ຊ່ຽວຊານ​ແລະ​ເຈົ້າ​ໜ້າ​ທີ່​ຕ່າງ​ປະ​ເທດ​ເຫັນ​ວ່າ​ປຶ້ມ​ປົກ​ຂາວ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ໂດຍ​ສັນ​ຕິ​ສະ​ແດງ​ໃຫ້​ເຫັນ​ວ່າ​ຈີນ​ກາຍ​ເປັນ​ປັດ​ໄຈ​ສຳ​ຄັນ​ທີ່​ສຸດ​ຂອງ​ສັນ​ຕິ​ພາບ​ຂອງ​ໂລກ

(GMT+08:00) 2011-09-12 16:07:20     cri
ຫຼາຍ​ມື້​ມາ​ນີ້,ຜູ່​ຊ່ຽວຊານ​ແລະ​ເຈົ້າ​ໜ້າ​ທີ່​ຫຼາຍ​ຄົນ​ຂອງ​ຕ່າງປະ​ເທດ​ໄດ້​ເອົາ​ໃຈ​ໃສ່​ນຳ​ປຶ້ມ​ປົກ​ຂາວ​ທີ່​ມີ​ຊື່ວ່າ"ການ​ພັດທະນາ​ໂດຍ​ສັນ​ຕິ​ຂອງ​ຈີນ"ທີ່​ຈີນ​ເປີດ​ເຜີຍ​ໃນ​ຫວ່າງ​ມໍ່ໆ​ມາ​ນີ້​ໂດຍ​ເຫັນ​ວ່າ​ປຶ້ມ​ປົກ​ຂາວ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າການ​ພັດທະນາ​ໂດຍ​ສັນຕິ​ຂອງ​ຈີນ​ໄດ້​ກາຍ​ເປັນ​ປັດ​ໄຈ​ສຳຄັນ​ທີ່​ສຸດ​​ແຫ່ງ​ຄວາມ​ດຸນ​ດ່ຽງ​ກັນ​ແລະ​ການຊຸກ​ຍູ້​ສັນຕິພາບຂອງ​ໂລກ.

ຫົວໜ້າ​ພະ​ແນ​ກການ​ພົວພັນສາກົນແລະ​ທົ່ວໂລກຂອງ​ມະຫາວິທະຍາ​ໄລ​new south walesອົສຕຼາລີກ່າວ​ວ່າ,ຊຸມ​ປີ​ມໍ່ໆ​ມາ​ນີ້,ການ​ຮ່ວມ​ມື​​ໃນ​ຂົງ​​ເຂດ​ຕ່າງໆ ລະຫວ່າງ​ຈີນ​ກັບປະ​ເທດ​ຕ່າງໆ​ເຊິ່ງລວມທັງ​ອົສຕຼາລີສະ​ແດງ​ໃຫ້​ເຫັນ​ວ່າ,ຈີນ​ໄດ້​ເຊື່ອມ​​ໂຍງ​ເຂົ້າ​​ໃນ​ໂລກຢ່າງ​ແໜ້ນ​ແຟ້ນຊຶ່ງ​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ຄວາມ​ປາຖະໜາ​ຂອງ​ຈີນ​ໃນ​ການ​ພັດທະນາ​ໂດຍ​ສັນຕິ.

ຜູ່​ຊ່ຽວຊານ​ບັນຫາ​ຄວາມ​ໝັ້ນຄົງ​ຂອງ​ບຸນກາຣີກ່າວ​ວ່າ,ຈີນ​ໃນ​ຖານະ​ເປັນ​ປະ​ເທດ​ສະມາຊິກ​ຖາວອນ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​​ໄດ້​ສົ່ງ​ເສີມ​ການ​ແກ້​ໄຂ​ບັນຫາ​ດ້ວຍ​ວິທີ​ທາງ​ການ​ທູດ​ມາ​ໂດຍ​ຕະຫຼອດ,​ແຕ່​ບໍ່​ແມ່ນ​ໃຊ້​ວິທີ​ແຊກ​ແຊງ​ດ້ວຍ​ກຳລັງ​ທະຫານ.ທ່ານ​ກ່າວ​ວ່າ,ການ​ພັດທະນາ​ໂດຍ​ສັນຕິ​ຂອງ​ຈີນ​ໄດ້​ກາຍ​ເປັນ​ປັດ​​ໄຈ​ສຳຄັນ​ທີ່​ສຸດ​ທີ່​ເຮັດ​ໃຫ້​ໂລກ​ມີ​ຄວາມ​ດຸນ​ດ່ຽງ​ກັນ​ແລະ​ມີ​ສັນຕິພາບ.

ຜູ່​ຊ່ຽວຊານ​ຂອງ​ສະ​ຖາ​ບັນ​ຄົ້ນຄວ້າ​ລະດັບ​ສູງ​ຂອງສະມາຄົມ​ຄາ​ໂຕ​ອາ​ເມ​ລິ​ກາ​ຊີ້​ອອກ​ວ່າ,ປຶ້ມ​ປົກ​ຂາວ​ຂອງ​ຈີນ​ສະ​ແດງ​ໃຫ້​ເຫັນ​ວ່າ,ຈີນ​ຍິນ​ດີ​ສຸມ​ກຳລັງ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ​ຫຼາຍ​ກວ່າ,​ແຕ່​ບໍ່​ແມ່ນ​ເຂົ້າ​ກ່ຽວ​ພັນ​ກັບ​ບັນຫາ​ຫຍຸ້ງຍາກ​ຂອງ​ແຫ່ງ​ອື່ນໆ​ໃນ​ໂລກ.ທ່ານ​ກ່າວ​ວ່າ,ຄົນ​ອາ​ເມ​ລິ​ກາ​ທີ່​ເຫັນ​ວ່າ​ຈີນ​ຍ່ອມ​ຈະ​ກາຍ​ເປັນ​ໄພ​ຂົ່ມ​ຂູ່​ແນ່ນອນ​ນັ້ນ​ໄດ້​ສ້າງ​ຜົນ​ຮ້າຍ​ຕໍ່​ສັນຕິພາບ​ຂອງ​ຈີນ​ກໍ່​ຄື​ຂອງ​ໂລກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ