​ເປົ້າ​ໝາຍ​ໃນແຜນການ​ແຫ່ງ​ຊາດ​ກ່ຽວ​ກັບສິດທິ​ມະນຸດ​ສະບັບ​ທຳ​ອິດ​ຂອງ​ຈີນ​ໄດ້​ບັນລຸ​ຜົນ​ເປັນ​ຈິງ​ຕາມ​ຄາດໝາຍ

(GMT+08:00) 2011-09-21 16:55:49     cri
ວັນ​ທີ21ກັນຍາ​ນີ້, ​ໃນ​ເວລາ​ເຂົ້າ​ຮ່ວມກອງ​ປະຊຸມ​ເວທີ​ປຶກສາ​ຫາລືກ່ຽວ​ກັບສິດທິ​ມະນຸດ​ປັກ​ກິ່ງ,ທ່ານ​ຫວາງ​ເສີນ, ຫົວໜ້າ​ຫ້ອງ​ການຖະ​ແຫຼ​ງຂ່າວ​ຂອງ​ຄະນະ​ລັດຖະບານ​ຈີນ​ກ່າວ​ວ່າ, ປີ2009, ຈີນ​ໄດ້​ວາງ "​ແຜນປະ​ຕິບັດ​ງານສິດ​ທິມະນຸດ​ແຫ່ງ​ຊາດ"(ປີ2009-2010). ​ໂດຍ​ຜ່ານຈາກ​ຄວາມ​ພະຍາ​ຍາມ​ຢ່າງ​ບໍ່​ລົດ​ລະ​ເປັນ​ເວລາ2ປີ, ມາ​ດຕະການ​ຕ່າງໆ​ໃນ​ແຜນປະ​ຕິບັດ​ງານໄດ້​ຮັບ​ການ​ຈັດ​ຕັ້ງປະ​ຕິບັດ​ຢ່າງ​ມີ​ປະສິດທິ​ຜົນ, ​​ໄດ້​ສຳ​ເລັດ​ເປົ້າ​ໝາຍດ້ານ​ຕ່າງໆ​ຢ່າງຮອບດ້ານ.

ທ່ານ​ຫວາງ​ເສິນ​ຍັງ​ກ່າວ​ເນັ້ນ​ວ່າ, ນັບ​ແຕ່ດຳ​ເນີນ​ການ​ປະຕິ​ຮູບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ​ເປັນ​ຕົ້ນ​ມາ, ລັດ​ຖະບານ​ຈີນ​ໄດ້​ເອົາ​ສິດທິ​ມະນຸດ​ທີ່​ມີ​ລັກສະ​ນະ​ທົ່ວ​ໄປ​ຕິດ​ພັນກັບ​ສະພາບ​ຕົວ​ຈິງ​ຂອງ​ຈີນ, ຊຸກຍູ້​ການ​ພັດທະ​ນາ​ວຽກ​ງານ​ສິດທິ​ມະນຸດ​ດ້ວຍ​ມາດ​ຕະການ​ທີ່​ມີ​ການ​ປະຕິບັດ​ຕົວ​ຈິງ​ແລະ​ມີ​ປະສິດທິ​ຜົນ,​ໄດ້​ສ້າງ​ເສັ້ນທາງ​​ພັດທະນາ​ສິດທິ​ມະນຸດ​ສັງຄົມ​ນິຍົມ​ທີ່​ມີ​ເອກະ​ລັກ​ຂອງ​ຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ