ກອງ​ປະຊຸມ​ສະຫະພັນ​ສະພາ​ອາ​ຊຽນຄັ້ງ​ທີ32​ໄຂ​ຂຶ້ນ​ຢູ່ກຳ​ປູ​ເຈຍ

(GMT+08:00) 2011-09-22 16:52:31     cri
ຕາມ​ຂ່າວສານ​ຊິນ​ຮວາ​ລາຍ​ງານ​ວ່າ, ກອງ​ປະຊຸມ​ສະຫະພັນ​ສະພາ​ອາ​ຊຽນຄັ້ງ​ທີ32​ໄຂ​ຂຶ້ນ​​ໃນ​ວັນ​ທີ20​ກັນຍາ​ນີ້​ຢູ່​ນະຄອນຫຼວງ​ພະນົມ​ເປັນ​ຂອງກຳ​ປູ​ເຈຍ,ປະທານ​ສະພາ​ຫຼື​ຜູ່​ຕາງໜ້າ​ ​ປະທານ​ສະພາ​ຂອງ​ປະ​ເທດ​ສະມາຊິກ​ຕ່າງໆ​ຂອງ​ສະຫະພັນ​ສະພາ​ອາ​ຊຽນ​ໄດ້​ເຂົ້າ​ຮ່ວມ​,ຜູ່​ຕາງໜ້າ​ສະພາຂອງ11ປະ​ເທດ​ເຊັ່ນຈີນ,ຍີ່​ປຸ່ນ,ສ.​ເກົາຫຼີ,ອາ​ເມ​ລິ​ກາ,ອິນ​ເດຍ,​ນູ​ແວັນ​ເຊ​ລັງ​ແລະຣັດ​ເຊຍ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໃນ​ນາມ​ເປັນ​ຜູ່​ສັງ​ເກດ​ການ.ກອງ​ປະຊຸມ​ຄັ້ງ​ນີ້​ຕົກລົງ​ອະນຸມັດ​ສະພາ​ຂອງ​ສະຫະພາບ​ມຽນມາ​ເຂົ້າ​ເປັນ​ສະ​ມາ​ຊິກ​ສົມ​ບູນ​ຂອງ​ສະ​ຫະ​ພັນ​ສະພາ​ອາ​ຊຽນ.

ທ່ານ​​ເຈ່ຍຊິ່​ມ ປະທານ​ສະພາ​ສູງ​ກຳປູ​ເຈຍ​​ໄດ້​ກ່າວ​ຄຳ​ປາ​ໃສ​ໃນ​ກອງ​ປະຊຸມ​ວ່າ,ກອງ​ປະຊຸມ​ສະຫະພັນ​ສະພາ​ອາ​ຊຽນຄັ້ງ​ນີ້​ແມ່ນ​ໄຂ​ຂຶ້ນ​ເນື່ອງ​ໃນ​ໂອກາດ​ທີ່​ບັນດາ​ປະ​ເທດ​ອາ​ຊຽນທຳ​ຄວາມ​ພະຍາຍາມ​ເພື່ອ​ສ້າງ​ປະຊາ​ຄົມ​ອາ​ຊຽນ​ໃຫ້​ສຳ​ເລັດ​ໃນ​ປີ2015.ທ່ານ​ຫວັງ​ວ່າ​ຜູ່​ທີ່​ຮ່ວມ​ປະຊຸມ​ຈະ​ລົງ​ເລິກ​ຄົ້ນຄວ້າ​ປຶກສາ​ຫາລື​ກ່ຽວ​ກັບ​ບັນຫາ​ຕ່າງໆ​ເຊັ່ນ​ຊຸກ​ຍູ້​ອາ​ຊຽນບູລະນະ​ກົນ​ໄກ​ປະສານ​ງານ​ດ້ານ​ນິຕິ​ບັນຍັດ​ໃຫ້​ດີຂຶ້ນ,ກຳຈັດສະຖາ​ນະ​ການ​ຄວາມເຄັ່ງ​ຕຶງ​ໃນ​ພາກ​ພື້ນ,ຕໍ່ຕ້ານ​ການ​ເຄື່ອນ​ໄຫວການກໍ່​ການ​ຮ້າຍ​ແລະ​ອາ​ຊະ​ຍາ​ກຳ​ຂ້າມ​ຊາດ,ປະກອບສ່ວນ​​ເຂົ້າ​ໃນ​ການ​ການ​ປົກ​ປັກ​ຮັກສາ​ສັນຕິພາບ,ສະຖຽນ​ລະ​ພາບ​ແລະ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ໃນ​ພາກ​ພື້ນ​ແລະ​ປົກ​ປັກ​ຮັກສາຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ປະ​ເທດ​ຕ່າງໆ​ໃນ​ອາ​ຊຽນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ