລາ​ສະ​ຫະ​ລັດ​ໃນ​ປີ​2015.

ໃນ​ການ​ເຈລະຈາ,ອັງກິດ​ກ່າວຢ້ຳວ່າ,​ສະ​ໜັບສະ​ໜູນ​​ສະຫະພາບ​ເອີຣົບຮັບຮອງ​ຖານະ​ທີ່​ເປັນ​ເສດ​ຖະ​ກິດ​ຕະ​ຫຼາດ​ຢ່າງ​ສົມ​ບູນ​ຂອງ​ຈີນ,​ສະ​ໜັບ​ສະ​ໜູນ​ຈັດ​ເງິນ​ຢວນ​ຈີນ​ເຂົ້າ​ໃນ ສິດ​ຮັບ​ເງິນ​ພິ​ເສດ​ໃນ​ເວລາ​ອັນ​ເໝາະ​ສົມ,​ຍິນ​ດີ​ຕ້ອນ​ຮັບ​ອົງ​ການ​ການ​ທະ​ນາ​ຄານ​ຂອງ​ຈີນ​ເຮັດ​ທຸ​ລະ​ກິດ​ຢູ່​ອັງ​ກິດ.​ນອກ​ນີ້,​ສອງ​ຝ່າຍ​ຍັງ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ​ຈະ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ການ​ທະ​ນາ​ຄານ.

ທ່ານ​ວາງ​ຊີ​ຊ່ານ,ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ,​ຜູ່​ແທນ​ຝ່າຍ​ຈີນ​ທີ່​ເປັນ​ປະ​ທານ​ຈັດ​ການ​ເຈ ລະ​ຈາ​ຊີ້​ອອກ​ວ່າ,​ການ​ເຈ​ລະ​ຈາ​ເສດ​ຖະ​ກິດ​ການ​ເງິນ​ຈີນ​ອັງ​ກິດ​ແມ່ນ​ເວ​ທີ​ສຳ​ຄັນ​ຂອງ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ລະ​ຫວ່າງ​ສອງ​ປະ​ເທດ,ຈີນ​ຍິນ​ດີ​ພ້ອມ​ກັນ​ກັບ​ອັງ​ກິດ,​ເພີ່ມ​ທະ​ວີ​ການ​ຕິດ​ຕໍ່​ພົວ​ພັນ​ແລະ​ແລກ​ປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ບັນ​ຫາ​ຕ່າງໆ​ທີ່​ເປັນ​ລັກ​ສະ​ນະ​ສັງ​ລວມ,​ລັກ​ສະ​ນະ​ຍຸດ​ທະ​ສາດ​ແລະ​ລັກ​ສະ​ນະ​ຍາວ​ນານ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ