ທ່ານ​ເວີ່ນ​ເຈ່ຍ​ປາວ​ພົບ​ປະ​ກັບ​ປະ​ທານ​ເວ​ທີ​ປຶກ​ສາ​ຫາ​ລື​ເສດ​ຖະ​ກິດ​ໂລກ

(GMT+08:00) 2011-09-14 16:21:21     cri

ວັນ​ທີ13​ກັນຍານີ້,ທ່ານ​ເວີ່ນ​ເຈ່ຍ​ປາວ,​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ໄດ້​ພົບ​ປະກັບ​ທ່ານ​ຄລາວສ໌ ສະ​ວັບ,​ປະ​ທານ​ເວ​ທີ​ປຶກ​ສາ​ຫາ​ລື​ເສດ​ຖະ​ກິດ​ໂລກ​ຢູ່​ເມືອງ​ຕ້າ​ລຽນ,​ເມືອງ​ແຄມ​ຝັ່ງ​ທະ​ເລ​ທາງ​ພາກ​ເໜືອ​ຂອງ​ຈີນ.​ໃນ​ເວ​ລາ​ພົບ​ປະ,​ທ່ານ​ເວີ່ນ​ເຈ່ຍ​ປາວ​ກ່າວ​ວ່າ,​ປະ​ເທດ​ຕ່າງໆ​ຄວນ​ເພີ່ມ​ທະ​ວີ​ການ​ປະ​ສານ​ສົມ​ທົບ​ກັນ,​ທຳ​ຄວາມ​ພະ​ຍາ​ຍາມ​ຢ່າງ​ບໍ່​ລົດ​ລະ​ເພື່ອ​ເຮັດ​ໃຫ້​ເສດ ຖະ​ກິດ​ໂລກ​ບັນ​ລຸ​ການ​ພັດ​ທະ​ນາ​ຢ່າງ​ແຂງ​ແຮງ,​ຕໍ່​ເນື່ອງ​ແລະ​ສະ​ໝ່ຳ​ສະ​ເໝີ.

ທ່ານ​ສະ​ວັບ​ກ່າວ​ວ່າ,​​ເຖິງ​ວ່າ​ເສດຖະ​ກິດ​ໂລກ​ປະສົບ​ຄວາມ​ຫຍຸ້ງ​ຍາກ​ກໍ່​ຕາມ,​ແຕ່​ຄົນ​ທັງ ຫຼາຍ​ຍັງ​ມີ​ເຫດ​ຜົນ​ທີ່​ມີ​ຄວາມ​ໝັ້ນ​ໃຈ​ແລະ​ຄວາມ​ຫວັງ.​ການ​ພັດ​ທະ​ນາ​ທາງ​ດ້ານ​ເສດ​ຖະ ກິດ​ຂອງ​ຈີນ​ໄດ້​ປະ​ກອບ​ສ່ວນ​ອັນ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ໂລກ.​ເວ​ທີ​ປຶກ​ສາ​ຫາ​ລື​ເສດ​ຖະ​ກິດ​ໂລກ​ຫວັງ​ຢາກ​ປະ​ສານ​ງານ​ກັບ​ຈີນ​ຢ່າງ​ແໜ້ນ​ແຟ້ນ,​ເຮັດ​ເວ​ທີ​ປຶກ​ສາ​ຫາ​ລື​ດາ​ວົສ​ລະ​ດູ​ຮ້ອນ​ເປັນ​ເວ​ທີ​ແຫ່ງ​ການ​ແລກ​ປ່ຽນ​ຄວາມ​ເຫັນ​ລະ​ຫວ່າງ​ບຸກ​ຄົນ​ໃນ​ຂົງ​ເຂດ​ວຽກ​ງານ​ຕ່າງໆ​ຂອງ​ໂລກ,​ເຕົ້າ​ໂຮມ​ກຳ​ລັງ​ແລະ​ຄວາມ​ເຫັນ​ທີ່​ເປັນ​ເອ​ກະ​ສັນ​ກັນ,​ເພື່ອ​ຊຸກ​ຍູ້​ການ​ປະດິດ​ສ້າງ​ແລະ​ການ​ພັດ​ທະ​ນາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ