ຈີນ​ຍິນ​ດີ​ຕ້ອນ​ຮັບ​ປະ​ເທດ​ຕ່າງໆ​ໃນ​ໂລກ​ມາ​ເຂົ້າ​ຮ່ວມ​ການ​ໄຂ​ປະ​ຕູ​ສູ່​ພາຍ​ນອກ​ຂອງ​ຈີນ

(GMT+08:00) 2011-09-14 16:35:37     cri
ຕາມ​ຂ່າວCRI:ວັນ​ທີ14​ກັນຍາ​ນີ້,ຢູ່​ເມືອງ​ຕ້າລຽນ,ທ່ານ​ຈ່າງ​ສຽວ​ຊຽງ,ຮອງ​ຫົວໜ້າ​ຄະນະ​ກຳ​ມະ​ການ​ພັດ​ທະ​ນາ​ແລະ​ປະ​ຕິ​ຮູບ​ແຫ່ງ​ລັດ​ຈີນ​ກ່າວ​ວ່າ,​ໃນ​ສະ​ພາບ​ການ​ທີ່​ເສດ​ຖະ​ກິດ​ທົ່ວ​ໂລກ​ຊຸດ​​ໂຊມ​ລົງ,​ເສດ​ຖະ​ກິດ​ຂອງ​ຈີນ​ຍັງ​ຈະ​ເລີ​ນ​ເຕີບ​ໂຕ​ດ້ວຍ​ຈັງ​ຫວະ​ໄວ​ໃນ6​ເດືອນ​ຕົ້ນ​ປີ​ນີ້,​ນີ້​ແມ່ນ​ໄດ້​ມາ​ຈາກ​ການ​ທີ່​ເສດ​ຖະ​ກິດ​ຈີນ​ໄຂ​ປະ​ຕູ​ສູ່​ພາຍ​ນອກ​ຢ່າງ​ບໍ່​ຢຸດ​ຢັ້ງ.​ຈີນ​ຍິນ​ດີ​ຕ້ອນ​ຮັບ​ປະ​ເທດ​ຕ່າງໆ​ໃນ​ໂລກ​ມາ​ເຂົ້າ​ຮ່ວມ​ການ​ໄຂ​ປະຕູ​ສູ່​ພາຍ​ນອກ​ຂອງ​ຈີນ.

ວັນ​ທີ14​ກັນຍາ​ນີ້,​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ໃນກອງ​ປະຊຸມ​ເວທີ​ປຶກສາ​ຫາລື​ດາ​ວົສ ລະດູ​ຮ້ອນທີ່​ຈັດ​ຂຶ້ນ​ຢູ່​ເມືອງ​ຕ້າ​ລຽນ,​ທ່ານ​ຈ່າງ​ສຽວ​ຊຽງ​ກ່າວ​ວ່າ,​ໃນ​6​ເດືອນ​ຕົ້ນ​ປີ​ນີ້,​ມູນ​ຄ່າ​ການ​ຄ້າ​ນຳ​ເຂົ້າ​ຂອງ​ຈີນ​ຫຼາຍ​ກວ່າ​ມູນ​ຄ່າ​ສິນ​ຄ້າ​ສົ່ງ​ອອກ,​ນີ້​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ວ່າ,​ຈີນ​ເອົາ​ໃຈ​ໃສ່​ການ​ໄຂ​ປະ​ຕູ​ສູ່​ພາຍ​ນອກ​ຫຼາຍ​ກວ່າ,​ແລະຈີນ​ມີ​ຄວາມ​ຍິນ​ດີ​ຕ້ອນ​ຮັບ​ປະ​ເທດ​ຕ່າງໆ​ເຂົ້າ​ຮ່ວມ​ຂະ​ບວນ​ການ​ໄຂ​ປະ​ຕູ​ສູ່​ພາຍ​ນອກ​ທີ່​ນັບ​ມື້​ນັບ​ກວ້າງ​ຂວາງ​ຂຶ້ນ​ກວ່າ​ເກົ່າ.

ທ່ານ​ຈ່າງ​ສຽວ​ຊຽງ​ກ່າວ​ວ່າ,ປະຈຸ​ບັນ​ນີ້,ຈີນ​ພວມ​ສຸມ​ກຳ​ລັງ​ເຂົ້າ​ໃນ​ການ​ລົງ​ເລິກ​ການ​ປະ​ຕິ​ຮູບ,​ເປີດ​ກວ້າງ​ການ​ໄຂ​ປະ​ຕູ​ສູ່​ພາຍ​ນອກ,​ຕັ້ງ​ໜ້າ​ປະ​ດິດ​ສ້າງ,​ແລະ​ຊຸກ​ຍູ້​ການ​ພັດ​ທະ​ນາ. ຈີນ​ພວມ​ປັບ​ປຸງ​ບັນ​ຊີ​ລາຍ​ຊື່​ອຸດ​ສາ​ຫະ​ກຳ​ການ​ລົງ​ທຶນ​ຂອງ​ຕ່າງ​ປະ​ເທດ,​ເຮັດ​ໃຫ້​ລະ​ບຽບ​ການ​ລົງ​ທຶນ​ກະ​ທັດ​ຮັດ​ກວ່າ​ເກົ່າ,​ເພີ່ມ​ຄວາມ​ແຮງ​ໃນ​ການ​ປົກ​ປ້ອງ​ສິດ​ຊັບ​ສິນ​ທາງ​ປັນ​ຍາ,​ຍິນ​ດີ​ຮັບ​ເອົາ​ການ​ລົງທຶນ​ດ້ານ​ເທັກ​ໂນ​ໂລ​ຢີ​ແລະ​ອຸດ​ສາ​ຫະ​ກຳ​ຈະ​ເລີນ​ໃໝ່​ຈາກ​ຕ່າງ​ປະ​ເທດ​ເຂົ້​າມາ​ລົງ​ທຶນ​ຢູ່​ຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ