ທ່ານ​ບານ​ກີ​ມູນຮຽກຮ້ອງ​ໃຫ້ປະຊາຊົນ​ທົ່ວ​ໂລກ​ຕ້ານ​ການກໍ່​ການ​ຮ້າຍ

(GMT+08:00) 2011-09-11 16:27:52     cri
ກ່ອນວັນ​ເກີດ​ເຫດການຫຼອນ​ໂຈມ​ຕີ​ແບບ​ກໍ່​ການ​ຮ້າຍ"11​ກັນ​ຍາ"​ຄົບ​ຮອບ​10​ປີໃກ້​ຈະ​ມາ​ເຖິງ,​ທ່າ​ນບານ​ກີ​ມູນ​ເລ​ຂາ​ທິ​ການ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ​ກ່າວ​ຄຳ​ປາ​ໃ​ສ​ໃນ​ວັນ​ທີ10​ກັນຍາ​ນີ້​,ລະ​ລຶກຜູ່​ປະສົບ​ເຄາະ​ຮ້າຍ​ໃນ​ເຫດການ​ນີ້,​ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຊົນ​ທົ່ວ​ໂລກ​ຕ້ານ​ລັດທິ​ກໍ່​ການ​ຮ້າຍ.

ທ່ານ​ບານ​ກີ​ມູນ​ກ່າວ​ວ່າ,ສະຫະ​ປະຊາ​ຊາດ​ໄດ້​ຮັບຮອງ​ຍຸດ​ທະ​ສາດ​ທົ່ວ​ໂລກ​ຕໍ່​ຕ້ານ​ການ​ກໍ່ການ​ຮ້າຍ​ໃນ​ປີ2006,ຊຶ່ງ​ເປັນ​ເທື່ອທຳ​ອິດ​ທີ່​ປະ​ເທດ​ສະມາຊິກ​ທັງ​ໝົດ​ມີ​ຄວາມ​ເຫັນ​ເປັນ​ເອກະ​ພາບ​ກັນກ່ຽວ​ກັບ​ວິທີ​ຍຸດ​ທະ​ສາດ​ຮ່ວມ​ໃນ​ການ​ຕ້ານ​ການ​ກໍ່​ການ​ຮ້າຍ."ພັນ​ທະ​ມິດ​ອາ​ລິ​ຍະ​ທຳ​ທີ່​ຕ່າງ​ກັນ"ຂອງ​ສະຫະ​ປະຊາ​ຊາດ​ລິ​ເລີ່​ມ​ໃຫ້​​ໃຊ້​ວິ​ທີ​ກ່າຍ​ຂົວ​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ແລະ​ເຂົ້າ​ໃຈ​ກັນ​ເພື່ອ​ເພີ່ມ​ຄວາມ​ພະຍາ​ຍາມ​ຕື່ມ​ອີກ​ໃນ​ການ​ຕໍ່​ຕ້ານ​ປະ​ກົດ​ການ​ຕ່າງໆ​ເຊັ່ນ​ລັດ​ທິ​ຫົວ​ຮຸນ​ແຮງ,ການ​ຜັນ​ແຍກ​ເປັນ​ສອງ​ຂົ້ວ​ເປັນ​ຕົ້ນ.​ພ້ອມ​ກັນ​ນັ້ນ,​ສະ​ຫະ​ປະຊາ​ຊາດ​ຈະ​ສືບ​ຕໍ່​ປະຕິບັດ​ວຽກ​ງານ​ສົ່ງ​ເສີມ​ສັນ​ຕິ​ພາບ​ໃນ​ໄລຍະ​ຍາວ,​ໃຊ້​ມາດ​ຕະ​ການ​ຕ່າງໆ​ເຊັ່ນ​ເພີ່ມ​ທະ​ວີ​ການ​ຕ່າງ​ປະ​ເທດ​ເພື່ອ​ການ​ປ້ອງ​ກັນ​ເພື່ອ​ຊ່ວຍ​ເຫຼື​ອປະ​ເທດ​ທີ່​ໃກ້​ຈະ​ພັງ​ລະ​ລາຍ​ນັ້ນ​ຫຼີກ​ເວັ້ນ​ບໍ່​ໃຫ້​ຕົກ​ຢູ່​ໃນ​ສະ​ພາບ​ວຸ້ນ​ວາຍ.

ທ່ານ​ບານ​ກີ​ມູນ​ກ່າວ​ເນັ້ນ​ວ່າ,ສິ່ງ​ທ້າ​ທາ​ຍທີ່​ມາ​ຈາກ​ລັດ​ທິ​ກໍ່​ການ​ຮ້າຍ​ໄດ້​ສົ່ງ​ຜົນ​ສະທ້ອນ​ຕໍ່​ທົ່ວ​ໂລກ,​ສະ​ຫະ​ປະ​ຊາ​ຊາດ​ຈະ​ຈື່​ຈຳ​ຜູ່​ເສຍ​ຊີ​ວິດ​ໃນ​ເຫດ​ການ​ເມື່ອ10​ປີ​ກ່ອນ,​ສົ່ງ​ເສີມ​ໃຫ້​ທຸກໆ​ປະ​ເທດ​ເຂົ້າ​ຮ່ວມ​ການ​ຕໍ່​ສູ້​ອັນ​ຈຳ​ເປັນ​ໃນ​ການ​ສະ​ແຫວ​ງຫາ​ຄວາມ​ເປັນ​ທຳ,​ຊຸກ​ຍູ້​ສັນ​ຕິ​ພາບ,​ສ້າງ​ອະ​ນາ​ຄົດ​ທີ່​ດີ​ງາມ​ແລະ​ປອດ​ໄພ​ກວ່າ​ເກົ່າ​ເພື່ອ​ຄົນ​ຮຸ່ນ​ຫຼັງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ