ຈີນ​ເດັດ​ດ່ຽວ​ຄັດ​ຄ້ານ​ປະ​ທາ​ນາ​ທິ​ບໍ​ດີ​ແມັກ​ຊິກ​ພົບ​ປະ​ດາ​ໄລ​ລາ​ມະ

(GMT+08:00) 2011-09-11 15:32:30     cri
ວັນ​ທີ 10 ກັນຍາ​ນີ້, ທ່ານ​ມາ​ຈ່າວ​ຊູ້, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ຄຳ​ປາ​ໄສ​ກ່ຽວ​ກັບ​ທ່ານ​​ຟີ​ລິບ ຄາ​ເດຣົນ, ປະທານາທິບໍດີ​​ແມັກ​ຊິກ​ພົບ​ປະດາ​ໄລລາ​ມະ, ​ໂດຍກ່າວ​ວ່າ, ຈີນ​ສະ​ແດງ​ຄວາມ​ບໍ່ພໍ​ໃຈທີ່​ສຸດ​ແລະ​​ຄັດຄ້ານ​ຢ່າງ​ເດັດດ່ຽວ, ກະຊວງ​ການ​ຕ່າງປະ​ເທດ​ຈີນ​ແລະ​ສະຖານທູດ​ຈີນ​ປະຈຳ​ແມັກ​ຊິກ​ຕ່າງ​ໄດ້​ຕໍ່​ວ່າ​ທັກ​ທ້ວງ​ຕໍ່​ແມັກ​ຊິກ​ຢ່າງ​ເຄັ່ງຂືມຢູ່​ນະຄອນຫຼວງປັກ​ກິ່ງ​ແລະ​ນະຄອນ​ແມັກ​ຊິກ.

ທ່ານ​ມາ​ຈ່າວ​ຊູ້​ກ່າວ​ວ່າ, ​ແມັກ​ຊິກ​ບໍ່​ເອົາ​ຫົວຊາ​ນຳ​ການ​ຕໍ່​ວ່າ​ທັກ​ທ້ວງ​ແລະ​ການ​ຄັດຄ້ານ​ຢ່າງ​​ເດັດດ່ຽວ​ຂອງ​ຈີນ, ບັງອາດຈັດ​ວາງ​ໃຫ້​ທ່ານຟີ​ລິບ ຄາ​ເດຣົນ, ປະທານາທິບໍດີ​​ແມັກ​ຊິກ​ພົບ​ປະດາ​ໄລລາ​ມະ​ໃນ​ວັນ​ທີ 9 ກັນຍາ​. ນີ້​ແມ່ນ​ການ​ແຊກ​ແຊງວຽກ​ງານ​ພາຍ​ໃນ​ຂອງ​ຈີນຢ່າງ​ຮ້າຍ​ກາດ, ​ໄດ້ທຳຮ້າຍ​ອາລົມ​ຈິດ​ຂອງ​ປະຊາຊົນ​ຈີນ, ​​ແລະ​ກໍ່​​ໄດ້​ທຳລາຍ​ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ແມັກ​ຊິກ.

ທ່ານ​ມາ​ຈ່າວ​ຊູ້​ກ່າວ​ວ່າ, ວຽກ​ງານ​ເຂດ​ຕິ​ເບ​ດ​ແມ່ນ​ວຽກ​ງານ​ພາຍ​ໃນ​ຂອງ​ຈີນ, ບັນຫາ​​ເຂດ​ຕິ​ເບ​ດກ່ຽວ​ພັນ​ເຖິງ​ຜົນ​ປະ​ໂຫຍ​ດ​ໃຈກາງ​ຂອງ​ຈີນແລະ​ອາລົມ​ຈິດ​ຂອງ​ປະຊາຊົນ​ຈີນ. ​ໃນ​ໄລຍະດົນ​ນານ​ມາ​ນີ້, ດາ​ໄລລາ​ມະ​ໄດ້​ກໍ່​ການ​​ເຄື່ອນ​ໄຫວ​ແບ່ງ​ແຍກ​ຈີນ​ໂດຍ​ຖື​ສາສະໜາ​ເປັນ​ຂໍ້​ອ້າງ. ຈີນ​ເດັດດ່ຽວ​ຄັດຄ້ານ​ຜູ້ນຳ​ແລະ​ເຈົ້າ​ໜ້າ​ທີ່​ລັດຖະບານ​ຂອງ​ປະ​ເທດ​ໃດໆພົບ​ປະດາ​ໄລລາ​ມະ​ດ້ວຍ​ຮູບ​ການ​ຕ່າງໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ