ທ່ານ​ເວີ່ນ​ເຈ່ຍ​ປາວ​ສົນ​ທະ​ນາ​ກັບ​ຜູ່​ແທນ​ທີ່​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ດາ​ວົສ​ລະ​ດູ​ຮ້ອນ​ປີ 2011

(GMT+08:00) 2011-09-15 18:53:48     cri
ວັນ​ທີ14​ກັນຍາ​ນີ້,ທ່ານ​ເວີ່ນ​ເຈ່ຍ​ປາວ,​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ພ້ອມ​ດ້ວຍ​ທ່ານ​ຄລາວສ໌ ສະ​ວັບ,​ປະ​ທານ​ເວ​ທີ​ປຶກ​ສາ​ຫາ​ລື​ເສດ​ຖະ​ກິດ​ໂລກ​ໄດ້​ດຳ​ເນີນ​ການ​ສົນ​ທະ​ນາ​ແລະ​ແລກ​ປ່ຽນ​ຄວາມ​ເຫັນ​ກັບ​ຜູ່​ແທນ​ຈີນ​ແລະ​ຕ່າງ​ປະ​ເທດ​ທີ່​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ດາ​ວົສ​ລະ​ດູ​ຮ້ອນ​ປີ​2011​ຢູ່​ເມືອງ​ຕ້າ​ລຽນ​ຂອງ​ຈີນ.

ກ່ຽວ​ກັບ​ຄຳ​ປາຖະກະຖາ​ທີ່​ທ່ານ​ເວີ່ນ​ເຈ່ຍ​ປາວ​ກ່າວ​ຢູ່​ພິທີ​ໄຂ​ກອງ​ປະຊຸມ​ເວທີ​ປຶກສາ​ຫາລື​​ເທື່ອ​ນີ້,​ທ່ານ​ສະ​ວັບ​ໄດ້​ສະ​ຫຼຸບ​ເປັ​ນສາມ​ຄຳ​ສັບ,ຄື:ຄວາມ​ໝັ້ນ​ໃຈ,​ຄວາມ​ຮັບ​ຜິດ​ຊອບ​ແລະ​ການ​ຮ່ວມ​ມື.​ສິ່ງ​ທີ່​ທ່ານ​ສະ​ວັບ​ເອົາ​ໃຈ​ໃສ່​ທີ່​ສຸດ​ແມ່ນ​ຈີນ​ຈະ​ເຮັດ​ແນວ​ໃດ​ເພື່ອ​ຊ່ວຍ​ປະ​ຊາ​ຄົມ​ໂລກ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ຈາກ​ວິ​ກິດ​ການ​ການ​ເງິນ​ໃນ​ປະ​ຈຸ​ບັນ​ນີ້.​ໃນ​ເວລາ​ຕອບ​ຄຳ​ຖາມ,​ທ່ານ​ເວີ່ນ​ເຈ່ຍ​ປາວ​ອະ​ທິ​ບາຍ​ວ່າ,ຈີນ​ມີ​ການ​ພົວ​ພັນ​ກັບ​ການ​ພັດ​ທະ​ນາ​ຂອງ​ໂລກ​ທີ່​ບໍ່​ສາ​ມາດ​ຕັດ​ແຍກ,​ກ່ອນ​ອື່ນ,​ຈີນ​ຕ້ອງ​ພັດ​ທະ​ນາ​ຕົນ​ເອງ​ໃຫ້​ດີ,​ພ້ອມ​ກັນ​ຊຸກ​ຍູ້​ການ​ປະ​ຕິ​ຮູບ​ລະ ບົບ​ເສດ​ຖະ​ກິດ​ແລະ​ລະບົບ​ການ​ທະ​ນາ​ຄານ​ສາ​ກົນ,​ພະ​ຍາ​ຍາມ​ຮັກ​ສາ​ສະ​ຖຽນ​ລະ​ພາບ​ແລະ​ການ​ພັດ​ທະ​ນາ​ຂອງ​ເສດ​ຖະ​ກິດ​ໂລກ,​ເຮັດ​ໃຫ້​ເສດ​ຖະ​ກິດ​ໂລກ​ພັດ​ທະ​ນາ​ຢ່າງ​​ແຂງ ​ແຮງ,​ຕໍ່​ເນື່ອງ​ແລະ​ສະ​ໝ່ຳ​ສະ​ເໝີ.​ກ່ຽວ​ກັບ​ຄວາມ​ຫຍຸ້ງຍາກ​ທີ່​ເອີ​ຣົບ​ແລະ​ອາ​ເມ​ລິ​ກາ​ປະ​ສົບ​ໃນ​ປະຈຸ​ບັນ​ນີ້,​ທ່ານ​ເວີ່ນ​ເຈ່ຍ​ປາວ​ໄດ້​ສະ​ແດງ​ຄວາມ​ເຫັນ.

ກ່ຽວ​ກັບ​ເອີ​ລົບ,ທ່ານ​ເວີ່ນ​ເຈ່ຍ​ປາວ​ຊີ້​ອອກ​ວ່າ: "​ເອີ​ລົບ​ແມ່ນ​ຄູ່​ຮ່ວມ​ມື​ດ້ານຍຸດ​ທະ​ສາດ​ ຮອບດ້ານ​ຂອງ​ຈີນ,ພວກ​ຂ້າ​ພະ​ເຈົ້າ​ຕິດຕາມ​ເອົາ​ໃຈ​ໃສ່​ການ​ຂະຫຍາຍຕົວ​ແລະ​ຄວາມ​ຫຍຸ້ງ​ຍາກ​ຂອງ​ເສດ​ຖະ​ກິດ​ເອີ​ລົບ​ຢູ່​ສະ​ເໝີ.​ໃນ​ເວລາ​ທີ່​ບາງ​ປະ​ເທດ​ໃນ​ເອີ​ຣົບ​ເກີດ​ວິ​ກິດ​ການ​ໜີ້​ສິນ​ພາກ​ລັດ​ແລະ​ປະ​ສົບ​ຄວາມ​ຫຍຸ້ງ​ຍາກ​ດ້ານ​ເສດ​ຖະ​ກິດ,ຈີນ​ໄດ້​ສະ​ແດງ​ເຈດ ຈຳ​ນົງ​ຂອງ​ຕົນ​ຫຼາຍ​ເທື່ອ​ວ່າ ຍິນ​ດີ​ສະໜອງ​ການ​ຊ່ວຍ​ເຫຼືອ,ສືບ​ຕໍ່​ເພີ່​ມການ​ລົງ​ທຶນ​ຕໍ່​ເອີ​ຣົບ.​ແຕ່​ຂ້າພະ​ເຈົ້າ​ກໍ່​ຫວັງ​ວ່າ,​ຜູ່​ນຳ​ຂອງ​ສະ​ຫະ​ພາບ​ເອີ​ຣົບ,​ແລະ​ຜູ່​ນຳ​ຂອງບາງ​ປະ​ເທດ​ສຳ​ຄັນ ຂອງ​ເອີ​ຣົບ​ຄວນ​ປະຕິບັດ​ຕໍ່​ການ​ພົວ​ພັນ​ຈີນ​ເອີ​ລົບ​ຈາກ​ລະ​ດັບ​ຍຸ​ດທະ​ສາດ​ແລະ​ປະ​ຕິ​ບັດ​ຕໍ່​ຢ່າງ​ກ້າ​ຫານ,​ຕົວ​ຢ່າງ​ຄື:​ຮັບ​ຮອງ​ຖານະ​ຂອງ​ຈີນ​ທີ່​ເປັນ​ເສດ​ຖະ​ກິດ​ຕະ​ຫຼາດ​ຢ່າງ​ສົມ​ບູນ.​ທີ່​ຈິງ​ແລ້ວ,​ຕາມ​ກະ​ຕິ​ກາ​ຂອງ​ອົງ​ການ​ການ​ຄ້າ​ໂລກ​ຫຼື​WTO,​ຖາ​ນະ​ທີ່​ເປັນ​ເສດ​ຖະ​ກິດ​ຕະ ຫຼາດ​ສົມ​ບູນ​ຂອງ​ຈີນ​ຈະ​ໄດ້​ຮັບ​ການ​ຮັບ​ຮອງ​ຢ່າງ​ແທ້​ຈິງ​ຈາກ​ທົ່ວ​ໂລກ​ໃນ​ປີ​2016,​ຖ້າ​ວ່າ​ຮັບ​ຮອງ​ກ່ອນ​ໜ້າ​ນີ້​ຈັກ​ປີ​ໜຶ່ງ​ນັ້ນ,​ມັນ​ເປັນ​ການ​ສະ​ແດງ​ຄວາມ​ຈິງ​ໃຈ​ແນວ​ໜຶ່ງ,​ແມ່ນ​ການ​ພົວ​ພັນ​ລະ​ຫວ່າງ​ເພື່ອນ​ມິດ​ກັບ​ເພື່ອນ​ມິດ."

ກ່ຽວ​ກັບ​ສະຫະລັດອາ​ເມ​ລິ​ກາ,ທ່ານ​ເວີ່ນ​ເຈ່ຍ​ປາວ​ກ່າວ​ວ່າ,​ໃນ​ຖານະ​ທີ່​ເປັນ​ປະ​ເທດ​ທີ່​ໄດ້​ພັດທະນາ​ແລ້ວ​ທີ່​ໃຫຍ່​ທີ່​ສຸດ​​ໃນໂລກ,ອາ​ເມ​ລິ​ກາ​ມີ​ກຳ​ລັງ​ເສດ​ຖະ​ກິດ​ທີ່​ເຂັ້ມ​ແຂງ,​ມີ​ພື້ນ​ຖານ​ວິ​ທະ​ຍາ​ສາດ​​ເຕັກ​ໂນ​ໂລ​ຢີທີ່​ໜັກ​ແໜ້ນ,​ແລະ​ມີ​ວິ​ຊາ​ການ​ດ້ານ​ຕ່າງໆ​ຢ່າງ​ຫຼວງ​ຫຼາຍ.​ພວກ​ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ,​ອາ​ເມ​ລິ​ກາ​ຈະ​ສາ​ມາດ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ,​ເຮັດ​ໃຫ້​ເສດ​ຖະ​ກິດ​ຟື້ນ​ຕົວ​ຢ່າງ​ຮອບ​ດ້ານ​ໄປ​ໄດ້​ດ້ວຍ​ດີ.​ແຕ່​ພວກ​ຂ້າ​ພະ​ເຈົ້າ​ຍັງ​ມີ​ຄວາມ​ຫວັງ​ໃຫ້​ອາ​ເມ​ລິ​ກາ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ເສດ​ຖະ​ກິດ​ທີ່​ຖືກ​ຕ້ອງ,​ຮັກ​ສາ​ຄວາມ​ໝັ້ນ​ທ່ຽງ​ດ້ານ​ການ​ເງິນ​ແລະ​ການ​ທະ​ນາ​ຄານ,​ເພື່ອ​ປົກ​ປ້ອງ​ຜົນ​ປະ​ໂຫຍ​ດ​ແລະ​ຄວາມ​ໝັ້ນ​ໃຈ​ຂອງ​ຜູ່​ລົງ​ທຶນ.

ກ່ຽວ​ກັບ​ຫົວ​ຂໍ້​ການ​ປະຕິ​ຮູບ​​ໂຄງ​ປະກອບ​ການ​ເມືອງ​ຂອງ​ຈີນ​ທີ່​ຫຼາຍ​ຄົນ​ສົນ​ໃຈ​ມາ​ຕະຫຼອດ​ນັ້ນ,ທ່ານ​ເວີ່ນ​ເຈ່ຍ​ປາວ​ຊີ້​ອອກ​ວ່າ,​ຈີນ​ຍັງ​ຈະ​ຍຶດ​ໝັ້ນ​ວຽກ​ໃນ​ຫ້າ​ດ້ານ​ຢ່າງ​ບໍ່​ລົດ​ລະ,​ຄື:​ຍຶດ​ໝັ້ນ​ການ​ປົກ​ຄອງ​ປະ​ເທດ​ຕາມ​ກົດ​ໝາຍ;​ຊຸກ​ຍູ້​ຄວາມ​ຍຸດ​ຕິ​ທຳ​ຄວາມ​ເປັນ​ທຳ​ຂອງ​ສັງ​ຄົມ;​ປົກ​ປ້ອງ​ຄວາມ​ຍຸດ​ຕິ​ທຳ​ດ້ານ​ອຳ​ນາດ​ສານ;​ປົກ​ປັກ​ຮັກ​ສາ​ສິດ​ປະ​ຊາ​ທິ​ປະ​ໄຕ​ຂອງ​ປະ​ຊາ​ຊົນ;​ແລະ​ເດັດ​ດ່ຽວ​ຕ້ານ​ການ​ຊຸດ​ໂຊມ​ເປື່ອຍ​ເຍື່ອຍ.​ທ່ານ​ກ່າວ​ເນັ້ນ​ວ່າ,​ສິ່ງ​ສຳ​ຄັນ​ທີ່​ສຸດ​ໃນ​ວຽກ​ເຫຼົ່າ​ນີ້​ແມ່ນ​ເປີດ​ກວ້າງ​ປະ​ຊາ​ທິ​ປະ​ໄຕ​ຢ່າງ​ມີ​ລະ​ບຽບ​ຫຼັກ​ການ,​ຊຸກ​ຍູ້​ຄວາມ​ຍຸດ​ຕິ​ທຳ​ຄວາມ​ເປັນ​ທຳ​ຂອງ​ສັງ​ຄົມ​ຢ່າງ​ໝັ້ນ​ໜຽວ​ບໍ່​ຫວັ່ນ​ໄຫວ​ຄອນ​ແຄນ,​ເດັດ​ດ່ຽວ​ຕ້ານ​ການ​ຊຸດ​ໂຊມ​ເປື່ອຍ​ເຍື່ອຍ.​ນີ້​ແມ່ນ​ເຫດ​ຜົນ​ທີ່​ເຮັດ​ໃຫ້​ປະ​ຊາ​ຊົນ​ມີ​ຄວາມ​ໝັ້ນ​ໃຈ​ຕໍ່​ອະ​ນາ​ຄົດ​ຂອງ​ປະ​ເທດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ