ກຳລັງ​ປະກອບ​ອາວຸດ​ຂອງຄະນະ​ກຳມະການ​ຊົ່ວຄາວ​ແຫ່ງ​ຊາດ​ລີ​ບີ​ໄດ້​ບຸກ​ເຂົ້າ​ເມືອງ​ເຊີດ​ທ໌ຢ່າງ​ມີ​ຜົນສຳ​ເລັດ

(GMT+08:00) 2011-09-16 20:16:27     cri
ວັນ​ທີ15ກັນຍາ​ນີ້, ຄະນະ​ກຳມະການ​ຊົ່ວຄາວ​ແຫ່ງ​ຊາດ​ລີ​ບີ​ກ່າວ​ວ່າ, ກຳລັງ​ປະກອບ​ອາວຸດ​ຂອງຄະນະ​ກຳມະການ​ຊົ່ວຄາວ​ແຫ່ງ​ຊາດ​ລີ​ບີ​ໄດ້​ບຸກ​ໂຈມ​ຕີ​ຖານ​ທີ່​ໝັ້ນ​ຂອງກຳລັງ​ປະກອບ​ອາວຸດ​ທີ່​ຈົງ​ຮັກ​ພັກດີ​ຕໍ່​ທ່ານ​ກັດ​ດາ​ຟີຢູ່​ເມືອງ​ເຊີດ​ທ໌​ຢ່າງ​ດຸ​ເດືອດ, ຊຶ່ງ​ໄດ້​ບຸກ​ເຂົ້າ​ເມືອງ​​ເຊີດ​ທ໌​ຈາກສອງ​ທິດຄື:ທິດຕາ​ເວັນ​ຕົກ​ແລະ​ທິດ​ໃຕ້ຈົນ​ໄດ້​ຮັບ​ຜົນສຳ​ເລັດໃນ​ຕອນ​ຄ່ຳ​ວັນ​ທີ15ກັນຍາ​ນີ້​ຕາມ​ເວລາ​ທ້ອງ​ຖິ່ນ, ປະຈຸ​ບັນ​ໄດ້​ຄວບ​ຄຸມ​ທາງ​ອອກ​ຫຼາຍ​ແຫ່ງ​ຢູ່​ໃນ​ເມືອງນີ້. ມື້ດຽວ​ກັນນີ້, ທ່ານ​ແຮັກມານ ວັນ​ຣົມປຸຍ, ປະທານຖາວອນ​ສະພາ​ມົນຕີ​ສະຫະພາບ​ເອີ​ລົບ​ກ່າວ​ຢູ່​ອາ​ຟຼິກກາ​ໃຕ້ວ່າ, ສະຫະພາບ​ເອີ​ລົບ​ຍິນ​ດີ​ຊຸກຍູ້​ການສ້າງ​ຕັ້ງລັດຖະບານ​ທີ່​ມີ​ຄວາມ​ປອງ​ດອງ​ສາມັກຄີ​ໂດຍ​​ໄວ​ເທົ່າ​ທີ່​ຄວາມ​ສາມາດ​ຂອງ​ຕົນ​ເຮັດ​ໄດ້.

ຢູ່​​ເມືອງບາ​ນີ ວາລິ​ດ, ທະຫານ​ທັງສອງ​ຝ່າຍ​ສືບ​ຕໍ່ມີ​ການ​ປະ​ທະກັນ,ປະຈຸ​ບັນ,​ໄດ້​ຕົກ​ຢູ່​ໃນ​ສະພາບທີ່​ບໍ່​ໄປ​ບໍ່​ມາ. ຂ່າວ​ແຈ້ງວ່າ,ທະຫານ​ແລະ​ເຄື່ອງ​ຊ່ວຍ​ເຫຼືອ​ຈາກ​ແຫ່ງ​ຕ່າງໆ​ຂອງ​ລີ​ບີທີ່ສົ່ງ​ໄປ​ສະໜັບສະໜູນ​ກຳລັງ​ປະກອບ​ອາວຸດ​ຂອງຄະນະ​ກຳມະການ​ຊົ່ວຄາວ​ແຫ່ງ​ຊາດ​ລີ​ບີ​ໄດ້​ໄປ​ເຕົ້າ​ໂຮມ​ກັນ​ຢູ່​​ເມືອງບາ​ນີ ວາລິ​ດ​, ສ່ວນຢູ່​ໃນ​ເມືອງ,ລະບົບ​ນ້ຳ​​ປະປາ,ໄຟຟ້າ​​ແລະໂທລະ​ຄົມມະນາຄົມ​ຖືກ​ຕັກ​ຂາ​ດ.

ມື້​ດຽວ​ກັນ, ສະພາ​ເອີ​ລົບ​ໄດ້​ຮັບຮອງ​ຜ່ານ​ມະຕິ​ຕົກລົງສະບັບ​ໜຶ່ງ​ຢູ່​ປະ​ເທດ​ຝັ່ງ​ໂດຍ​ກ່າວ​ວ່າ, ສະພາ​ເອີ​ລົບ​ສະໜັບສະ​ໜູນ​ຄະນະ​ກຳມະການ​ຊົ່ວຄາວ​ແຫ່ງ​ຊາດ​ລີ​ບີ​ຢ່າງຈິງ​ໃຈ. ​ແລະ​ຮຽກຮ້ອງ​ໃຫ້​ສະຫະພາບ​ເອີ​ລົບ​ໃຊ້​ຍຸດ​ທະ​ສາດ​ຮ່ວມ​ກັນ​ຢ່າງ​ແທ້​ຈິງ​ຕໍ່​ລີ​ບີ,​ແລະຮຽກຮ້ອງບໍ່ໃຫ້​ປະເທດສະມາຊິກຂອງ​ສະຫະພາບ​ເອີ​ລົບ​ໃຊ້​ມາດ​ຕະການ​ແລະ​ການ​ກະທຳ​ທີ່​ບໍ່​ມີ​ຜົນ​ດີ​ຕໍ່​ຍຸດ​ທະ​ສາດ​ດັ່ງກ່າວ​ພຽງ​ຝ່າຍ​ດຽວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ