ແຜນການ​ສ້າງ​ຕັ້ງ​ລັດຖະບານ​ຊົ່ວຄາວ​ລີ​ບີ​ຈະ​ເປີດ​ເຜີຍ​ຕໍ່​ພາຍ​ນອກ​ພາຍ​ໃນ10​ວັນ

(GMT+08:00) 2011-09-12 16:12:38     cri
ທ່ານ​ມາ​ມຸດ ຈີ​ບຼີວ ປະທານ​ຄະນະ​ບໍລິຫານ​ງານ​ຄະນະ​ກຳມະການ​ຊົ່ວຄາວ​ແຫ່ງ​ຊາດ​ລີ​ບີ​ໄດ້​ປະກາດ​ໃນ​ວັນ​ທີ11​ກັນຍາ​ນີ້​ວ່າ,ປະຈຸ​ບັນ,ຝ່າຍ​ທີ່​ກ່ຽວຂ້ອງພວມ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ສ້າ​ງ​ຕັ້ງ​ລັດຖະບານ​ຊົ່ວຄາວ​ແຫ່ງ​ຊາດ,ຊຶ່ງ​ຄາດ​ວ່າ​ຈະ​ປະກາດ​ແຜນການ​ສ້າງ​ຕັ້ງ​ລັດ​ຖະ​ບານ​ຊົ່ວຄາວ​ພາຍ​ໃນ1​ອາທິດ​ຫາ10​ວັນ​.ມື້​ດຽວ​ກັນ,ກະຊວງ​ການ​ຕ່າງປະ​ເທດ​ອານ​ເຊ​ຣີຢືນຢັນ​ວ່າ​ໄດ້​ປິດ​ຊາຍ​ແດນ​ກັບ​ລີ​ບີ​ແລ້ວ.

ນອກ​ນີ້​ມີ​ຂ່າວ​ແຈ້ງວ່າ,ກະຊວງ​ການ​ຕ່າງປະ​ເທດ​ອານ​ເຊຣີກ່າວ​ໃນ​ວັນ​ທີ11​ກັນຍາ​ນີ້​ວ່າ,ອານ​ເຊຣີອະນຸຍາດ​ໃຫ້​ຄອບຄົວ​ຈຳນວນ​ໜຶ່ງ​ຂອງ​ທ່ານ​ກັດ​ດາ​ຟີ​ເຂົ້າ​ລີ້​ໄພ​ຢູ່​ອານ​ເຊ​ຣີ​ແມ່ນ​ຍ້ອນ​ສາ​ເຫດ​ທາງ​ດ້ານ​ມະນຸດສະທຳ.ພາຍຫຼັງ​ເຂົາ​ເຈົ້າ​ເຂົ້າ​ເມືອງ​ໃນ​ວັນ​ທີ29​ສິງ​ຫາ​ຜ່ານ​ມາແລ້ວ,ອານ​​ເຊຣີ​ໄດ້​ປິດ​ຊາຍ​ແດນ​ກັບ​ລີ​ບີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ