ຝ່າຍ​ຕໍ່​ຕ້ານ​ລັດ​ຖະ​ບານ​ລີ​ບີ​ໄດ້​ເຂົ້າ​ໃນ​ນະ​ຄອນ​ຫຼວງ​ລີ​ບີ, ອົງ​ການ IMF ຮັບ​ຮອງ​ຄວາມ​ຊອບ​ຕາມ​ກົດ​ໝາຍ​ຂອງ​ຝ່າຍ​ຕໍ່​ຕ້ານ​ລັດ​ຖະ​ບານ​ລີ​ບີ

(GMT+08:00) 2011-09-11 16:54:21     cri

ວັນ​ທີ 10 ກັນຍາ​ນີ້, ທ່ານ​ມຸສທາ​ຟາ ອັບ​ເດ​ວ ຈາ​ລິວ, ປະທານ "ຄະນະ​ກຳມະການ​ຊົ່ວຄາວ​ແຫ່ງ​ຊາດ" ລີ​ບີ​ເດີນທາງ​ຈາກ​ມິ​ສຣາທັຮ ນະຄອນ​ໃຫຍ່​ທີ 3 ຂອງ​ລີ​ບີ​ໄປ​ຮອດ​ນະຄອນຫຼວງຕຼີ​ໂປ​ລີ ​ເພື່ອ​ດຳ​ເນີນ​ການ​ສຳຫຼວດ. ​ໃນ​ການ​ສຳຫຼວດ, ທ່ານ​ຈາ​ລິວ​ຊີ້​ອອກ​ວ່າ, ຄວາມ​ໝັ້ນຄົງ​ແລະ​ຄວາມ​ປອດ​ໄພ, ຄວາມ​ປອງ​ດອງ​ຊາດ​, ​ ການ​ສ້າງ​ສາ​ຄືນ​ໃໝ່​ຫຼັງ​ສົງຄາມ​ຂອງ​ລີ​ບີ​ແລະ​ອື່ນໆແມ່ນ ໜ້າ​ທີ່​ຕົ້ນຕໍ​ທີ່​ຕ້ອງ​ສຳ​ເລັດ​ໃນ​ໄລຍະ​ຕໍ່​ໄປ​.


ໃນຫຼາຍມື້​ທີ່​ຜ່ານມາ​ນີ້, ສະມາຊິກ​ຂອງ "ຄະນະ​ກຳມະການ​ຊ່າວ​ຄາວ​ແຫ່ງຊາດ" ລີ​ບີທີ່​ລວງ​ທັງ​ທ່ານ​ມາ​ຮມູດ ຈິບຣິວ, ​ເຊິ່ງ​ເປັນ​ປະທານ​ຂອງ​ຄະນະ​ກຳມະການ​ດັ່ງກ່າວ​ແລະ ສະມາ​ຊິກ​ກົມ​ບໍ​ລິຫານ​ງານ​ຂອງ​ຄະນະ​ກຳມະການ​ລ້ວນ​ແຕ່​ໄດ້​ເດີນທາງ​ໄປ​ຮອດ​ຕຼີ​ໂປ​ລີ, ​ແຕ່​ນັບ​ມາ​ຮອດ​ປະຈຸ​ບັນ, ວຽກ​ງານ​ຍ້າຍ​ບ່ອນ​ຍັງ​ບໍ່​ທັນ​ສຳ​ເລັດ​ເທື່ອ.

ພ້ອມ​ກັນ​ນັ້ນ, ຄຽງ​ຄູ່​ກັບ​ວັດຖຸ​ກູ້​ໄພ​ມະນຸດ​ສະ​ທຳ​ໄດ້​ຖືກ​ຂົນ​ສົ່ງ​ໄປ​ຮອດ​ຕຼີ​ໂປ​ລີ, ສະພາບ​ການ​ຂາດ​ນ້ຳ, ​ໄຟຟ້າ​ແລະ​ນ້ຳ​ມັນ​ເຊື້ອ​ໄຟ​ຢູ່​ນະຄອນຫຼວງ​ແລະ​ເຂດ​ອ້ອມ​ແອ້ມ​ກໍ່​ໄດ້ຜ່ອນຄາຍ​ລົງ, ​ແຕ່ຍັງ​ຂາດ​ຢາຫຼາຍ.


ມື້​ດຽວ​ກັນ, ທ່ານ​ຄຼິສຕິນ ລາ​ກາ​ເດ, ປະທານ​ອົງການ​ກອງ​ທຶນ​ເງິນຕາ​ສາກົນ ຫຼື IMF ປະກາດ​ຮັບ​ຮອງ "ຄະນະ​ກຳ​ມະ​ການ​ຊົ່ວ​ຄາວ​ແຫ່ງ​ຊາດ" ລີບີ​ເປັນ​ຜູ້​ແທນ​ທີ່​ຊອບ​ຕາມກົດໝາຍ​ຂອງ​ IMF. ປະຈຸ​ບັນ, ​ມີ 40 ກວ່າ​ປະ​ເທດ​ແລະ​ອົງການ​ຈັດ​ຕັ້ງ​ສາກົນ​ເຊິ່ງລວງ​ທັງ​ອາ​ເມ​ລິ​ກາ, ອັງກິດ, ຝະຣັ່ງ, ​ເຢຍລະ​ມັນ​, ຣັດ​ເຊຍ​ແລະ​ສະຫະພາບ​ເອີ​ລົບ​ເປັນ​ຕົ້ນ ​ໄດ້​ປະກາດ​ຮັບຮອງ​ "ຄະນະ​ກຳມະການ​ຊົ່ວຄາວ​ແຫ່ງ​ຊາດ" ລີ​ບີ​ເປັນ​ລັດຖະບານ​ພຽງ​ໜຶ່ງ​ດຽວ​ທີ່​ຊອບ​ຕາມກົດໝາຍ​ຂອງ​ລີ​ບີ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ