​ສະຫະ​ປະຊາ​ຊາດຈັດກອງ​ປະຊຸມ​ລະດັບ​ສູງ​ກ່ຽວ​ກັບບັນຫາ​ລີ​ບີ​

(GMT+08:00) 2011-09-22 16:48:50     cri
ຫວ່າງ​ມໍ່ໆ​ນີ້, ສະຫະ​ປະຊາ​ຊາດ​ໄດ້ຈັດກອງ​ປະຊຸມ​ລະດັບ​ສູງ​ກ່ຽວ​ກັບບັນຫາ​ລີ​ບີ​ຢູ່​ສຳນັກງານ​ໃຫຍ່​ທີ່​ນິວຢອກ, ນີ້​ໝາຍ​ເຖິງ​ຂະ​ບວນການ​ສ້າງສາ​ຄືນ​ໃໝ່​ຂອງ​ລີ​ບີ​ເລີ່​ມດຳ​ເນີນ​ງານ.

​ໃນ​ກອງ​ປະຊຸມ, ທ່ານ​ບານ​ກີ​ມູນ, ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ​ກ່າວ​ວ່າ, ສິ່ງ​ທ້າ​ທາຍ​ທີ່​ລີ​ບີ​ພວມປະ​ເຊີນນັ້ນມີຫຼວງຫຼາຍ, ​ແຕ່​ໜ້າ​ທີ່ອັນ​ຕົ້ນ​ຕໍ​ຂອງ​ລີ​ບີ​ຄວນ​ແມ່ນ​ສັນຕິພາບ​ແລະ​ຄວາມ​ໝັ້ນຄົງ. ຄະນະທີ່​ຖືກ​ແຕ່ງ​ຕັ້ງ​ພິ​ເສດ​​ເພື່ອຊ່ວຍ​ເຫຼືອ​ລີ​ບີ​ຂອງ​ສະຫະ​ປະຊາ​ຊາດ​ຈະ​ໃຫ້​ການ​ຊ່ວຍ​ເຫຼືອ​​ແກ່​ລີ​ບີ​ພາຍ​ໃຕ້​ການ​ນຳພາ​ຂອງ​ທ່ານລານ​ມາ​ຕິນ, ຜູ້ຕາງໜ້າພິ​ເສດ​ຂອງ​ເລ​ຂາ​ທິການ​ໃຫຍ່ສະຫະ​ປະຊາ​ຊາດ.

​​ຖະ​ແຫຼ​ງການທີ່​ປະກາດ​ໃນ​ເວລາສິ້ນ​ສຸດ​ກອງ​ປະຊຸມ​​ແຈ້ງ​ວ່າ, ຜູ້​ແທນ​ທີ່​​ເຂົ້າ​ຮ່ວມ​ປະຊຸມ​ໄດ້​ສະ​ແດງ​ວ່າສະໜັບ​ສະ​ໜູນ​​ອຳນາດ​ການ​ປົກຄອງ​ຂ້າມ​ຜ່ານ​ລີ​ບີ​ແລະ​ແຜນການ​ໃນ​ໄລຍະ​ຊົ່ວຄາວ​ທີ່​ລີ​ບີ​ສະ​ເໜີ​ອອກ, ຮຽກຮ້ອງ​ໃຫ້​ຝ່າຍ​ຕ່າງໆ​ຂອງ​ລີ​ບີ​ເຂົ້າ​ຮ່ວມ​ຂະ​ບວນການ​ສັນຕິພາບ​ແລະ​ການ​ສ້າງສາປະ​ເທດ​ຊາດ​ຄືນ​ໃໝ່​​. ​ຖະ​ແຫຼ​ງການຮຽກຮ້ອງ​ໃຫ້​ຄະ​ນະ​ກຳ​ມະ​ການ​ຊົ່ວຄາວ​ແຫ່ງ​ຊາດ​ລີ​ບີ​ໃຫ້​ຮີບຮ້ອນຈັດຕັ້ງ​ລັດຖະບານ​ຊົ່ວຄາວ​​ໃໝ່​ທີ່​ມີລະບຽບ​ແຜນການ,ສະ​ແດງ​ໃຫ້​ເຫັນ​ສັງຄົມ​ລີ​ບີ​ທີ່​ມີ​ຫຼາກ​ຫຼາຍ​ສີສັນ​ຢ່າງ​ເຕັມທີ່, ສ້າງ​ລີ​ບີ​​ໃໝ່​ຢ້ຽມ, ມີ​ປະຊາທິປະ​ໄຕ​ແລະມີ​ຄວາມ​ຫຼາກ​ຫຼາຍ, ​ເຮັດ​ໃຫ້​ປະຊາຊົນ​ລີ​ບີ​ສາມາດຊົມ​ໃຊ້​ສິດທິ​ມະນຸດ, ​ເສລີພາບ​ແລະ​ຍຸດຕິ​ທຳ​ຢ່າງ​ເຕັມທີ່.

ກຳລັງ​ປະກອບ​ອາວຸດ​ຂອງ​ຄະນະ​ກຳມະການ​ຊົ່ວຄາວ​ແຫ່ງ​ຊາດ​ລີ​ບີ​ຍັງ​ບໍ່​ສາມາດ​ຍຶດຄອງ3​ເມືອງຄື:ບາ​ນີ ວາລິ​ດ, ຊິ​ບຮາ​ແລະ ​ເຊີດ​ທ໌​ໄດ້​ຢ່າງ​ແທ້​ຈິງ,ຍັງ​ມີ​ການ​ສູ້​ຮົບ​ຢ່າງ​ດຸ​ເດືອດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ