ອາ​ຊີ​ອາ​ຄະ​ເນ​ສະ​ສົມ​ບົດ​ຮຽນ​ໃນ​ການ​ຕ້ານ​ການ​ກໍ່​ການ​ຮ້າຍ​ໂດຍ​ຜ່ານ​ການ​ຮ່ວມ​ມື​ໃນ​ພາກ​ພື້ນ

(GMT+08:00) 2011-09-14 18:07:23     cri
ເນື່ອງ​ໃນໂອກາດ​ທີ່​ວັນ​ເກີດເຫດການ​ໂສກ​ນາດຕະກຳ"11​ກັນຍາ"​ຢູ່​ອາ​ເມ​ລິ​ກາ​ຄົບ​ຮອບ​10​ປີ, ປະ​ເທດ​ອາ​ຊີ​ອາ​ຄະ​ເນ​ທີ່​ມີ​ປະ​ຊາ​ກອນ​ມຸສ​ລິມ​ຈຳ​ນວນ​ຫຼວງ​ຫຼາຍ​ນັ້ນ​ກໍ່​ໄດ້​ເລີ່ມ​ທົບ​ທວນ​ຄືນ​ປະ ຫວັດ​ການ​ຕ້ານ​ການ​ກໍ່​ການ​ຮ້າຍ​ເປັນ​ເວ​ລາ​10​ປີ​ຢູ່​ພາກ​ພື້ນ​ແຫ່ງ​ນີ້.​ໂດຍ​ທົ່ວ​ໄປ​ແລ້ວ,​ຫາງ​ສຽງ​ໃນ​ອາ​ຊີ​ອາ​ຄະ​ເນ​ເຫັນ​​ວ່າ,​ເຖິງ​ວ່າ​ການ​ຂົ່ມ​ຂູ່​ຈາກ​ລັດ​ທິ​ກໍ່​ການ​ຮ້າຍ​ໃນ​ພາກ​ພື້ນ​ແຫ່ງ​ນີ້​ໄດ້​ມີ​ການ​ຫຼຸດ​ໜ້ອຍ​ຖອຍ​ລົງ​ແລ້ວ​ກໍ່​ຕາມ,​ແຕ່​ຍັງ​ບໍ່​ທັນ​ໄດ້​ໝົດ​ໄປ​ເທື່ອ.​ມີ​ບາງ​ປະ​ເທດ​ທີ່​ໄດ້​ຮັບ​ຜົນ​ຈຳ​ນວນ​ໜຶ່ງ​ໂດຍ​ຜ່ານ​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື,​ໄດ້​ສະ​ສົມ​ບົດ​ຮຽນ​ຈຳ​ນວນ​ໜຶ່ງ​ໃນ​ການ​ແກ້​ໄຂ​ເງື່ອນ​ໄຂ​ບໍ່​ໃຫ້​ລັດ​ທິ​ກໍ່​ການ​ຮ້າຍ​ຄົງ​ຕົວ​ຢູ່​ໄດ້​ນັ້ນ​ດ້ວຍ​ວິ​ທີ​ລະ​ອຽດ​ອ່ອນ.

ວັນ​ທີ3​ກັນ​ຍາ​​​ນີ້,​ເວັບ​ໄຊ​ຂອງ​ໜັງ​ສື​ພິມ​"ຈາ​ກາກ​ຕາ​ພົສທ໌"ຂອງ​ອິນ​ໂດ​ເນ​ເຊຍ​ໄດ້​ລົງພິມ​ບົດ​ວິ ຈານ​ຂຽນ​ວ່າ,ມໍ​ລະ​ດົກ​ຂອງ​ເຫດ​ການ​"11​ກັນ​ຍາ"​ແມ່ນ"ສົງ​ຄາມ​ຕ້ານ​ການ​ກໍ່​ການ​ຮ້າຍ".​ມັນ​ໄດ້​ດຶງ​ດູດ​ຊາວ​ໜຸ່ມ​ມຸສ​ລິມ​ເຂົ້າ​ຮ່ວມ​ການ​​ເຄື່ອນ​ໄຫວ​ຫົວ​ຮຸນ​ແຮງ,​ໂດຍ​ສະ​ເພາະ​ໄດ້​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ຂະ​ບວນ​ການ​ຫົວ​ຈັດທີ່​ຊູ​ຄັນ​ທູງ​"ຕ້ານ​ອາ​ເມ​ລິ​ກາ"​.ມື້​ດຽວ​ກັນ​ນີ້,​ເວັບ​ໄຊ​ຂອງ​ໜັງ​ສື​ພິມ​"ດາວ"​ຂອງ​ມະ​ເລ​ເຊຍ​ໄດ້​ລົງ​ພິມ​ບົດ​ຄວາມ​ຂຽນ​ວ່າ,​ປະ​ຈຸ​ບັນ​ນີ້,ອາ​ເມ​ລິ​ກາ​ແລະ​ປະ​ເທດ​ພັນ​ທະ​ມິດ​ຕາ​ເວັນ​ຕົກ​ຂອງ​ເຂົາ​ໄດ້​ເລື່ອນ​ເວ​ລາ​ໃນ​ການ​ຖອນ​ທະ​ຫານ​ອອກ​ຈາກ​ອາຟ​ກາ​ນິ​ສະ​ຖານ​,​ໂຈມ​ຕີ​ລີ​ບີ​ທາງ​ທະ​ຫານ​ແລະ​ອາດ​ຈະ​ໃຊ້​ການ​ເຄື່ອນ​ໄຫວ​ຕໍ່​ຊີ​ຣີ,​ທັງ​ໝົດ​ເຫຼົ່າ​ນີ້​ອາດ​ຈະ​ສ້າງ​ຄວາມ​ຜິດ​ອີກ​ຄັ້ງ​ໃໝ່​ຄື​ທີ່​ຜ່ານ​ມາ.

ທ່ານຫຼີຈ້ຽນຊົງ,ຫົວໜ້າ​ວຽກ​ງານ​ສາທາລະນະ​ຂອງ​ກອງ​ເລຂາ​ອາ​ຊຽນກ່າ​ວວ່າ,ຜົນ​ສະທ້ອນ​ ​ໂດຍ​ກົງ​ຂອງ​ເຫດ​ການ​"11​ກັນ​ຍາ"​ທີ່​ມີ​ຕໍ່​ອາ​ຊີ​ອາ​ຄະ​ເນ​ແມ່ນ,​ປະ​ເທດ​ອາ​ຊຽນ​ໄດ້​ເພີ່ມ​ການ​ຮ່ວມ​ມື​ໃນ​ການ​ຕ້ານ​ການ​ກໍ່​ການ​ຮ້າຍ,​ການ​ໂຈມ​ຕີ​ລັດ​ທິ​ກໍ່​ການ​ຮ້າຍ​ໄດ້​ກາຍ​ເປັນ​ໜ້າ​ທີ່​ທີ່​ສຳ​ຄັນ​ຂອງ​ບັນ​ດາ​ປະ​ເທດ​ອາ​ຊຽນ​ເພື່ອ​ຮັບ​ປະ​ກັນ​ເສດ​ຖະ​ກິດ​ພັດ​ທະ​ນາ​ຢ່າງ​ໝັ້ນ​ທ່ຽງ.

ຫວ່າງມໍ່ໆ​ນີ້,ທ່ານ​​ຕີວຊີຮຽນ,ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ,​ທັງ​ເປັນ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ຈັດ ວາງ​ຄວາມ​ໝັ້ນ​ຄົງ​ແຫ່ງ​​ຊາດ​ແລະ​ກະ​ຊວງ​ພາຍ​ໃນ​ຂອງ​ສິງ​ກະ​ໂປ​ເຜີຍ​ໃຫ້​ຮູ້​ວ່າ,​ສິງ ກະ​ໂປ,ອິນ​ໂດ​ເນ​ເຊຍ​ແລະ​ມະ​ເລ​ເຊຍ​ໄດ້​ດຳ​ເນີນ​ການ​ຮ່ວມ​ມື​​ໃນ​ການ​ຕ້ານ​ການ​ກໍ່​ການ​ຮ້າຍ​ທີ່​ແໜ້ນ​ແຟ້ນ​ກວ່າ​ເກົ່າ.

ໜັງສືພິມ"ຊ່ອງ​ແຄບ​ໃໝ່​ແທມສ໌"ຂອງ​ມະ​ເລ​ເຊຍ​ນຳ​ເອົາ​ຄຳ​ເວົ້າຂອງ​ທ່ານ​ໂມ​ຮາ​ເມັດ ຟູ​ສີ ຮາ ຣຸນ,ຫົວໜ້າ​ກອງ​ບັນຊາ​ການ​ຕຳ​ຫຼວດ​ຕ້ານ​ການ​ກໍ່ການ​ຮ້າຍມະ​ເລ​ເຊຍ​ມາ​ຊີ້​ອອກ​ວ່າ,​ສະ​ຫະ​ປະ ຊາ​ຊາດ​ຖື​ເອົາ​ແຜນ​ການ​ຕ້ານ​ການ​ກໍ່​ການ​ຮ້າຍ​ແລະ​ດັດ​ສ້າງ​ພວກ​ກໍ່​ການ​ຮ້າຍ​ຂອງ​ມະ​ເລ​ເຊຍ​ເປັນ​ແບບ​ຢ່າງ​ທີ່​ດີ,ມະ​ເລ​ເຊຍ​ພວມ​ເຜີຍ​ແຜ່​ບົດ​ຮຽນ​ແລະ​ວິ​ທີ​ດັດ​ສ້າງ​ພວກ​ກໍ່​ການ​ຮ້າຍ​ຕໍ່​ປະ​ເທດ​ທີ່​ກ່ຽວ​ຂ້ອງ.​ທ່ານ​ກ່າວ​ວ່າ,​ແຜນ​ການ​ນີ້​ແມ່ນ​ໃຊ້​ວິ​ທີ​ທີ່​ລະ​ອຽດ​ອ່ອນ,​ກໍ່​ຄື​ໃຫ້​ຕຳ​ຫຼວດ​ຫຼື​ບຸກ​ຄົນ​ສຳ ຄັນ​ທາງ​ສາດ​ສະ​ໜາ​ຊີ້​ແຈງ​ອະ​ທິ​ບາຍ​ເຫດ​ແລະ​ຜົນ​ທາງ​ດ້ານ​ຈິດ​ໃຈ​ຂອງ​ພວກ​ກໍ່​ການ​ຮ້າຍ​ເພື່ອ​ຫັນ​ປ່ຽນ​ລັດ​ທິ​ຫົວ​ຮຸນ​ແຮງ​ແລະ​ແນວ​ຄິດ​ມັກ​ກໍ່​ສົງ​ຄາມ​ຂອງ​ພວກ​ເຂົາ​ເຈົ້າ,​ໃຫ້​ສ້າງ​ຄ່າ​ນິ​ຍົມ​ທີ່​ຖືກ​ ຕ້ອງ,​ແລະ​ສິດ​ສອນ​ໃຫ້​ເຂົາ​ເຈົ້າ​ເຄົາ​ລົບ​ສາດ​ສະ​ໜາ​ແລະ​ເຊື້ອ​ຊາດ​ອື່ນໆ.​ນັບ​ແຕ່​ປີ​2005​ຮອດ​ປີ​2010,​ເຈົ້າ​ໜ້າ​ທີ່​ຕຳ​ຫຼວດ​ມະ​ເລ​ເຊຍ​ໄດ້​ປ່ຽນ​ແປງ​ແນວ​ຄິດ​ຂອງ​ພວກ​ກໍ່​ການ​ຮ້າຍ​ໃຫ້​ກັບ​ຄືນ​ມາ​ເປັນ​ພົນ​ລະ​ເມືອງ​ດີ​ຂອງ​ສັງ​ຄົມ​ໄດ້​ແລ້ວ​75​ຄົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ