ຍີ່​ປຸ່ນ​ແລະ​ຟິ​ລິບ​ປິນ​ປຶກ​ສາ​ຫາ​ລື​ກັນ​ກ່ຽວ​ກັບ​ບັນ​ຫາ​ທະ​ເລ​ຈີນ​ໃຕ້

(GMT+08:00) 2011-09-12 16:50:03     cri
ວັນ​ທີ9​ກັນຍາ​ນີ້,ລັດຖະບານ​ຍີ່ປຸ່ນ​ແລະ​ຟິລິບ​ປິນ​ໄດ້​ຈັດການ​ປຶກສາ​ຫາລື​ລະດັບ​ຮອງ​ຫົວ ໜ້າ​ກົມ​ກ່ຽວ​ກັບ​ບັນ​ຫາ​ຄວາມ​ປອດ​ໄພ​ເທິງ​ທະ​ເລ​ເຂດ​ອາ​ຊີ​ຄັ້ງ​ທຳ​ອິດ,​ການ​ເຮັດ​ແນວ​ໃດ​ຮັບ​ມື​ກັບ​ເຈດ​ຈຳ​ນົງ​ຂອງ​ຈີນ​ກ່ຽວ​ກັບ​ອະທິ​ປະ​ໄຕ​ເໜືອ​ເຂດ​ທະ​ເລ​ຈີນ​ຕາ​ເວັນ​ອອກ​ແລະ​ທະ​ເລ​ຈີນ​ໃຕ້​ແມ່ນ​ຫົວ​ຂໍ້​ສຳ​ຄັນ​ຂອງ​ການ​ປຶກ​ສາ​ຫາ​ລື​ຄັ້ງ​ນີ້.​ໃນ​ເວລາ​ທີ່​ສະ​ພາບ​ການ​ຢູ່​ເຂດ​ທະ​ເລ​ຈີນ​ໃຕ້​ແລະ​ເຂດ​ທະ​ເລ​ຈີນ​ຕາ​ເວັນ​ອອກ​ສັບ​ສົນ​ທີ່​ສຸດ,​ຍີ່ປຸ່ນ​ແລະ​ຟິ​ລິບ​ປິນ​ຈັດ​ການ​ປຶກ ສາ​ຫາລື​ລະ​ຫວ່າງ​ລັດ​ຖະ​ບານ​ແບບ​ນີ້,​ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈ​ຫຼາຍ.

ຕາມ​ສື່​ມວນ​ຊົນ​ຍີ່ປຸ່ນ​ລາຍ​ງານ​ວ່າ,ຍີ່ປຸ່ນ​ແລະ​ຟິລິບ​ປິນບໍ່​ໄດ້​ປິດ​ບັງ​ຈຸດປະສົງ​ຂອງ​ການ​ປຶກ ສາ​ຫາລື​ຄັ້ງ​ນີ້.​ຈີນ​ແລະ​ຟິ​ລິບ​ປິນ​ມີ​ຄວາມ​ຂັດ​ແຍ່ງ​ກັນ​ຕໍ່​ອະ​ທິ​ປະ​ໄຕ​ເໜືອ​ໝູ່​ເກາະ​ນານ​ຊ່າ,​ສ່ວນ​ທະ​ເລ​ຈີນ​ໃຕ້​ກໍ່​ແມ່ນ​ທາງ​ເດີນ​ເຮືອ​ເທິງ​ທະ​ເລ​ທີ່​ສຳ​ຄັນ​ຂອງ​ຍີ່​ປຸ່ນ,​ໃນ​ບັນ​ຫາ​ທະ​ເລ​ຈີນ​ຕາ​ເວັນ​ອອກ,​ຈີນ​ຍີ່​ປຸ່ນ​ມີ​ຄວາມ​ຂັດ​ແຍ່ງ​ກັນ​ເລື່ອຍໆ​ກ່ຽວ​ກັບ​ບັນ​ຫາ​ເກາະ​ຕ້ຽວ​ຢູ.​ເພື່ອ​ຮັບ​ມື​ກັບ​ເຈດ​ຈຳ​ນົງ​ຂອງ​ຈີນ​ກ່ຽວ​ກັບ​ອະ​ທິ​ປະ​ໄຕ​ເໜືອ​ເຂດ​ທະ​ເລ​ຈີນ​ຕາ​ເວັນ​ອອກ​ແລະ​ເຂດ​ທະ​ເລ​ຈີນ​ໃຕ້,​ຍີ່​ປຸ່ນ​ແລະ​ຟິ​ລິບ​ປິນ​ຈະ​ຈັດ​ການ​ປຶກ​ສາ​ຫາ​ລື​ລະ​ຫວ່າງ​ລັດ​ຖະ​ບານ​ເປັນ​ເວ​ລາ​ປະ ຈຳ,​ປະ​ສານ​ສົມ​ທົບ​ການ​ດຳ​ເນີນ​ງານ,​ຊຸກ​ຍູ້​ການ​ຮ່ວມ​ມື,​ແລະ​ຮັບ​ປະ​ກັນ​ການ​ເດີນ​ເຮືອ​ຢ່າງ​ເສ​ລີ​ແລະ​ປອດ​ໄພ​ຂອງ​ຍີ່​ປຸ່ນ​ຢູ່​ເຂດ​ທະ​ເລ​ຈີນ​ໃຕ້.ນອກ​ນີ້,​ສອງ​ປະ​ເທດ​ຍັງ​​ໄດ້​ບັນລຸ​ຄວາມ ​ເຫັນ​ທີ່​ເປັນ​ເອ​ກະ​ສັນ​ກັນ​ກ່ຽວ​ກັບ​ການ​ຮ່ວມ​ກັນ​ຮັບ​ມື​ກັບ​ໂຈນ​ທະ​ເລ​ຢູ່​ຊ່ອງ​ແຄບ​ມາ​ລັກ​ກາ​ແລະ​ເຂດ​ທະ​ເລ​ໂຊ​ມາລີ.

ຍີ່​ປຸ່ນ​ແລະ​ຟິລິບ​ປິນ​ໄດ້​ໃຫ້​ຄວາມສຳຄັນ​ຫຼາຍ​ສົມ​ຄວນ​ຕໍ່​ການ​ປຶກ​ສາ​ຫາ​ລື​ຄັ້ງ​ນີ້.​ຍີ່​ປຸ່ນ​ໄດ້​ສົ່ງ​ເຈົ້າ​ໜ້າ​ທີ່​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ,​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ແລະ​ກົມ​ປ້ອງ​ກັນ​ຄວາມ​ປອດ​ໄພ​ເທິງ​ທະ​ເລ​ເຂົ້າ​ຮ່ວມ,​ສ່ວນ​ຟິ​ລິບ​ປິນ​ໄດ້​ສົ່ງ​ເຈົ້າ​ໜ້າ​ທີ່​ຂອງ​ຕຳ​ຫຼວດ​ປ້ອງ​ກັນ​ຝັ່ງ​ທະ​ເລ​ທີ່​ເປັນ​ພາກ​ສ່ວນ​ຄຸ້ມ​ຄອງ​ທະ​ເລ​ຂອງ​ຕົນ​ເຂົ້າ​ຮ່ວມ.

ກ່ຽວ​ກັບ​ການ​ປຶກ​ສາ​ຫາລື​ຄັ້ງນີ້,ນັກວິ​ເຄາະ​​ເຫັນ​ວ່າ,​ເວົ້າສຳລັບ​ຍີ່ປຸ່ນ​ແລ້ວ,ມັນ​ມີ​ຈຸດ​ປະ​ສົງ​ສາມ​ດ້ານ,​ຄື:​ໜຶ່ງ,​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ແລະ​ມິດ​ຕະ​ພາບ​ກັບ​ຟິ​ລິບ​ປິນ​ຕື່ມ​ອີກ,​ແລ້ວປັບປຸງ​ແລະ​ເສີມ​ສ້າງ​ການ​ພົວ​ພັນ​ກັບ​ອາ​ຊຽນ​ໃຫ້​ໜັກ​ແໜ້ນ,​ເພື່ອ​ເພີ່ມ​ສິດ​ປະ​ກອບ​ຄຳ​ຄິດ​ຄຳ​ເຫັນ​ຂອງ​ຕົນ​ໃນ​ວຽກ​ງານ​ອາ​ຊີ​ອາ​ຄະ​ເນ;​ສອງ,​ຜ່ານ​ການ​ແຊກ​ແຊງ​ວຽກ​ງານ​ເຂດ​ທະ​ເລ​ຈີນ​ໃຕ້,​ສະ​ກັດ​ກັ້ນ​ແລະ​ຕ້ານ​ຢັນ​ກັບ​ຈີນ;​ສາມ,​ຍ້ອນ​ວ່າ​ຍີ່​ປຸ່ນ​ບໍ່​ມີ​ວິ​ທີ​ຮັບ​ມື​ຫຍັງ​ຕໍ່​ທ່າ​ທີ​ແຂງ​ກະດ້າງ ຂອງ​ສ.​ເກົາ​ຫຼີ​ແລະ​ຣັດ​ເຊຍ​ໃນ​ບັນ​ຫາ​ຄວາມ​ຂັດ​ແຍ່ງ​ກັນ​ດ້ານ​ຜືນ​ແຜ່ນ​ດິນ​ເຊັ່ນ​ດຽວ​ກັນ,​ຣັດ​ເຊຍ​ຊ້ຳ​ພັດ​ມີ​ການ​ເຄື່ອນ​ໄຫວ​ທາງ​ການ​ທະ​ຫານ​ເລື່ອຍໆ​ຢູ່​ເຂດ​ທະ​ເລ​ສາ​ທາ​ລະ​ນະ, ສະ​ນັ້ນ,​ຈຶ່ງ​ຢາກ​ໃຊ້​ບັນ​ຫາ​ທະ​ເລ​ຈີນ​ຕາ​ເວັນ​ອອກ​ແລະ​ບັນ​ຫາ​ທະ​ເລ​ຈີນ​ໃຕ້​ເພື່ອ​ຫຼຸດ​ຜ່ອນ​ຄວາມ​ກົດ​ດັນ​ດ້ານ​ການ​ເມືອງ​ພາຍ​ໃນ​ປະ​ເທດ.​ເວົ້າ​ສຳ​ລັບ​ຟິ​ລິບ​ປິນ​ແລ້ວ,​ມັນ​ມັກ​ເຄື່ອນ​ໄຫວ​ຢູ່​ລະ​ຫວ່າງ​ຈີນ,​ຍີ່​ປຸ່ນ​ແລະ​ອາ​ເມ​ລິ​ກາ,​ພະ​ຍາ​ຍາມ​ສ້າງ​ຄຸນ​ຄ່າ​ຂອງ​ຕົນ​ທີ່​ຖືກ​ນຳ​ໃຊ້​,​ເພື່ອ​ສະ​ແຫວງ​ຫາ​ຜົນ​ປະ​ໂຫຍດ​ຫຼາຍ​ທີ່​ສຸດ​ຂອງ​ຕົນ.​ໃນ​ບັນຫາ​ທະ​ເລ​ຈີນ​ໃຕ້,​ຈີນ​ມີ​ເຈດ​ຈຳ​ນົງ​ທີ່​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ກັນ​ດ້ວຍ​ການ​ປຶກ​ສາ​ຫາ​ລື​ຢ່າງ​ມີ​ໄມ​ຕີ​ຈິດ​ລະ​ຫວ່າງ​ສອງ​ປະ​ເທດ,​ຄັດ​ຄ້ານ​ຫັນ​ບັນ​ຫາ​ນີ້​ເປັນ​ບັນຫາ​ສາກົນ,​ແຕ່​ຟິ​ລິບ​ປິນພັດ​ມີ​ເຈດ​ຈຳ​ນົງ​ທີ່​ຟ້ອງ​ຮ້ອງ​ບັນ ຫາ​ນີ້​ຕໍ່​ສານ​ກົດ​ໝາຍ​ທະ​ເລ​ສາກົນ,​ເຮັດ​ໃຫ້​ບັນຫາ​ນີ້​ສັບສົນ​ກວ່າ​ເກົ່າ.​ເທື່ອ​ນີ້,​ຍີ່​ປຸ່ນ​ແລະ​ຟິ​ລິບ​ປິນ​ຈັດ​ການ​ປຶກສາ​ຫາລື​ລະ​ຫວ່າງ​ລັດ​ຖະ​ບານ,​ກໍ່​ມີ​ຈຸດປະສົງ​ທີ່​ເຮັດ​ໃຫ້​ບັນຫາ​ທະ​ເລ​ຈີນ​ໃຕ້​ສັບ ສົນ​ກວ່າ​ເກົ່າ.

ນັກ​ວິ​ເຄາະ​ເຫັນ​ໂດຍ​ທົ່ວ​ໄປ​ວ່າ,ອາ​ເມ​ລິ​ກາ​​ແມ່ນ​ກຳລັງ​ຊຸກຍູ້​ຢູ່​ເບື້ອງ​ຫຼັງບັນຫາທະ​ເລ​ຈີນ​ຕາ​ເວັນ​ອອກ​ແລະ​ບັນຫາ​ທະ​ເລ​ຈີນ​ໃຕ້,​ສອງ​ບັນຫາ​ນີ້​ຈະ​ຂະຫຍາຍຕົວ​ແນວ​ໃດ​ໃນ​ຕໍ່ໜ້າ, ມັນ​ມີ​ການ​ພົວພັນ​ອັນ​ແໜ້ນ​ແຟ້ນ​​ແລະຕັດ​ແຍກ​ບໍ່​ໄດ້ກັບ​ຫຼັກໝັ້ນຂອງ​ອາ​ເມ​ລິ​ກາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ