ຈີນ​ຮັບ​ຮອງ"ຄະ​ນະ​ກຳ​ມະ​ການ​ຂ້າມ​ຜ່ານ​ແຫ່ງ​ຊາດ"​ລີ​ບີ,​ສະ​ແດງ​ໃຫ້​ເຫັນ​​ສີ​ສັນ​ການ​ຕ່າງ​ປະ​ເທດ​ຂອງ​ຈີນ​ທີ່​ສຸ​ຂຸມ​ໜັກ​ແໜ້ນ

(GMT+08:00) 2011-09-13 18:05:48     cri
ປະຈຸ​ບັນ​ນີ້,ສະຖານະ​ການ​ຢູ່​ລີ​ບີ​ແມ່ນ​ເລື່ອງ​ທີ່​ທົ່ວ​ໂລກ​ພວມ​ໃຫ້​ຄວາມສົນ​ໃຈ,ກໍ່​ແມ່ນ​ສະ ໜາມ​ແຂ່ງຂັນ​ທາງ​ດ້ານການ​ຕ່າງປະ​ເທດ​ລະຫວ່າງ​ບັນດາ​ມະຫາ​ອຳນາດ.ການ​ໃຊ້​ນະ​ໂຍບາຍ​ແບບ​ໃດ​ຕໍ່​ບັນຫາ​ລີ​ບີ,ຈະ​ສະ​ແດງ​ໃຫ້​ເຫັນ​​ທັດສະນະ​ຄະຕິການ​ຕ່າງປະ​ເທດ,ທັດ ສະນະ​ຕໍ່ຜົນ​ປະ​ໂຫຍ​ດ​ແລະ​ສີສັນການປະຕິບັດວຽກ​ງານຂອງ​ປະ​ເທດ​ໃດ​ໜຶ່ງ.

ຈີນ​ມີ​ເຈດ​ຈຳນົງທີ່​ດີ​ໃນ​ການ​ເຄົາລົບ​ຄວາມ​ເປັນ​ເອກະລາດດ້ານ​​ອະທິປະ​ໄຕແລະ​ຜືນ​ແຜ່ນ ດິນ​ອັນ​ຄົບ​ຖ້ວນ​ຂອງ​ປະ​ເທດ​ຕ່າງໆ,​ຍຶດ​ໝັ້ນ​ຫຼັກ​ການ​ທີ່​ບໍ່​ແຊກ​ແຊງ​ວຽກ​ງານ​ພາຍ​ໃນ​ຂອງ​ປະ​ເທດ​ອື່ນ​ມາ​ໂດຍ​ຕະ​ຫຼອດ.​ສະ​ນັ້ນ,ຈີນ​ຈຶ່ງມີ​ທ່າ​ທີ​ສຸຂຸມ​ຮອບ​ຄອບ​ທີ່​ສຸດ​ຕໍ່​ມະ​ຕິ​ສອງ​ສະ ບັບ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​ແຫ່ງ​ສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບ​ບັນ​ຫາ​ລີ​ບີ​ແລະ​ການ​ຮັບ​ຮອງ​"ຄະ​ນະ​ກຳ​ມະ​ການ​ຂ້າມ​ຜ່ານ​ແຫ່ງ​ຊາດ"​ລີ​ບີ.​ເມື່ອ​ລີ​ບີ​ເກີດ​ມີຄວາມ​ບໍ່​ສະ​ຫງົບ​ແລ້ວ,​ລັດ​ຖະ​ບານ​ຈີນ​ໄດ້​ເອົາ​ໃຈ​ໃສ່​ຜົນ​ປະ​ໂຫຍດ​ພື້ນ​ຖານ​ຂອງ​ປະ​ຊາ​ຊົນ​ລີ​ບີ​ແລະ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ຂອງ​ພາກ​ພື້ນ,ຕິດ​ຕໍ່​ພົວ​ພັນ​ກັບ​ສອງ​ຝ່າຍ​ ຄື:​ອຳນາດ​ການ​ປົກ​ຄອງ​ກັດ​ດາ​ຟີ​ແລະ​ຝ່າຍ​ຕໍ່​ຕ້ານ​ລັດ​ຖະ​ບານ​ກັດ​ດາ​ຟີ,​ເພື່ອ​ຜ່ອນ​ຄາຍ​ການ​ປະ​ທະ​ກັນ​ແລະ​ເສິກ​ສົງ​ຄາມ,​ຮັກ​ສາ​ການ​ແລກ​ປ່ຽນ​ຄວາມ​ເຫັນ​ແລະ​ປະ​ສານ​ງານ​ກັບ​ປະ​ຊາ​ຄົມ​ໂລກ,​ຕັ້ງ​ໜ້າ​ສົ່ງ​ເສີມ​ການ​ເຈ​ລະ​ຈາ​ໂດຍ​ສັນ​ຕິ.​ຫວ່າງ​ມໍ່ໆມາ​ນີ້,​ສະ​ພາບ​ການ​ຢູ່​ລີ​ບີ​ໄດ້​ເກີດ​ການ​ປ່ຽນ​ແປງ​ຢ່າງ​ໃຫຍ່​ຫຼວງ,"ຄະ​ນະ​ກຳ​ມະ​ການ​ຂ້າມ​ ຜ່ານ​ແຫ່ງ​ຊາດ​"ລີ​ບີ​ໄດ້​ຄວບ​ຄຸມ​ເຂດ​ສ່ວນ​ໃຫຍ່​ຂອງ​ທົ່ວ​ປະ​ເທດ,​ລັດ​ຖະ​ບານ​ຈີນ​ຈຶ່ງ​ປັບ​ປ່ຽນ​ນະ​ໂຍ​ບາຍ​ອັນ​ເໝາະ​ສົມ​ຕໍ່​ລີ​ບີ.​ວັນ​ທີ​12​ກັນ​ຍາ​ນີ້,​ລັດ​ຖະ​ບານ​ຈີນ​ປະ​ກາດ​ຮັບ​ຮອງ​"ຄະ​ນະ​ກຳ​ມະ​ການ​ແຫ່ງ​ຊາດ"​ລີ​ບີ​ເປັນ​ອຳ​ນາດ​ການ​ປົກ​ຄອງ​ລີ​ບີ​ແລະ​ເປັນ​ຜູ່​ຕາງ​ໜ້າ​ປະ​ຊາ​ຊົນ​ລີ​ບີ.​ການ​ປັບ​ນະ​ໂຍບາຍ​ຕໍ່​ລີ​ບີ​ຂອງ​ຈີນ​ດ້ານ​ໜຶ່ງ​ແມ່ນ​ສອດ​ຄ່ອງ​ກັບ​ນະ​ໂຍ​ບາຍ​ການ​ຕ່າງປະ​ເທດ​ຂອງ​ຈີນ,​ອີກ​ດ້ານ​ໜຶ່ງ​ແມ່ນ​​ເນື່ອງ​ຈາກ​ການ​ວິ​ເຄາະ​ຕໍ່​ການ​ປ່ຽນ​ແປງ​ຂອງ​ສະ​ພາບ​ການ​ໃນ​ລີ​ບີ.​ບໍ່​ພຽງ​ແຕ່​ໄດ້​ຕອບ​ສະ​ໜອງ​ຜົນ​ປະ​ໂຫຍດ​ແລະ​ຄວາມ​ມຸ່ງ​ມາດ​ປາ​ຖະ​ໜາ​ຂອງ​ປະ​ຊາ​ຊົນ​ລີ​ບີ​ເທົ່າ​ນັ້ນ,​ຍັງ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ຄວາມ​ສຸ​ຂຸມ​ຮອບ​ຄອບ​ແລະ​ໜັກ​ແໜ້ນ​ທາງ​ດ້ານ​ການ​ຕ່າງ​ປະ​ເທດ​ຈີນ.

ຈີນ​ປັບ​ນະ​ໂຍບາຍ​ຕໍ່​ລີ​ບີກໍ່​ແມ່ນ​ການ​ສະໜັບສະໜູນຕໍ່​ສະຖຽນ​ລະ​ພາບ​ແລະ​ການ​ພັດທະ ນາ​ຂອງ​ລີ​ບີ.ຜູ່​ນຳ​ຂອງ​"ຄະ​ນະ​ກຳ​ມະ​ການ​ຂ້າມ​ຜ່ານ​ແຫ່ງ​ຊາດ"ລີ​ບີ​ເຄີຍ​ຍ້ອງ​ຍໍ​ສັນ​ລະ​ເສີນ​ຫຼັກ​ໝັ້ນ​ທີ່​ເປັນ​ທຳ​ຂອງ​ລັດ​ຖະ​ບານ​ຈີນ​ໃນ​ບັນ​ຫາ​ລີ​ບີ​ຢູ່​ຫຼາຍ​ສະ​ຖານ​​ແບບ​ເປີດ​ປະ​ຕູ,​ກ່າວ​ວ່າ,​ຈະ​ເຄົາ​ລົບ​ປະ​ຕິ​ບັດ​ຂໍ້​ຜູກ​ພັນ​ທີ່​ຈີນ​ລີ​ບີ​ໄດ້​ເຊັນ​ໃນ​ກ່ອນ​ໜ້າ​ນີ້,​ຍິນ​ດີ​ຕ້ອນ​ຮັບ​ວິ​ສາ​ຫະ ກິດ​ຈີນ​ເຂົ້າ​ຮ່ວມ​ການ​ສ້າງ​ສາ​ຄືນ​ໃໝ່​ຫຼັງ​ສົງ​ຄາມ​ຂອງ​ລີ​ບີ.​ໃນ​ຂະ​ນະ​ດຽວ​ກັນ​ນີ້,​ໃນ​ເວ​ລາ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ,"ຄະນະ​ກຳ​ມະ​ການ​ຂ້າມ​ຜ່ານ​ແຫ່ງ​ຊາດ"ຂອງ​ລີ​ບີ​ແລະ​ປະ​ຊາ​ຊົນ​ລີ​ບີ​ຈຳ​ນວນ​ບໍ່​ໜ້ອຍ​ໄດ້​ກ່າວ​ວ່າ,​ການ​ປົກ​ຄອງ​ຂອງ​ກັດ​ດາ​ຟີ​ໄດ້​ເສຍ​ຄວາມ​ຊອບ​ດ້ວຍ​ກົດ ໝາຍ,​ແລະ"ຄະ​ນະ​ກຳ​ມະ​ການ​ຂ້າມ​ຜ່ານ​ແຫ່ງ​ຊາດ"​ລີ​ບີ​ຖືກ​ກັບ​ຄວາມ​ມຸ່ງ​ມາດ​ປາ​ຖະ​ໜາ​ຂອງ​ປະ​ຊາ​ຊົນ​ລີ​ບີ,​ແລະ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຈາກ​ປະ​ຊາ​ຊົນ​ລີ​ບີ,​ສະ​ນັ້ນ,​ຍ່ອມ​ທີ່​ຈະ​ໄດ້​ຮັບ​ການ​ຮັບ​ຮອງ​ຈາກ​ຈີນ​ທີ່​ເປັນ​ເພື່ອນ​ມິດ​ຂອງ​ປະ​ຊາ​ຊົນ​ລີ​ບີ.ຍ້ອນ​ມີ​ສຽງ​ຮຽກ​ຮ້ອງ​ຂອງ​ປະ​ຊາ​ຊົນ​ລີ​ບີ,​ຈີນ​ໄດ້​ຮັບ​ຮອງ​"ຄະ​ນະ​ກຳ​ມະ​ການ​ຂ້າມ​ຜ່ານ​ແຫ່ງ​ຊາດ"​ລີ​ບີ​ໃນ​ເວລາ​ອັນ​ເໝາະ​ສົມ,​ນີ້​​ສະ​ແດງ​ໃຫ້​ເຫັນ​ຈີນ​ທີ່​ມີ​ຄວາມ​ເຄົາ​ລົບ​ນັບ​ຖື​ຕໍ່​ການ​ເລືອກ​ເຟ້ນ​ຂອງ​ປະ​ຊາ​ຊົນ​ລີ​ບີ,​ແລະ​ສະ​ແດງ​ໃຫ້​ເຫັນ​ທ່າ​ທີ​ອັນ​ຕັ້ງ​ໜ້າ​ແລະ​ນະ​ໂຍ​ບາຍ​ແບບ​ຮ່ວມ​ມື​ຂອງ​ລັດ​ຖະ​ບານ​ຈີນ​ທີ່​ມີ​ຕໍ່​ການ​ຂະ​ຫຍາຍ​ການ​ພົວ​ພັນ​ກັບ​ລີ​ບີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ